ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ເຂົ້າຮ່ວມງານພົບປະ ລະຫວ່າງ ທູດອາຊຽນ ແລະ ສະພາທຸລະກິດ ຣັດເຊຍ-ອາຊຽນ ທີ່ ນະຄອນຫລວງມົດສະກູ

2019226-emrusia-b-asean

ໃນອາທິດຜ່ານມາ, ທີ່ບ້ານພັກທູດໄທ, ທ່ານທູດ ສີວຽງເພັດ ເພັດວໍລະສັກ ໄດ້ເຂົ້າຮ່ວມງານພົບປະ ລະຫວ່າງ ທູດອາຊຽນຈາກ 10 ປະເທດ, ສະພາທຸລະກິດ ຣັດເຊຍ-ອາຊຽນ ແລະ ເຈົ້າຫນ້າທີ່ກະຊວງການຕ່າງປະເທດຣັດເຊຍ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ຖະນາທິບ ອຸປະຕິສິງ, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ໃນນາມປະທານອາຊຽນ ແລະ ທ່ານ ອີວານ ໂປລີຢາກົບ, ປະທານສະພາທຸລະກິດ ຣັດເຊຍ-ອາຊຽນ.

ໃນໂອກາດພົບປະກັນຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນ ຜົນການພົບປະກັນ ລະຫວ່າງ ທູດອາຊຽນ ແລະ ສະພາທຸລະກິດ ຣັດເຊຍ-ອາຊຽນ ໃນປີຜ່ານມາ, ໄດ້ຕີລາຄາວ່າ ມີຄວາມຄືບຫນ້າດີສົມຄວນສໍາລັບການຮ່ວມມືດ້ານທຸລະກິດ ລະຫວ່າງ ອາຊຽນ ແລະ ຣັດເຊຍ, ໃນນັ້ນ ໄດ້ເນັ້ນເຖິງການແລກປ່ຽນບົດຮຽນ ແລະ ປະສົບການ ລະຫວ່າງ ນັກທຸລະກິດອາຊຽນ ແລະ ນັກທຸລະກິດຣັດເຊຍ, ເຖິງວ່າ ການພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ຣັດເຊຍ ຍັງມີຄວາມແຕກໂຕນກັນ, ສໍາລັບອາຊຽນ ຍິ່ງມີຄວາມຈໍາເປັນ ຕ້ອງໄດ້ຮຽນເອົາປະສົບການກັບປະເທດອື່ນໆ, ໃນນັ້ນລວມທັງຣັດເຊຍທີ່ມີທ່າແຮງສູງ ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນໂລກ, ຊຶ່ງລັດຖະບານຣັດເຊຍ ໃຫ້ຄວາມສໍາຄັນຕໍ່ບົດບາດຂອງການຮ່ວມມື ດ້ານເສດຖະກິດ ລະຫວ່າງ ຣັດເຊຍ ແລະ ອາຊຽນ ໃນປັດຈຸບັນ.

       ກອງປະຊຸມພົບປະກັນໃນຄັ້ງນີ້ ເຫັນດີສືບຕໍ່ນໍາໃຊ້ກົນໄກການຮ່ວມມືດ້ານເສດຖະກິດ ລະຫວ່າງ ອາຊຽນ ແລະ ຣັດເຊຍ ທີ່ພົວພັນກັບເຂດການຄ້າເສລີຂອງສະຫະພາບເສດຖະກິດ ເອີລົບ-ອາຊີ (Eurasian Economic Union) ຊຶ່ງ ສສ ຫວຽດນາມໄດ້ລົງນາມ ກັບ EAEU ກ່ຽວກັບເຂດການຄ້າເສລີ ໃນປີ 2016, ສ່ວນ ສິງກະໂປ ຍັງສືບຕໍ່ສຶກສາຄວາມເປັນໄປໄດ້ເພື່ອຈະລົງນາມ ໃນເຂດການຄ້າເສລີກັບ EAEU ໃນຂັ້ນຕໍ່ໄປ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ຂອດການປະສານງານ ລະຫວ່າງ ສໍານັກງານສະຖານທູດຂອງປະເທດອາຊຽນ ແລະ ສະພາທຸລະກິດ ຣັດເຊຍ-ອາຊຽນ ປະຈໍາສະຫະພັນຣັດເຊຍໂດຍຮຽກຮ້ອງໃຫ້ມີການປັບປຸງບັນຫານີ້ໃຫ້ມີຄວາມຄ່ອງຕົວຂຶ້ນກວ່າເກົ່າສໍາລັບການຮ່ວມມືດ້ານເສດຖະກິດ ອາຊຽນ-ຣັດເຊຍ ເວົ້າລວມ ແລະ ເວົ້າສະເພາະການຮ່ວມມືກັນ ລະຫວ່າງ ນັກທຸລະກິດອາຊຽນ ແລະ ນັກທຸລະກິດຣັດເຊຍ ໃນປັດຈຸບັນ.

ປະທານສະພາທຸລະກິດ ຣັດເຊຍ-ອາຊຽນ ກຽມພ້ອມຈະໃຫ້ການຕ້ອນຮັບບໍລິສັດນັກທຸລະກິດ ແລະ ນັກລົງທຶນຈາກປະເທດອາຊຽນທີ່ຈະມາເຄື່ອນໄຫວ ແລະ ເຮັດວຽກທີ່ສະຫະພັນຣັດເຊຍ ເພື່ອປືກສາຫາລື ຊອກຊ່ອງທາງຮ່ວມມື ດ້ານທຸລະກິດ-ການຄ້ານໍາກັນ, ຣັດເຊຍ ກໍເຫັນດີຈະໃຫ້ການສະຫນັບສະຫນູນ ແລະ ຊ່ວຍເຫລືອ ອາຊຽນ ເພື່ອສົ່ງເສີມ ທຸລະກິດ ແລະ ການລົງທຶນ ລະຫວ່າງ ຣັດເຊຍ ແລະ ອາຊຽນໃຫ້ໄດ້ຮັບຜົນສໍາເລັດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484526
ມື້ນີ້42
ມື້ວານ188
ອາທິດນີ້964
ເດືອນນີ້3831