ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເຢຍລະມັນ ຄັ້ງທີ 1, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ

20190405Germany2

ໃນ​ຕອນ​ເຊົ້າ​ຂອງວັນທີ05 ເມສາ 2019,ກະຊວງການຕ່າງປະເທດໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ເຢຍລະມັນ ຄັ້ງປະຖົມມະລຶກ ໃນລະດັບຫົວໜ້າກົມ, ອັນເປັນການຜັນຂະຫຍາຍຜົນການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການ ຄັ້ງປະຫວັດສາດ ຂອງທ່ານນາຍົກລັດຖະມົນຕີລາວເຮົາ ເມື່ອຕົ້ນເດືອນມີນນາທີ່ຜ່ານມາ, ​ໂດຍການເປັນປະທານຮ່ວມຂອງ ທ່ານ ພົມມາ ຄໍາມະນີຈັນ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດລາວ ແລະ ທ່ານ ນາງ ອີນາ ເລີແປນ (Ina LEPEL), ຫົວໜ້າກົມອາຊີ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ເຢຍລະມັນ.

          ກອງ​ປະຊຸມ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້ຕີ​ລາຄາຄືນ​​ການ​ພົວພັນ​ຮ່ວມ​ມື​ທີ່​ດີມີ​ມູນເຊື້ອມາຍາວນານ ລະຫວ່າງສອງປະເທດ ນັບ​ແຕ່​ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ ແຕ່​ປີ 1958 ເປັນຕົ້ນ​ມາ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ການຊ່ວຍເຫຼືອ ຂອງເຢຍລະມັນ ຕໍ່ ສປປ ລາວ ແລະ ປຶກສາຫາລືທິດທາງການຮ່ວມມືກັນໃນຕໍ່ໜ້າ. ນອກຈາກ​ນັ້ນ, ​ຍັງ​ໄດ້​ແລກປ່ຽນຄວາມຄິດເຫັນ ກ່ຽວກັບການຮ່ວມມື ໃນຂອບອີຢູ, ອາຊຽນ ແລະ ສປຊ ກໍ່ຄື​ບັນຫາ​ພາກ​ພື້ນ ແລະ ບັນຫາ​ສາກົນເຊິ່ງ​ຕ່າງ​ຝ່າຍຕ່າງມີ​ຄວາມ​ສົນໃຈ. ການປຶກສາຫາລືແມ່ນແນໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ລະຫວ່າງ​ສອງ​ປະເທດ ໃຫ້​ແໜ້ນ​ແຟ້ນ ແລະ ແຕກເອກອອກຜົນ​ຍິ່ງໆ​ຂຶ້ນ​ໃນ​ອະ​ນາຄົດ ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ.

ໃນໄລຍະຜ່ານມາ, ລັດຖະບານເຢຍລະມັນ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໂດຍສຸມໃສ່ສອງຂະແໜງການບູລິມະສິດຄື: ການຮ່ວມມືທາງດ້ານເຕັກນິກ ຜ່ານອົງການຮ່ວມມືສາກົນ ເພື່ອການພັດທະນາ ຂອງເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນຜ່ານທະນາຄານສິນເຊື່ອ ເພື່ອການພັດທະນາ ຂອງເຢຍລະມັນ (KFW), ຊຶ່ງສອດຄ່ອງກັບເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວເຮົາ, ເປັນຕົ້ນແມ່ນເນັ້ນໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ. ການຊ່ວຍເຫຼືອຂອງເຢຍລະມັນ ແກ່ ສປປ ລາວ ໃນໄລຍະປີ 2018-2020 ມີມູນຄ່າປະມານ 50 ລ້ານເອີໂຣ, ໃນນັ້ນ 10 ລ້ານເອີໂຣ ແມ່ນຊ່ວຍເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອັດຕະປື ແລະ ໃນຂອບເຂດທົ່ວປະເທດ. ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຝ່າຍລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນເຢຍລະມັນ ທີ່ມີຕໍ່ ສປປລາວ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍ່ຄື ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.

ກອງ​ປະຊຸມປຶກສາຫາລືຄັ້ງນີ້ ​ໄດ້​ດຳເນີນ​ໄປພາຍ​ໃຕ້​ບັນຍາກາດອັນສ້າງສັນ ແລະ ເຂົ້າອົກເຂົ້າໃຈກັນເປັນຢ່າງດີ ບົນຈິດໃຈແຫ່ງມິດຕະພາບ ແລະ ການເປັນຄູ່ຮ່ວມມືອັນແທ້ຈິງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480386
ມື້ນີ້44
ມື້ວານ172
ອາທິດນີ້784
ເດືອນນີ້6617