ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດພົບປະສົນທະນາດ້ານສິດທິມະນຸດ ແລະ ການປົກຄອງ ຄັ້ງທີ 9, ໃນວັນທີ 7 ມີນາ 2019 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ; ຄະນະຜູ້ແທນສະຫະພາບເອີຣົບ ນໍາໂດຍ ທ່ານ ເດວິດ ດາລີ, ຫົວໜ້າຫ້ອງການ ຮັບຜິດຊອບພາກພື້ນອາຊີຕາເວັນອອກສຽງໃຕ້ ຂອງສໍານັກງານພົວພັນຕ່າງປະເທດສະຫະພາບເອີຣົບ, ມີ ທ່ານ ລີໂອ ຟາເບີ, ເອກອັກຄະລັດຖະທູດສະຫະພາບເອີຣົບ, ເຈົ້າໜ້າທີ່ທີ່ມາຈາກສຳນັກງານພົວພັນຕ່າງປະເທດສະຫະພາບເອີຣົບ ທີ່ ບຣຸກແຊນ, ເຈົ້າໜ້າທີ່ສຳນັກງານຕາງໜ້າສະຫະພາບເອີຣົບ ແລະ ປະເທດສະມາຊິກສະຫະພາບເອີຣົບ ທີ່ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ບັນດາຫົວຂໍ້ສົນທະນາ ຊຶ່ງສອງຝ່າຍໄດ້ແລກປ່ຽນກັນໃນກອງປະຊຸມຄັ້ງນີ້ ລວມມີ ຄວາມຄືບໜ້າຂອງວຽກງານສິດທິມະນຸດຢູ່ ສປປ ລາວ ແລະ ຢູ່ສະຫະພາບເອີຣົບ ນັບແຕ່ກອງປະຊຸມຄັ້ງທີ 8 ຜ່ານມາໃນເດືອນມີນາ 2018; ການປົກຄອງດ້ວຍກົດໝາຍ ໃນນັ້ນລວມມີປະມວນກົດໝາຍອາຍາ ແລະ ການສຳເລັດຮ່າງກົດໝາຍແພ່ງຂອງ ສປປ ລາວ; ການລົບລ້າງໂທດປະຫານຊີວິດຢູ່ເອີຣົບ ແລະ ຄວາມຈໍາເປັນໃນການຮັກສາໂທດປະຫານຊີວິດຢູ່ໃນ ສປປ ລາວ; ສິດທິຂອງພົນລະເມືອງ, ສິດທິທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ; ສິດທິແມ່ຍິງ, ເດັກນ້ອຍ, ຄົນພິການ ແລະ ບັນດາຊົນເຜົ່າ; ການຮ່ວມມືໃນເວທີຫຼາຍຝ່າຍ ແລະ ການສູ້ຊົນຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ແລະ ການຮັກສາສິດທິພິເສດດ້ານການຄ້າ (EBA) ຂອງ ສະຫະພາບເອີຣົບ; ເສລີພາບໃນການສະແດງອອກ, ສື່ມວນຊົນ; ອົງການຈັດຕັ້ງທາງສັງຄົມຢູ່ເອີຣົບ ແລະ ຢູ່ ສປປ ລາວ; ຂໍ້ສະເໜີແນະພາຍໃຕ້ກົນໄກການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ 2 ແລະ ການກະກຽມຂອງ ສປປ ລາວ ໃນການເຂົ້າຮ່ວມກົນໄກການທົບທວນປະຈຳໄລຍະ (UPR) ຮອບວຽນທີ 3 ໃນເດືອນມັງກອນ 2020; ການລົງນາມ ແລະ ໃຫ້ສັດຕະຍາບັນສົນທິສັນຍາສາກົນທີ່ກ່ຽວຂ້ອງ; ການຢ້ຽມຢາມຂອງຜູ້ລາຍງານພິເສດ ສປຊ ຕາມການເຊື້ອເຊີນຂອງລັດຖະບານ ສປປ ລາວ; ຜົນສໍາເລັດຂອງການສະເໜີບົດລາຍງານພາຍໃຕ້ ສົນທິສັນຍາ ວ່າດ້ວຍ ສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ (ICCPR), ສົນທິສັນຍາ ວ່າດ້ວຍ ການລົບລ້າງທຸກຮູບການການຈຳແນກຕໍ່ແມ່ຍິງ (CEDAW), ສົນທິສັນຍາ ວ່າດ້ວຍ ສິດທິເດັກ (CRC) ຂອງ ສປປ ລາວ ໃນປີ 2018 ຢູ່ ສຳນັກງານອົງການສະຫະປະຊາຊາດ ທີ່ ເຊີແນວ.
ໃນການພົບປະຄັ້ງນີ້, ຝ່າຍສະຫະພາບເອີຣົບ ໄດ້ຕີລາຄາຜົນສໍາເລັດການປະຕິບັດວຽກງານສິດທິມະນຸດ ແລະ ການປົກຄອງ ຂອງ ສປປ ລາວ, ຄວາມພະຍາຍາມຂອງລັດຖະບານລາວໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຮອດປີ 2020. ສະຫະພາບເອີຣົບ ຢືນຢັນຄືນຈະສືບຕໍ່ໃຫ້ການຮ່ວມມືແກ່ ສປປ ລາວ ໃນວຽກງານດັ່ງກ່າວນີ້ ໂດຍຜ່ານບັນດາໂຄງການຊ່ວຍເຫຼືອຂອງຕົນ. ຝ່າຍລາວ ກໍໄດ້ຕີລາຄາການປະຕິບັດວຽກງານສິດທິມະນຸດຢູ່ສະຫະພາບເອີຣົບ, ຮຽກຮ້ອງໃຫ້ສະຫະພາບເອີຣົບ ຮັບປະກັນສິດທິມະນຸດ ແລະ ການບໍ່ຈຳແນກໃນການແກ້ໄຂບັນຫາການເຄື່ອນຍ້າຍຄົນເຂົ້າເມືອງ ແລະ ບັນຫາອົບພະຍົບ, ພ້ອມທັງຊອກຫາສາເຫດຕົ້ນຕໍທີ່ພາໃຫ້ເກີດມີບັນຫາດັ່ງກ່າວ ເຊິ່ງເປັນສິ່ງທ້າທາຍຫຼາຍຕໍ່ບັນດາປະເທດເອີຣົບ ໃນປະຈຸບັນ. ສອງຝ່າຍໄດ້ສົນທະນາ ກ່ຽວກັບ ບາງກໍລະນີບຸກຄົນທີ່ສະຫະພາບເອີຣົບ ມີຄວາມສົນໃຈຢູ່ ສປປ ລາວ ຊຶ່ງຝ່າຍລາວກໍໄດ້ຊີ້ແຈງອະທິບາຍ ອັນໄດ້ເຮັດໃຫ້ຝ່າຍສະຫະພາບເອີຣົບ ມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມ ກ່ຽວກັບ ນະໂຍບາຍ, ກົດໝາຍ, ມາດຕະການ ແລະ ສະພາບຄວາມເປັນຈິງຢູ່ ສປປ ລາວ.
ການສົນທະນາປະຈຳປີດ້ານສິດທິມະນຸດ ແລະ ການປົກຄອງ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ເປັນກົນໄກປຶກສາຫາລືແບບບໍ່ເປັນທາງການໜຶ່ງຂອງຄະນະກຳມາທິການຮ່ວມ ສປປ ລາວ-ສະຫະພາບເອີຣົບ (JC). ນອກຈາກການສົນທະນາດ້ານສິດທິມະນຸດ ແລະ ການປົກຄອງແລ້ວ ຍັງມີກົນໄກການສົນທະນາດ້ານການຄ້າ ແລະ ການຮ່ວມມືອີກດ້ວຍ ໃນຂອບຂອງຄະນະກຳມາທິການຮ່ວມລະຫວ່າງສອງຝ່າຍ.