ໃນວັນທີ 08 ກຸມພາ 2019 ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ”, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນສອນ ເພັດລາວັນ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ທ່ານ ວິລະສັກ ສົມພົງ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ. ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາພະແນກຂະແໜງການກ່ຽວຂ້ອງ, ພາກທຸລະກິດ, ພາກສ່ວນນັກສຶກສາຈາກ ວິທະຍາໄລ ເຕັກນິກແຂວງ ພາຍໃນແຂວງ ຈໍານວນ 80 ກວ່າທ່ານ.
ຈຸດປະສົງໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ລະຫວ່າງພະນັກງານຫຼັກແຫຼ່ງຂອງສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງພາກລັດ ແລະ ເອກະຊົນຕໍ່ກັບຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍໃນວຽກງານ ການເຊື່ອມຈອດ ແລະ ການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ ກັບສາກົນ ໂດຍສະເພາະ ຢູ່ໃນພາກພື້ນລຸ່ມແມ່ນ້ຳຂອງ.
ໃນໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍໃນຫຼາຍຫົວຂໍ້ຍ່ອຍທີ່ສຳຄັນ ເຊັ່ນ: 1). ຂອບການຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ, 2). ສິ່ງທ້າທາຍຂອງ ສປປ ລາວໃນການຈັດຕັ້ງປະຕິບັດວຽກງານການເຊື່ອມຈອດແມ່ນ້ຳຂອງ-ຍີ່ປຸ່ນ, 3). ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025, 4). ທ່າອ່ຽງການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, 5). ວຽກງານອຳນວນຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໃນປະຈຸບັນ ແລະ 6). ການພັດທະນາການທ່ອງທ່ຽວ ຢູ່ ແຂວງວຽງຈັນ. ແນໃສ່ການສ້າງຄວາມເຂົ້າໃຈ ແລະ ພັດທະນາຄວາມຮູ້ໃຫ້ແກ່ພະນັກງານ ກໍ່ຄື ປະຊາຊົນຢູ່ທ້ອງຖິ່ນ ແຂວງວຽງຈັນ ພ້ອມທັງໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຟົດຟື້ນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມຈອດພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກໃນການພັດທະນາເສດຖະກິດ ຂອງ ສປປ ລາວ. ໂດຍລວມ ແລະ ໂດຍສະເພາະແມ່ນຂະແໜງການກ່ຽວຂ້ອງ, ທ້ອງຖິ່ນຂອງແຂວງວຽງຈັນ ເພື່ອນໍາເອົາຄວາມຮູ້ເຫຼົ່ານັ້ນໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຕົນຮັບຜິດຊອບ.