ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງຂ່າວ ກ່ຽວກັບ ການຈັດພິທີທາງການ ແລະ ກິດຈະກຳ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈໍາປີ 2019

Franko1

 

Franko2

 

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 12 ມີນາ 2019, ທີ່ ກະຊວງການຕ່າງປະເທດ, ​ໄດ້​ຈັດ​ໃຫ້​ມີ​ພິທີການ​ຖະ​ແຫຼງຂ່າວ ກ່ຽວກັບ​ການຈັດ​ພິທີ​ທາງ​ການ ​ແລະ ກິດຈະກຳ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ຟຣັງ​ໂກ​ໂຟນີສາກົນ 20 ມີນາ ປະຈໍາ​ປີ 2019, ​ໂດຍ​ການ​ຖະ​ແຫຼງຂ່າວ​ຂອງ​ ທ່ານ ບຸນ​ຍະ​ລິດ ສຸດທິ​ຈັກ, ຜູ້​ປະສານ​ງານ​ຟຣັງ​ໂກ​ໂຟນີແຫ່ງ​ຊາດ; ​ແລະ ມີ​ການ​ເຂົ້າຮ່ວມ​ຂອງ ​ທ່ານ ນາງ Florence Jeanblanc-Risler, ​ເອກອັກຄະລັດຖະທູດຝຣັ່ງ ປະຈຳ ປປ ລາວ, ທ່ານ ສົມສະໜຸກ ມີໄຊ, ຮອງປະທານສະມາຄົມ​ນັກ​ຂ່າວ​ລາວ; ຜູ້ຕາງໜ້າຈາກ​ສະຖານທູດ ທີ່​ໃຊ້​ພາສາ​ຝຣັ່ງ ​ແລະ ຫົວໜ້າຫ້​ອງການ​ມະຫາວິທະຍາ​ໄລ​ ທີ່​ໃຊ້​ພາສາ​ຝຣັ່ງ (AUF) ປະຈຳ ສປປ ລາວ.

 

ໃນການຖະແຫຼງຂ່າວດັ່ງກ່າວ, ທ່ານ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທັງເປັນຜູ້ປະສານງານແຫ່ງຊາດປະຈໍາອົງການຟຣັງໂກໂຟນີ, ໄດ້ສະເໜີໃຫ້ຊາບໂດຍຫຍໍ້ວ່າ ອົງການຟຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນລະຫວ່າງລັດຖະບານທີ່ໃຊ້ພາສາຝຣັ່ງ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມີນາ 1970, ໂດຍມີຈຸດປະສົງຕົ້ນຕໍ ເພື່ອເສີມສ້າງຄວາມສາມັກຄີ, ການຮ່ວມມື ແລະ ການປົກປ້ອງຄວາມຫຼາກຫຼາຍທາງດ້ານວັດທະນະທຳ. ອົງການດັ່ງກ່າວ ໄດ້ເຄື່ອນໄຫວວຽກງານຕາມ 04 ພາລະໜ້າທີ່ໃຫຍ່ ຄື:

 

-      ສົ່ງເສີມພາສາຝຣັ່ງ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ພາສາ;

-      ສົ່ງເສີມສັນຕິພາບ, ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ;

-      ສົ່ງ​ເສີມ​ການ​ສຶກສາ, ການ​ຝຶກ​ອົບຮົມ​, ການສຶກສາຊັ້ນສູງ ແລະ ການຄົ້ນຄວ້າ;

-      ສົ່ງເສີມການຮ່ວມມືເພື່ອການພັດທະນາ​ແບບ​ຍືນ​ຍົງ.

 

ປັດຈຸບັນ, ​ອົງການ​ດັ່ງກ່າວ​ເປັນ​ອົງການ​ທີ່​ກ້ວາງ​ຂວາງ ມີ​ສະມາຊິກ​ທັງໝົດ 88 ປະ​ເທດ (61 ປະ​ເທດ​ສະມາຊິກສົມບູນ ​ແລະ 27 ​​ປະເທດ​ສະມາຊິກ​ສັງ​ເກດ​ການ) ​ທີ່ຢູ່​ໃນ 5 ທະວີບ​ຂອງ​​ໂລ​ກ, ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່ ນະຄອນຫຼວງປາຣີ. ສປປ ລາວ ເຂົ້າເປັນສະມາຊິກສົມບູນ ຂອງອົງການດັ່ງກ່າວ ໃນວັນທີ 22 ພະຈິກ 1991. ອົງການດັ່ງກ່າວ ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະໃນການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນລາວໃນຂະແໜງການສຶກສາ.

 

ໃນຖານະທີ່ເປັນສະມາຊິກຂອງອົງການຟຣັງໂກໂຟນີສາກົນ, ສປປ ລາວ ແມ່ນໄດ້ປະກອບສ່ວນສຳຄັນໃຫ້ແກ່ວຽກງານຕ່າງໆ ກໍຄືການເຂົ້າຮ່ວມກອງປະຊຸມສຳຄັນຂອງອົງການດັ່ງກ່າວ. ນອກຈາກນີ້, ສປປ ລາວ ກໍຄືກັບບັນດາປະເທດສະມາຊິກອື່ນໆ ແມ່ນໄດ້ຈັດໃຫ້ມີພິທີທາງການ ແລະ ກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ໃນໄລຍະເດືອນມີນາ ຂອງທຸກໆປີ, ແນໃສ່ເພື່ອສົ່ງເສີມວຽກງານຟຣັງໂກໂຟນີ.

 

ສຳລັບປີ 2019 ນີ້, ກະຊວງການຕ່າງປະເທດ ໂດຍຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແມ່ນຈະຈັດໃຫ້ມີພິທີສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ ຂຶ້ນໃນຕອນບ່າຍຂອງວັນທີ 02 ເມສາ 2019 ທີ່ ຫ້ອງປະຊຸມໃຫຍ່ຂອງມະຫາວິທະຍາໄລແຫ່ງຊາດ (ນະຄອນຫຼວງວຽງຈັນ). ພິທີດັ່ງກ່າວ ຈະດຳເນີນໄປໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນຜູ້ຮັບຜິດຊອບວຽກງານຟຣັງໂກໂຟນີ, ໂດຍຈະມີການເຂົ້າຮ່ວມຂອງການນຳກະຊວງການຕ່າງປະເທດ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ສປປ ລາວ, ທູຕານຸທູດບັນດາປະເທດສະມາຊິກຂອງອົງການຟຣັງໂກໂຟນີສາກົນ, ຫົວໜ້າຫ້ອງການ ມະຫາວິທະຍາໄລ ທີ່ໃຊ້ພາສາຝຣັ່ງ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ອື່ນໆ ທີ່ກ່ຽວຂ້ອງ, ຕະຫຼອດຮອດບັນດາຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ພາສາຝຣັ່ງ.

 

ຄຽງຄູ່ກັນນັ້ນ, ບັນດາສະຖາບັນການສຶກສາທີ່ມີການຮຽນ-ການສອນພາສາຝຣັ່ງ ຢູ່ໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ, ກໍ່ຍັງຈະມີການຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃນຂອບເຂດຂອງຕົນໃນໄລຍະເດືອນມີນາ ປີ 2019 ເຊັ່ນ: ການແຂ່ງຂັນນັກຮຽນເກັ່ງ, ການແຂ່ງຂັນກິລາ ແລະ ການສະແດງສິລະປະວັນນະຄະດີ.

 

ໃນໂອກາດດຽວກັນນີ້, ທ່ານ ​ນາງ Florence Jeanblanc-Risler, ເອກ​ອັກຄະ​ລັດຖະທູດ ຝຣັ່ງ ປະຈຳ ລາວ, ກໍໄດ້ແຈ້ງໃຫ້ຊາບວ່າ ສະຖານທູດຝຣັ່ງ ໂດຍຮ່ວມກັບກະຊວງການຕ່າງປະເທດ, ສະຖານທູດລຸກຊຳບວກ, ສະຖານທູດການາດາ ແລະ ອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ ປະຈຳ ສປປ ລາວ ກໍຈະໄດ້ຈັດສັບປະດາຟຣັງໂກໂຟນີ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົົນ ປະຈຳປີ 2019, ໂດຍການຈັດກິດຈະກຳສຳຄັນຕ່າງໆ ເຊັ່ນ: ການຈັດກອງປະຊຸມໂຕະມົນ ເພື່ອແລກປ່ຽນປະສົບການທາງດ້ານພາສາຝຣັ່ງໃນຂົງເຂດຂະແໜງການຕ່າງໆ, ການສະແດງສິລະປະວັນນະຄະດີ, ການແຂ່ງຂັນກິລາ, ການແຂ່ງຂັນແຕ້ມຮູບ ແລະ ອື່ນໆ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480392
ມື້ນີ້50
ມື້ວານ172
ອາທິດນີ້790
ເດືອນນີ້6623