ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ຕາງໜ້າຖາວອນ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ຜູ້ອໍານວຍການໃຫຍ່ຂອງອົງການ CTBTO

20190208AmbToAustria

ໃນຕອນເຊົ້າຂອງວັນທີ 04 ກຸມພາ 2019, ທີ່ ອົງການສະຫະປະຊາຊາດ, ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດຖະທູດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Lassina Zerbo, ຜູ້ອໍານວຍການໃຫຍ່ຂອງ ອົງການສົນທິສັນຍາ ວ່າດ້ວຍ ການຫ້າມການທົດລອງອາວຸດນິວເຄຣຍທຸກຮູບແບບ (Comprehensive Nuclear-Test-Ban Treaty Organization) ເພື່ອດຳລົງຕຳແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການ CTBTO, ສປຊ.

ທ່ານ Lassina Zerbo ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ສີທົງ ຈິດໂຍທິນ ໃນການມາດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ອົງການ CTBTO, ຊຶ່ງເປັນມິນິດໝາຍອັນດີໃຫ້ແກ່ການຮ່ວມມື ແລະ ເຮັດວຽກຮ່ວມກັນ ຂອງສອງຝ່າຍ ແລະ ອົງການພ້ອມທີ່ຈະໃຫ້ ການຮ່ວມມືກັນຢ່າງໃກ້ສິດໃນການປະຕິບັດໜ້າທີ່ໃຫ້ມີຜົນສຳເລັດ ແລະ ສອດຄ່ອງກັບຄວາມຕ້ອງການຂອງສະພາບການຕົວຈິງ ເພື່ອເພີມທະວີການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການໃຫ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງ.

ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ລາວໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຮ່ວມມື, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຫຼາຍຂະແໜງການທີ່ກ່ຽວຂ້ອງກັບອົງການ ໂດຍສະເພາະ ການສ້າງຄວາມເຂັ້ມແຂງທາງດ້ານຊັບພະຍາກອນມະນຸດ  ທີ່ໄດ້ສືບຕໍ່ໃຫ້ທຶນສະໜັບສະໜູນ ແກ່ບຸກຄະລາກອນຂອງລາວ ໃນການເຂົ້າຮ່ວມຝຶກອົບຮົມຕ່າງໆ ເຊັ່ນ: ການຝຶກອົບຮົມດ້ານຄວາມຮູ້ວິຊາການ ແລະ ເຕັກນິກໃນການນຳໃຊ້ເຄື່ອງມື ເພື່ອປະເມີນຜົນຖານຂໍ້ມູນ. ນັບຕັ້ງແຕ່ ສປປ ລາວ ໄດ້ເຂົ້າເປັນສະມາ ຊິກຂອງອົງການ ໃນວັນທີ 30 ກໍລະກົດ 1999 ເປັນຕົ້ນມາ ແລະ ເຊື່ອໝັ້ນວ່າ ການຮ່ວມມືຂອງສອງຝ່າຍຈະສືບຕໍ່ຂະຫຍາຍຕົວ ແລະ ເຮັດວຽກຮ່ວມກັນຢ່າງໃກ້ສິດໃນອານາຄົດຂ້າງໜ້າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484634
ມື້ນີ້150
ມື້ວານ188
ອາທິດນີ້1072
ເດືອນນີ້3939