ວັນທີ 3 ເມສາ 2019 ທີ່ ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ, ກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ຄັ້ງທີ 18 ພາຍໃຕ້ຫົວຂໍ້: ການບັນເທົາທຸກໄພພິບັດ ໂດຍການເປັນປະທານຮ່ວມຂອງ ທ່ານ ລັດສະໝີ ແກ້ວມະນີ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ. Shi Yanping, ຮອງຫົວໜ້າກົມການກູ້ໄພ ແລະ ຮ່ວມມືສາກົນ, ກະຊວງຄຸ້ມຄອງເຫດສຸກເສີນ,ສປ ຈີນ ແລະ ທ່ານ Ian Burchett, ຫົວໜ້າກົມ ອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ແລະ ການຄ້າ ການາດາ ແລະ ມີຜູ້ເຂົ້າຮ່ວມຈາກ ປະເທດເວທີພາກພື້ນອາຊຽນ (ASEAN Regional Forum ຫຼື ARF) ທັງໝົດ 74 ທ່ານ.
ຈຸດປະສົງຂອງກອງປະຊຸມເວທີພາກພື້ນອາຊຽນໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ບັນດາປະເທດສະມາຊິກເວທີພາກພື້ນອາຊຽນ ຫຼື ARF ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ການປະຕິບັດທີ່ດີນຳກັນໃນການບັນເທົາທຸກໄພພິບັດ ໂດຍສະເພາະແມ່ນວຽກກະກຽມຄວາມພ້ອມ ເພື່ອຮັບມືຕອບໂຕ້ກັບເຫດການສຸກເສີນ, ການຄົ້ນຫາ-ກູ້ໄພ, ການເສີມສ້າງຂີດຄວາມອາດສາມາດໃຫ້ແກ່ບັນດາໜ່ວຍງານທີ່ກ່ຽວຂ້ອງ, ການຄຸ້ມຄອງນັກຂ່າວສື່ມວນຊົນ ແລະ ການຟື້ນຟູພາຍຫລັງເກີດເຫດການໄພພິບັດ ລວມທັງແລກປ່ຽນປະສົບການໃນການຮ່ວມມື ລະຫວ່າງ ພາກພົນລະເຮືອນ ແລະ ທະຫານ ໃນການຕອບໂຕ້ເຫດການສຸກເສີນຮ່ວມກັນ ໃນເວລາເກີດໄພພິບັດທາງທຳມະຊາດ.
ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນວຽກບັນເທົາທຸກໄພພິບັດເວທີພາກພື້ນອາຊຽນ 2018-2020, ເຊີ່ງເຫັນວ່າ ມີຫລາຍກິດຈະກຳຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ. ພ້ອມນັ້ນ, ກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນທີ່ດີນຳກັນ ໃນຫລາຍຫົວຂໍ້ທີ່ສຳຄັນເປັນຕົ້ນແມ່ນການປັບປຸງຂອດປະສານງານ ແລະ ກິດຈະກຳເພື່ອເພີ່ມທະວີຂີດຄວາມອາດສາມາດເພື່ອຮັບມືກັບເຫດການໄພພິບັດສຸກເສີນ ລວມທັງກົນໄກຄຸ້ມຄອງໄພພິບັດສາກົນ, ພາກພື້ນ ແລະ ການປະສານງານສາກົນເພື່ອຊ່ວຍເຫລືອດ້ານມະນຸດສະທຳ.
ພິເສດ, ກອງປະຊຸມ ຍັງໄດ້ໃຫ້ຄວາມສຳຄັນໃນການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ກ່ຽວກັບການຟື້ນຟູແບບຍືນຍົງ ພາຍຫລັງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນແມ່ນການສະໜອງທາງດ້ານທີ່ຢູ່ອາໃສໃຫ້ແກ່ຄອບຄົວຜູ້ຖືກເຄາະຮ້າຍ, ການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະພາບແວດລ້ອມອ້ອມຂ້າງຕ່າງໆໃຫ້ດີຂື້ນ ເພື່ອເປັນຕົວຢ່າງ ແລະ ບົດຮຽນທີ່ດີສຳລັບບັນດາປະເທດຜູ້ເຂົ້າຮ່ວມ ສາມາດນຳໄປພິຈາລະນາ ແລະ ປັບໃຊ້ເຂົ້າໃນກໍລະນີເກີດເຫດໄພພິບັດທຳມະຊາດຢູ່ໃນແຕ່ລະປະເທດຕາມຄວາມເໝາະສົມ.
ກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ຄັ້ງຕໍ່ໄປ (ຄັ້ງທີ 19) ພາຍໃຕ້ຫົວຂໍ້: ການບັນເທົາທຸກໄພພິບັດ ຈະຈັດຂຶ້ນຢູ່ ສປ ຈີນ ໃນປີ 2020.