ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວທີ່ບາງກອກ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບຄົບຮອບ 70 ປີ

20190115201901151

ໃນຕອນບ່າຍວັນທີ 11 ມັງກອນ 2019 ນີ້, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ບາງກອກ,ຣາຊະອານາຈັກໄທ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີ, ໂດຍແມ່ນທ່ານ ພັນເອກ ດາວໄກ ເລີດລີວັນ, ທີ່ປຶກສາທູດຝ່າຍທະຫານ, ມີ ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ, ພະນັກງານສະຖານທູດ, ຕາງໜ້ານັກສຶກສາລາວທີ່ພວມຮໍ່າຮຽນຢູ່ໃນປະເທດໄທເຂົ້າຮ່ວມລວມທັງໝົດ 40 ກວ່າຄົນ.

ທ່ານ ພັນເອກ ດາວໄກ ເລີດລີວັນ, ໄດ້ຫວນຄືນປະຫວັດຄວາມເປັນມາ, ທາດແທ້ ແລະ ມູນເຊື້ອອັນພິລະອາດຫານຂອງ ກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກໃນໄລຍະ 70 ປີທີ່ຜ່ານມາ, ເປັນຕົ້ນແມ່ນເອກະສານຄວາມເປັນມາ ແລະ ປະຫວັດສາດແຫ່ງການກໍາເນີດຂອງກອງທັບປະຊາຊົນລາວ; ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ; ບາງບັ້ນຮົບທີ່ພົ້ນເດັ່ນໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ແລະ ອື່ນໆ ເຊິ່ງໄດ້ສະແດງໃຫ້ເຫັນບັນດາຜົນງານ ແລະ ໄຊຊະນະໃນແຕ່ລະໄລຍະ, ກໍ່ຄືວິລະກຳອັນລ້ຳເລີດອົງອາດກ້າຫານຂອງກອງທັບປະຊາຊົນລາວ ເຊິ່ງມູນເຊື້ອດັ່ງກ່າວໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ນາຍ ແລະ ພົນທະຫານໃນກອງທັບປັດຈຸບັນເພື່ອເຝິກຝົນຫຼໍ່ຫຼອມຕົນເອງ ແລະ ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງກາຍເປັນກອງທັບທີ່ມີແບບແຜນທັນສະໄໝ. ທ່ານ ພັນເອກ ດາວໄກ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃນການຮັກສາມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ, ມີຄວາມຮູ້ບຸນຄຸນຕໍ່ນັກປະຕິວັດອາວຸໂສ, ປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ທີ່ຊາດມອບໝາຍໃຫ້.

ໃນ​ໂອ​ກາດມີ​ຄຳ​ເຫັນ​ຕໍ່​ພິ​ທີ​ອັນ​ມີ​ຄວາມ​ໝາຍນີ້, ທ່ານ ແສງ ສູຂະທິວົງ ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງ​ຍໍ້​ຊົມ​ເຊີຍ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜົນ​ງານ​ ແລະ ພາ​ລະ​ກິດອັນ​ໃຫ່​ຍ​ຫຼວງ​ທີ່ກອງ​ທັບ​ປະ​ຊາ​ຊົນ​ລາວ ​ຍາດ​ມາ​ໄດ້​ໃນ​ໄລ​ຍະ 70 ປີ​ຜ່ານ​ມາ. ​ທ່ານ​ກ່າວ​ວ່າກອງ​ທັບ​ປະ​ຊາ​ຊົນ​ລາວບໍ່​ວ່າ​ໃນ​ຍາມ​ສົງ​ຄາມ ກໍ່​ຄື​ໄລ​ຍະ​ປົກ​ປັກ​ຮັກ ແລະ ສ້າງ​ສາປະ​ເທດ​ຊາດ​ແມ່ນ​ໄດ້​ປະ​ກອບ​ສ່ວນອັນ​ສຳ​ຄັນ​ເພື່ອ​ນຳ​ຄວາມ​ຈະ​ເລີນ​ຮຸ່ງ​ເຮື່ອງ ແລະ ຄວາມສີ​ວິ​ໄລ​ມາ​ສູ່​ປະ​ເທດ​ຊາດ.

ໃນໂອກາດຈັດຕັ້ງບັ້ນສະເຫລີມສະຫລອງມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີນີ້, ສະຖານທູດລາວທີ່ບາງກອກ ຍັງໄດ້ຈັດການອອກແຮງງານລວມໝູ່,ແຂ່ງຂັນກິລາຫລາຍປະເພດ ເຊັ່ນ: ຕີດອກປີກໄກ່, ແລະ ເປຕັງ ຢ່າງຄຶກຄຶ້ນມ່ວນຊື່ນ ເຕັມໄປດ້ວຍບັນຍາດກາດແຫ່ງຄວາມສາມັກຄີ ແລະ ມີຄວາມໝາຍອັນເລິກເຊິ່ງ ບັນລຸໄດ້ຈຸດປະສົງເປົ້າໝາຍເປັນຢ່າງດີ.


ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484699
ມື້ນີ້10
ມື້ວານ205
ອາທິດນີ້1137
ເດືອນນີ້4004