ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ປະຈຳ ຣັດເຊຍ ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 63 ປີ

 

RussiaKummaban1

RussiaKummaban2

 

ໃນວັນທີ 1 ກຸມພາ 2019 ຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ ໄດ້ຈັດໃຫ້ມີການຈັດປາຖະກະຖາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 63 ປີ (01 ກຸມພາ 1956 – 01 ກູມພາ 2019)ຂື້ນ, ຊື່ງໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ ມີສະຫາຍ ສີວຽງເພັດ ເພັດວໍຣະສັກ,ເລຂາຄະນະຫນ່ວຍພັກ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ, ສະຫາຍ ລຽນທອງ ສຸພານີ, ຫົວຫນ້າໜ່ວຍກໍາມະບານ, ທີ່ປຶກສາດ້ານເສດຖະກີດ-ການຄ້າ, ມີຄະນະນໍາສະຖານທູດ, ຕາງໜ້າໜ່ວຍຊາວໜຸ່ມ ແລະ ໜ່ວຍສະຫະພັນແມ່ຍິງ, ສະມາຊິກກໍາມະບານ, ພະນັກງານຕະຫຼອດຮອດຄອບຄົວຂອງພະນັກງານສະຖານທູດ, ມີຫົວຫນ້າສະມາຄົມນັກສຶກສາລາວ ແລະ ສະມາຊິກກໍາມະບານນັກສຶກສາ ທີ່ມົດສະກູເຂົ້່າຮ່ວມທັງໝົດ 30 ທ່ານ, ໃນນັ້ນຍິງ 10 ທ່ານ.

ໃນພິທີ, ສະຫາຍ ລຽນທອງ ສຸພານີ, ຫົວຫນ້າໜ່ວຍກໍາມະບານ, ທີ່ປຶກສາດ້ານເສດຖະກີດ-ການຄ້າ ກໍໄດ້ໃຫ້ກຽດປາຖະກະຖາ​​ເລົ່າມູນເຊື້63 ປີ ແຫ່ງການກຳເນີແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກຳມະບານລາວຕໍ່ສະມາຊິກ​​ກຳມະບານ, ພະນັກງານ-ລັດຖະກອນ ຂອງສະຖານທູດ, ສະມາຊິກກຳມະບານນັກສຶກສາ ແລະ ຕໍ່ຜູ້ເຂົ້າຮ່ວມຮັບຟັງທັງຫມົດ ເພື່ອຮັບຮູ້​​​ເຂົ້າໃຈເຖິງເງື່ອນໄຂ, ສະພາບ​​ແວດລ້ອມ ແລະ ຕົ້ນກຳເນີດຂອງອົງການຈັດຕັ້ງກຳມະບານລາວ, ຊຶ່ງໄດ້ກໍາເນີດເກີດຂຶ້ນຈາກຂະບວນການຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຂອງບັນດາບັນພະບູລຸດລາວ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ຕິດພັນກັບການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ໃຫມ່ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ຈົນເຮັດໃຫ້ໄດ້ຮັບໄຊຊະນະເປັນກ້າວໆມາ ແລະ ອົງການກຳມະບານລາວ ກໍໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 01 ກຸມພາ 1956.

ສະຫາຍ ລຽນທອງ ສຸພານີ ຍັງໄດ້ເໜັ້ນເຖິງຂະບວນການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກໍາມະບານລາວ, ຊຶ່ງໄດ້ສຶບຕໍ່ເອົາໃຈໃສ່ສ້າງຄວາມເຂັ້ມແຂງປັບປຸງປະລິມານ ແລະ ຄຸນນະພາບ ຂອງອົງການກຳມະບານລາວ ເຮັດໃຫ້ອົງການກຳມະບານລາວ ມີການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ເປັນຕົ້ນ: ເກີດມິໜ່ວຍກຳມະບານຢູ່ແຕ່ລະອົງການຈັດຕັ້ງຂອງລັດ,​ ໂຮງຈັກໂຮງງານ ແລະ ຫົວໜວ່ຍການຜະລິດຕ່າງໆ ພ້ອມກັນນັ້ນ ກໍມີການເຄື່ອນໄຫວປຸກລະດົມຂົນຂວາຍລົງສູ່ຮາກຖານຢ່າງແຂງແຮງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຽດອັນຊອບທໍາຈາກຜູ້ໃຊ້ແຮງງານ ມາໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ.

ໃນຕອນທ້າຍຂອງພິທີ ຍັງໄດ້ຮັບກຽດໂອ້ລົມຕໍ່ປະຊຸມ ໂດຍ ສະຫາຍ ສີວຽງເພັດ ເພັດວໍຣະສັກ, ເລຂາຄະນະໜ່ວຍພັກ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ, ຊື່ງສະຫາຍ ໄດ້ເໜັ້ນໜັກຄືນບາງເນື້ອໃນທີ່ສຳຄັນ ຂອງວັນສ້າງຕັ້ງສະຫະພັນກຳມະບານລາວດັ່ງກ່າວ ທີ່ຕິດພັນກັບໜ້າທີ່ການເມືອງຂອງສະມາຊິກພັກ, ສະມາຊິກກຳມະບານ, ພະນັກງານ-ລັດຖະກອນ ຂອງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຕະຫຼອດຮອດນັກສຶກສາ ທີ່ມົດສະກູ ໃຫ້ເຂົ້າໃຈຢ່າງເລິກເຊິ່ງຂື້ນຕື່ມ. ນອກຈາກນັ້ນ, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ບັນດາກຳມະບານຂອງສະຖານທູດ ຈົ່ງຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດ ເພື່ອດູດດຶງການຮ່ວມມື ແລະ ການລົງທຶນໃຫ້ຫລາຍຂື້ນ. ໂດຍສະເພາະ ສະມາຊິກກຳມະບານທີ່ເປັນນັກສຶກສາ ໃຫ້ພ້ອມກັນເອົາໃຈໃສ່ຕັ້ງໜ້າຮໍ່າຮຽນໃຫ້ເກັ່ງເສັງໃຫ້ໄດ້ ພ້ອມທັງເປັນແບບຢ່າງໃຫ້ແກ່ມະຫາຊົນຢ່າງແທ້ຈິງ.

ການສະເຫຼີມສະຫຼອງໄດ້ສຳເລັດແລະປິດລົງໃນເວລາ16:30ໂມງຂອງວັນດຽວກັນຢ່າງຈົບງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485494
ມື້ນີ້195
ມື້ວານ227
ອາທິດນີ້530
ເດືອນນີ້4799