ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ລັດເຊຍ ເຂົ້າອວຍພອນ ສະຖານທູດ ສສ.ຫວຽດນາມ ໃນໂອກາດບຸນປີໃຫມ່ປະຈໍາຊາດ

201926-emlao-auyphone-viet

ໃນອາທິດຜ່ານມາ, ໃນໂອກາດປີໃຫມ່ຂອງ ສສ.ຫວຽດນາມ ໃກ້ຈະຫມູນວຽນມາເຖິງ, ທ່ານທູດ ສີວຽງເພັດ ເພັດວໍລະສັກ ພ້ອມດ້ວຍພະນັກງານສະຖານທູດ ໄດ້ເຂົ້າອວຍພອນ ທ່ານທູດ Ngo Duc Manh ແລະ ພະນັກງານ ທີ່ ສໍານັກງານສະຖານທູດຫວຽດນາມ ປະຈໍາ ສະຫະພັນ ຣັດເຊຍ.

ໃນໂອກາດພົບປະກັນ, ທູດເຮົາໄດ້ອວຍພອນໃຫ້ທູດຫວຽດນາມພ້ອມຄອບຄົວ ແລະ ພະນັກງານທັງຫມົດຂອງສະຖານທູດ ຈົ່ງມີແຕ່ພະລານາໄມສົມບູນ ແລະ ມີຜົນສໍາເລັດໃຫມ່ຍິ່ງໃຫຍ່ກວ່າເກົ່າ ໃນໂອກາດປີໃຫມ່ປະຈໍາຊາດຂອງເພິ່ນ. ທູດເຮົາໄດ້ຕາງຫນ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແກ່ພາລະກິດຕໍ່ສູ້ຂອງປະຊາຊົນລາວ ເພື່ອເອກະລາດແຫ່ງຊາດ ໃນໄລຍະສົງຄາມຮຸກຮານຂອງຈັກກະພັດ ແລະ ໃນໄລຍະສ້າງສາພັດທະນາປະເທດຊາດຂອງຕົນໃນປັດຈຸບັນ ແລະ ທູດເຮົາຍັງໄດ້ຫວນຄືນ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມຊຶ່ງຜູ້ນໍາ ແລະ ປະຊາຊົນຂອງສອງປະເທດພ້ອມກັນຮັກສາ ແລະ ຖະນຸຖະຫນອມສາຍພົວພັນອັນເປັນມູນເຊື້ອດັ່ງກ່າວຕະຫລອດມາ, ໂດຍສະເພາະຜົນງານອັນໃຫຍ່ຫລວງ ແລະ ຄຸນງາມຄວາມດີອັນຍິ່ງໃຫຍ່ ຂອງທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ໂຮ່ຈິມີງ ເພື່ອຮ່ວມກັນ ເພິ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ປະຊາຊົນສອງຊາດອ້າຍນ້ອງ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

    ທ່ານທູດ ຫວຽດນາມ ໄດ້ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາອວຍພອນຂອງສະຖານທູດເຮົາ, ທັງໄດ້ສະແດງຄວາມເປັນເອກະພາບກັບການຕີລາຄາຂອງທູດເຮົາ ກ່ຽວກັບ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຊຶ່ງໄດ້ກາຍເປັນຕົວແບບທີ່ດີເລີດໃຫ້ແກ່ປະເທດອື່ນໃນໂລກ ແລະ ທັງໄດ້ອວຍພອນໃຫ້ ສປປ ລາວ ອ້າຍນ້ອງ ສືບຕໍ່ຍາດໄດ້ໄຊຊະນະໃຫມ່ຍິ່ງໃຫຍ່ກວ່າເກົ່າໃນພາລະກິດແຫ່ງການສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາອັນສະຫລາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ.

     ການພົບປະໃນຄັ້ງນີ້ແມ່ນເຕັມໄປດ້ວຍບັນຍາກາດແຫ່ງຄວາມສະຫນິດສະຫນົມຖານອ້າຍນ້ອງ, ນໍ້າໃຈມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມເວົ້າລວມ ແລະ ເວົ້າສະເພາະ ລະຫວ່າງ ສະຖານທູດລາວ ແລະ ສະຖານທູດຫວຽດນາມ ປະຈໍາ ສະຫະພັນ ຣັດເຊຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484550
ມື້ນີ້66
ມື້ວານ188
ອາທິດນີ້988
ເດືອນນີ້3855