ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ຈັດພິທີປາຖະກະຖາ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

20190123LaoEmbJapan120190123LaoEmbJapan

ວັນທີ 20 ມັງກອນ 2019 ເຊິ່ງເປັນວັນຄົບຮອບ 70 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ໃນທ່າມກາງທີ່ທົ່ວພັກ ແລະ ປວງຊົນລາວ ທັງຊາດພວມຈັດພິທີສະເຫຼີມສະຫຼອງ ແລະ ເດີນສວນສະໜາມຢ່າງຍິ່ງໃຫຍ່ ຢູ່ວິທະຍາຄານກົມມະດໍາ, ສະຖານທູດລາວ ທີ່ໂຕກຽວ ກໍ່ໄດ້ຈັດພິທີປາຖະກະຖາ ແລະ ສະເຫຼີມສະຫຼອງເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ ເຊັ່ນກັນ.

ໃນຕອນເຊົ້າ, ສະຖານທູດ ໄດ້ຈັດພິທີປາຖະກະຖາ ໂດຍການເປັນປະທານ ແລະ ໃຫ້ກຽດຂຶ້ນບັນຍາຍເຜີຍແຜ່ເອກະສານ ຂອງສະຫາຍ ວິໂຣດ ສຸນດາຣາ, ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ທີ່ມີການເຂົ້າຮ່ວມຂອງສະມາຊິກພັກ, ພະນັກງານນັກການທູດ, ຄອບຄົວຂອງພະນັກງານ, ຕາງໜ້າຈຸພັກນັກສຶກສາ ແລະ ຄະນະປະທານສະມາຄົມນັກສຶກສາເຂດຄັນໂຕ, ນັກສຶກສາທະຫານລາວ, ນັກສຶກສາເຂດຄັນໂຕ ແລະ ຕາງໜ້າຈາກສະມາຄົມຄົນລາວ ກໍ່ຄືພີ່ນ້ອງຄົນເຊື້ອຊາດລາວ ທີ່ປະເທດຍີ່ປຸ່ນ ລວມທັງໝົດ 60 ທ່ານ. ຫຼັງຈາກສໍາເລັດພິທີປາຖະກະຖາ, ສະຖານທູດໄດ້ຈັດງານລ້ຽງອາຫານທ່ຽງສາມັກຄີ ແລະ ການແຂ່ງຂັນກິລາ ເປຕັງ ສາມັກຄີ ເພື່ອຊິງຂັນລາງວັນຂອງທ່ານທູດ ໃນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນປີນີ້.

ໃນການປາຖະກະຖາ, ສະຫາຍ ວິໂຣດ ສຸນດາຣາ ໄດ້ຫວນຄືນປະຫວັດຄວາມເປັນມາແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ ທີ່ໄດ້ຜ່ານຜ່າໄລຍະແຫ່ງການກໍ່ສ້າງ, ຜ່ານຜ່າອຸປະສັກ ແລະ ການຕໍ່ສູ້ນາໆປະການຢ່າງລະອິດລະອ້ຽວ; ກອງທັບໄດ້ປະກອບສ່ວນເຂົ້າໃນຂະບວນການປົດປ່ອຍຊາດ, ປົດປ່ອຍປະຊາຊົນ ຈົນເຮັດໃຫ້ ສປປ ລາວ ໄດ້ຮັບການສະຖາປະນາຢ່າງເປັນທາງການ ໃນວັນທີ 02 ທັນວາ 1975. ຜົນສໍາເລັດດັ່ງກ່າວເປັນໜຶ່ງໃນພາລະກິດອັນສໍາຄັນ ແລະ ຍິ່ງໃຫຍ່ຂອງກອງທັບປະຊາຊົນລາວ. ສະຫາຍເລຂາໜ່ວຍພັກ ຍັງໄດ້ຍົກໃຫ້ເຫັນຜົນງານ, ໄຊຊະນະ ແລະ ພາລະກິດອັນສໍາຄັນ ແລະ ຍິ່ງໃຫຍ່ຂອງກອງທັບ, ນາຍ ແລະ ພົນທະຫານ ກໍ່ຄືນັກຮົບປະຕິວັດລາວ ທີ່ສາມາດຍາດມາໄດ້ ຕະຫຼອດໄລຍະ 70 ປີທີ່ຜ່ານມາ ກໍ່ຄືຕະຫຼອດໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ; ຊີ້ໃຫ້ເຫັນທາດແທ້, ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ ເຊິ່ງຍາມໃດກອງທັບກໍ່ເປັນກໍາລັງແຮງຫຼັກແຫຼ່ງອັນສໍາຄັນ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ກໍ່ຄືເປັນກໍາລັງແຮງໃນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດ ໃນປະຈຸບັນ. ໂດຍສະເພາະໃນປະຈຸບັນນີ້, ສະພາບການຂອງໂລກ ໄດ້ມີການປ່ຽນແປງຢ່າງໄວວາ ແລະ ບໍ່ສາມາດຄາດເດົາໄດ້, ບັນດາປະເທດຕ່າງໆ ພວມແຂ່ງຂັນກັນໃນການພັດທະນາດ້ານກໍາລັງປະກອບອາວຸດ ໂດຍການເພີ້ມງົບປະມານດ້ານການທະຫານ ແລະ ອື່ນໆ, ສະນັ້ນ ຈຶ່ງເປັນການຮຽກຮ້ອງໃຫ້ນາຍ ແລະ ພົນທະຫານຂອງເຮົາ ໂດຍສະເພາະນັກສຶກສາທະຫານລາວ ທີ່ກໍາລັງສຶກສາທີ່ປະເທດຍີ່ປຸ່ນ ຕ້ອງໄດ້ເພີ້ມທະວີຄວາມຮູ້ຄວາມສາມາດຂອງຕົນເອງ ກໍ່ຄືຕັ້ງໃຈຮໍ່າຮຽນສຶກສາ ເພື່ອນໍາເອົາຄວາມຮູ້ ແລະ ວິທະຍາການທີ່ທັນສະໄໝ ໄປໝູນໃຊ້ໃນໜ້າທີ່ວຽກງານຂອງຕົນເອງ ກໍ່ຄືສ້າງຄວາມເຂັ້ມແຂງໃຫ້ແກ່ກໍາລັງປ້ອງກັນອາວຸດຂອງລາວເຮົາ ເພື່ອໃຫ້ສົມກັບຄໍາເວົ້າຂອງປະທານໄກສອນ ພົມວິຫານ ທີ່ກ່າວວ່າ ຍາມໃດກອງທັບກໍ່ນໍາໜ້າໃນທຸກໆວຽກງານ, ເປັນກໍາລັງແກ່ນສານຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ.

ພິທີປາຖະກະຖາ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນ ໂດຍສະເພາະການເຜີຍແຜ່ເອກະສານ ທີ່ເຕັມໄປດ້ວຍຄວາມໝາຍເລິກເຊິ່ງທາງດ້ານເນື້ອໃນ ແລະ ໄດ້ຮັບໝາກຜົນຕາມຈຸດປະສົງ ແລະ ເປົ້າໝາຍ; ແລະ ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485818
ມື້ນີ້117
ມື້ວານ206
ອາທິດນີ້854
ເດືອນນີ້5123