ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມກາງສະໄໝ ເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ ຄັ້ງທີ 18

 

AseanDisaster1 AseanDisaster2 AseanDisaster3

 

​ວັນທີ 3 ເມສາ 2019 ທີ່ ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ, ​ກົມ​ອາ​ຊຽນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເປັນ​ເຈົ້າ​ພາບຈັດກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ຄັ້ງທີ 18 ພາຍໃຕ້ຫົວຂໍ້: ການບັນເທົາທຸກໄພພິບັດ ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ ທ່ານ ລັດ​ສະ​ໝີ ແກ້ວ​ມະ​ນີ, ຫົວ​ໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ແລະ ​ທ່ານ ນາງ. Shi Yanping, ຮອງ​ຫົວ​ໜ້າ​ກົມ​ການ​ກູ້​ໄພ ແລະ ຮ່ວມ​ມື​ສາ​ກົນ, ກະ​ຊວງ​ຄຸ້ມ​ຄອງ​ເຫດ​ສຸກ​ເສີນ,ສປ ຈີນ ແລະ ທ່ານ Ian Burchett, ຫົວ​ໜ້າ​ກົມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ກະຊວງການຕ່າງປະເທດ ແລະ ການຄ້າ ການາດາ ແລະ ມີຜູ້ເຂົ້າຮ່ວມຈາກ ປະ​ເທດເວ​ທີ​ພາກ​ພື້ນອາຊຽນ (ASEAN Regional Forum ຫຼື ARF) ທັງໝົດ 74 ທ່ານ.

ຈຸດ​ປະ​ສົງ​ຂອງກອງປະຊຸມເວທີພາກພື້ນອາຊຽນໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ບັນດາປະເທດສະມາຊິກເວທີພາກພື້ນອາຊຽນ ຫຼື ARF ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ການປະຕິບັດທີ່ດີນຳກັນໃນການບັນເທົາທຸກໄພພິບັດ ໂດຍສະເພາະແມ່ນວຽກກະກຽມຄວາມພ້ອມ ເພື່ອຮັບມືຕອບໂຕ້ກັບເຫດການສຸກເສີນ, ການຄົ້ນຫາ-ກູ້ໄພ, ການເສີມສ້າງຂີດຄວາມອາດສາມາດໃຫ້ແກ່ບັນດາໜ່ວຍງານທີ່ກ່ຽວຂ້ອງ, ການຄຸ້ມຄອງນັກຂ່າວສື່ມວນຊົນ ແລະ ການຟື້ນຟູພາຍຫລັງເກີດເຫດການໄພພິບັດ ລວມທັງແລກ​ປ່ຽນ​ປະ​ສົບ​ການໃນການຮ່ວມມື ລະຫວ່າງ ພາກພົນລະເຮືອນ ແລະ ທະຫານ ໃນການຕອບໂຕ້ເຫດການສຸກເສີນຮ່ວມກັນ ໃນເວລາເກີດໄພພິບັດທາງທຳມະຊາດ.

ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນວຽກບັນເທົາທຸກໄພພິບັດເວທີພາກພື້ນອາຊຽນ 2018-2020, ເຊີ່ງ​ເຫັນວ່າ ມີຫລາຍກິດຈະກຳຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ. ພ້ອມນັ້ນ, ກອງ​ປະ​ຊຸມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນທີ່ດີນຳກັນ ໃນຫລາຍຫົວຂໍ້ທີ່ສຳຄັນເປັນ​ຕົ້ນ​ແມ່ນການປັບປຸງຂອດປະສານງານ ແລະ ​ກິດ​ຈະ​ກຳ​ເພື່ອເພີ່ມທະວີຂີດຄວາມອາດສາມາດ​ເພື່ອຮັບ​ມື​ກັບ​ເຫດ​ການໄພພິບັດສຸກ​ເສີນ ລວມທັງກົນໄກຄຸ້ມຄອງໄພພິບັດສາກົນ, ພາກພື້ນ ແລະ ການປະສານງານສາກົນເພື່ອຊ່ວຍເຫລືອດ້ານມະນຸດສະທຳ.

ພິເສດ, ກອງ​ປະ​ຊຸມ ຍັງໄດ້ໃຫ້ຄວາມສຳຄັນໃນການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ກ່ຽວກັບການຟື້ນຟູແບບຍືນຍົງ ພາຍຫລັງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນແມ່ນການສະໜອງທາງດ້ານທີ່ຢູ່ອາໃສໃຫ້ແກ່ຄອບຄົວຜູ້ຖືກເຄາະຮ້າຍ, ການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະພາບແວດລ້ອມອ້ອມຂ້າງຕ່າງໆໃຫ້ດີຂື້ນ ເພື່ອເປັນຕົວ​ຢ່າງ ແລະ ບົດ​ຮຽນທີ່ດີສຳລັບບັນດາປະເທດຜູ້ເຂົ້າຮ່ວມ ສາມາດນຳໄປພິຈາລະນາ ແລະ ປັບໃຊ້ເຂົ້າໃນກໍລະນີເກີດເຫດໄພພິບັດທຳມະຊາດຢູ່ໃນແຕ່ລະປະເທດຕາມ​ຄວາມ​ເໝາະ​ສົມ.

ກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ຄັ້ງຕໍ່ໄປ (ຄັ້ງທີ 19) ພາຍໃຕ້ຫົວຂໍ້: ການບັນເທົາທຸກໄພພິບັດ ຈະຈັດຂຶ້ນຢູ່ ສປ ຈີນ ໃນປີ 2020.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484646
ມື້ນີ້162
ມື້ວານ188
ອາທິດນີ້1084
ເດືອນນີ້3951