ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຊີ້ນຳວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA) ລົງຕິດຕາມການປະຕິບັດງານຮ່ວມພາກສະໜາມ ລາວ-ອາເມຣິກາ ຢູ່ແຂວງຫົວພັນ

20190220MIA

        ໃນລະຫວ່າງວັນທີ 11-14 ກຸມພາ 2019 ທີ່ຜ່ານມາ, ທ່ານ ພົນຕີ ຄໍາສີ ວົງຄໍາຊາວ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະຊີ້ນໍາວຽກງານ MIA, ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດໄດ້ເດີນທາງໄປຕິດຕາມການປະຕິບັດງານຮ່ວມໃນພາກສະໜາມລະຫວ່າງ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຄັ້ງທີ 2 ປະຈໍາສົກປີ 2018-2019, ຢູ່ແຂວງຫົວພັນ.

     ການເດີນທາງໄປຢ້ຽມຢາມຂອງຄະນະດັ່ງກ່າວໃນຄັ້ງນີ້ ແມ່ນເພື່ອເປັນການກະຕຸກຊຸກຍູ້ໃຫ້ກໍາລັງໃຈແກ່ອ້າຍເອື້ອຍນ້ອງທີ່ພວມປະຕິບັດໜ້າທີ່ຢູ່ສະໜາມ ແລະ      ຖືໂອກາດລົງຕິດຕາມກວດກາສະພາບການປະຕິບັດງານຮ່ວມດ້ານມະນຸດສະທໍາລາວ-ອາເມຣິກາ ເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA) ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຝ່າຍລາວ.
ໃນໂອກາດນີ້, ຄະນະກໍ່ໄດ້ໃຫ້ກຽດໂອ້ລົມບັນດາພະນັກງານວິຊາການຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ຫຼັງຈາກນັ້ນ, ຄະນະໄດ້ເຄື່ອນໄຫວຢ້ຽມຢາມຈຸດຂຸດຄົ້ນກໍລະນີ 0079, 0084 ເຂດບ້ານນາແທ່ນ ແລະ 0690 ເຂດບ້ານບັກ, ເມືອງວຽງໄຊ, ແຂວງຫົວພັນ, ຊຶ່ງໄດ້ຮັບການຕ້ອນຮັບຈາກທິມງານຮ່ວມລາວ-ອາເມຣິກາຢ່າງພ້ອມພຽງ ພ້ອມທັງໄດ້ຮັບຟັງການລາຍງານກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານຢູ່ແຕ່ລະຈຸດຂຸດຄົ້ນຈາກຫົວໜ້າພາກສະໜາມຂອງທັງຝ່າຍລາວ ແລະ    ອາເມຣິກາ. ການປະຕິບັດງານຮ່ວມສອງຝ່າຍໃນພາກສະໜາມຄັ້ງນີ້ກໍ່ຄືຫຼາຍຄັ້ງທີ່ຜ່ານມາ ໄດ້ດໍາເນີນດ້ວຍບັນຍາກາດອັນສ້າງສັນ ແລະ ປະສົບຜົນສໍາເລັດເປັນຢ່າງດີ.
   ຕະຫຼອດໄລຍະ 3 ທົດສະວັດກວ່າທີ່ຜ່ານມາ, ລັດຖະບານກໍ່ຄືປະຊາຊົນລາວໄດ້ໃຫ້ການຮ່ວມມືເປັນຢ່າງດີເທົ່າທີ່ເປັນໄປໄດ້ໃນວຽກງານມະນຸດສະທໍາດັ່ງກ່າວ  ແກ່ຝ່າຍສະຫະລັດ  ອາເມຣິກາ, ແນໃສ່ຊອກຄົ້ນ ແລະ ນໍາເອົາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວສົ່ງຄືນໃຫ້ຄອບຄົວຂອງເຂົາເຈົ້າ, ອັນເປັນການປະກອບສ່ວນເຂົ້າໃນການເສີມສ້າງການພົວພັນຖານເພື່ອນມິດ ແລະ ການຮ່ວມມືອັນຍາວນານ ລະຫວ່າງ ສອງປະເທດໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
   ເຖິງວ່າຈະປະສົບກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ການປະຕິບັດງານຮ່ວມກັນດັ່ງກ່າວກໍ່ໄດ້ຮັບຜົນສໍາເລັດທີ່ເປັນຢ່າງໜ້າຊື່ນຊົມຕະຫຼອດມາ. ທັງນີ້ກໍ່ຍ້ອນມີການຮ່ວມມືຂອງລັດຖະບານ, ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວທຸກໆຂັ້ນແຕ່ສູນກາງຮອດທ້ອງຖິ່ນ ກໍ່ຄືການປະກອບສ່ວນອັນສໍາຄັນ ແລະ ຂາດບໍ່ໄດ້ຂອງປະຊາຊົນລາວບັນດາເຜົ່າ, ຊຶ່ງສ່ອງແສງເຖິງນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ສະຫະລັດ ອາເມຣິກາ, ໂດຍສະເພາະແມ່ນຕໍ່ຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485328
ມື້ນີ້29
ມື້ວານ227
ອາທິດນີ້364
ເດືອນນີ້4633