ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ. ອາເມລິກາ

20190408LaoAmbToUS

ໃນວັນທີ 08 ເມສາ 2019, ທີ່ ນະຄອນຫຼວງວໍຊິງຕັນ ດີຊີ, ທ່ານ ຄຳພັນ ອັ່ນລາວັນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສະຫະລັດ ອາເມລິກາ.

ໃນໂອກາດດັ່ງກ່າວ, ທ່ານທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ທີ່ທ່ານປະທານາທິບໍດີ ໄດ້ໃຫ້ກຽດເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້ ຊຶ່ງຖືເປັນກຽດຢ່າງສູງ ທີ່ຕົນໄດ້ຖືກແຕ່ງຕັ້ງຈາກລັດຖະບານກໍ່ຄືປະທານປະເທດ ແຫ່ງ ສປປ ລາວໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດະທູດ ແຫ່ງ ສປປ ລາວ ປະຈຳ ສ. ອາເມລິກາ. ໃນໂອກາດນີ້ ທ່ານທູດໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ປະທານາທິບໍດີ ທຣໍາ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ໄດ້ຮັບຜົນສໍາເລັດໃນພາລະໜ້າທີ່ອັນມີກຽດຂອງທ່ານ. ພ້ອມດຽວກັນ, ທ່ານທູດຄຳພັນໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສ. ອາເມລິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ແລະ ສ້າງສາປະເທດ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອໃນຊຸມປີຕໍ່ໜ້າ ໃນຖານະເປັນຄູ່ຮ່ວມຍຸດທະສາດແບບກວມລວມ ນັບແຕ່ປີ 2016 ເປັນຕົ້ນມາ. ນອກຈາກນີ້, ຍັງໄດ້ລາຍງານຫຍໍ້ການພົວພັນຮ່ວມມືສອງຝ່າຍ ກໍ່ຄືໃນຂອບຫຼາຍຝ່າຍລວມທັງ ຂອບການຮ່ວມມືອື່ນໆ, ພ້ອມທັງຈະຕັ້ງໜ້າປະຕິບັດໜ້າທີ່ເພື່ອຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ-ສະຫະລັດອາເມລິກາ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ. ເຊິ່ງທ່ານປະທານາທິບໍດີກໍ່ໄດ້ສະແດງຄວາມຂອບ ໃຈ ແລະ ຝາກຄວາມນັບຖືຮັກແພງ ມາຍັງ ພະນະທ່ານປະທານປະເທດ ແລະ ການນຳ ຂອງ ສປປ ລາວ ເຊັ່ນດຽວກັນ.

ໃນໂອກາດນີ້, ທ່ານປະທານາທິບໍດີ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານທູດລາວຜູ້ໃໝ່ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສະຫະລັດ ອາເມລິກາ ເພື່ອປະຕິບັດໜ້າທີ່ອັນມີກຽດ, ພ້ອມທັງອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວວຽກງານການທູດຂອງຕົນ ແລະ ຊຸກຍູ້ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ ທ່ານປະທານາທິບໍດີ ມີພະລານາໄມເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ.

ສປປ ລາວ ແລະ ສ. ອາເມລິກາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 10 ສິງຫາ 1955 ເຊິ່ງສາຍພົວພັນດັ່ງກ່າວໄດ້ຂະຫຍາຍຕົວຂຶ້ນເລື້ອຍໆ ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງຊາດ ສປປ ລາວ-ສ. ອາເມລິກາ ໂດຍມີການແລກປ່ຽນການຢ້ຽມຢາມຄະນະຜູ້ແທນຂັ້ນຕ່າງໆ ຂອງສອງປະເທດ, ການຮ່ວມມືກວມເອົາດ້ານເສດຖະກິດ, ການຄ້າ, ການສຶກສາ, ວັດທະນະທຳ-ສັງຄົມ ແລະ ອື່ນໆ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480229
ມື້ນີ້59
ມື້ວານ157
ອາທິດນີ້627
ເດືອນນີ້6460