ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ຜູ້ອໍານວຍການໃຫຍ່ອົງການ UNIDO

20190122AbsSithong

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2019, ທີ່ອົງການສະຫະປະຊາຊາດ, ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານສີທົງຈິດໂຍທິນ, ເອກອັກຄະລັດຖະທູດ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານ       LI Yong, ຜູ້ອໍານວຍການໃຫຍ່ ອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກໍາ (United Nations Industrial Development Organization)ເພື່ອດຳລົງຕຳແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການ ສປຊ ເພື່ອການພັດທະນາອຸດສາຫະກໍາ (UNIDO).

ໃນໂອກາດດັ່ງກ່າວ, ທ່ານ ສີທົງ ຈິດໂຍທິນ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ LI Yong ແລະ ຜ່ານທ່ານໄປຍັງການນໍາ ແລະ ພະນັກງານອົງການ ສປຊ ເພື່ອການພັດທະນາອຸດສະຫະກໍາ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ນັບຕັ້ງແຕ່ ລາວໄດ້ເຂົ້າເປັນສະມາຊິກ UNIDO ໃນວັນທີ 3 ກັນຍາ 1985 ເປັນຕົ້ນມາ ແລະ ໄດ້ເໜີໃຫ້ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນໄປໃນຕໍ່ໜ້າ. ພ້ອມນັ້ນ, ຜູ້ຕາງໜ້າຖາວອນ     ຍັງໄດ້ເຊື້ອເຊີນ ທ່ານ LI Yong ໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນເໝາະສົມ.

ໃນໂອກາດດັ່ງກ່າວ, ທ່ານ LI Yong ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ສີທົງ ຈິດໂຍທິນ ໃນການມາດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ອົງການ UNIDO ແລະ ພ້ອມທີ່ຈະໃຫ້ການຮ່ວມມືເພື່ອປະຕິບັດໜ້າທີ່ການທູດຫຼາຍຝ່າຍດ້ວຍຜົນສຳເລັດ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNIDO ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ນອກຈາກນີ້, ທ່ານ ຍັງໄດ້ກ່າວເຖິງການຮ່ວມມືກັບ ອາຊຽນ ທີ່ໄດ້ມີການເຊື້ອເຊີນ ອົງການ ສປຊ ເພື່ອການພັດທະນາອຸດສາຫະກໍາ ເຂົ້າເປັນຄູ່ຮ່ວມພັດທະນາ ແລະ ເຂົ້າຮ່ວມກອງປະຊຸມສໍາຄັນ ແລະ ກິດຈະກໍາທີ່ສໍາຄັນຕ່າງໆຂອງ ອາຊຽນ ໃນປະຈຸບັນ ແລະ ຕໍ່ໜ້າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484555
ມື້ນີ້71
ມື້ວານ188
ອາທິດນີ້993
ເດືອນນີ້3860