ໃນວັນທີ 29-30 ເມສາ 2019, ທີ່ ໂຮງແຮມຄຣາວພາລ໌ຊາ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍຮ່ວມມືກັບ ຄະນະກໍາມະການກາແດງສາກົນ (ICRC) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບລະເບີດຝັງດິນ, ລະເບີດລູກຫວ່ານ ແລະ ສິ່ງເສດເຫຼືອຕົກຄ້າງຈາກສົງຄາມ. ກອງປະຊຸມສໍາມະນາຄັ້ງນີ້ ແມ່ນເປັນກອງປະຊຸມລະດັບພາກພື້ນ ເຊິ່ງໄດ້ຈັດຂຶ້ນເປັນຄັ້ງທໍາອິດ ຢູ່ ສປປ ລາວ ໂດຍການສະໜັບສະໜູນທຶນຮອນ ແລະ ຊ່ຽວຊານ ຈາກຄະນະກໍາມະການກາແດງສາກົນ (ICRC) ແລະ ໄດ້ຮັບກຽດກ່າວເປີດໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ Christoph Sutter, ຫົວໜ້າຫ້ອງການພາກພື້ນຂອງຄະນະກໍາມະການກາແດງສາກົນ ແລະ ມີບັນດາເອກອັກຄະລັດຖະທູດ ແລະ ທູຕານຸທູດ ຈາກບັນດາປະເທດຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈາກຫຼາຍພາກສ່ວນຂອງ ສປປ ລາວ, ກໍາປູເຈຍ, ຫວຽດນາມ, ໄທ, ມຽນມາ, ຟີລິບປີນ, ອິນໂດເນເຊຍ, ບັນດາຊ່ຽວຊານ ແລະ ທີ່ປຶກສາຈາກຄະນະກໍາມະການກາແດງສາກົນ, ຜູ້ຕາງໜ້າຈາກໜ່ວຍງານສະໜັບສະໜູນ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍລະເບີດຝັງດິນຕ້ານບຸກຄົນ ແລະ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້.
ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ແມ່ນເພື່ອ (1) ປຶກສາຫາລືກ່ຽວກັບສິ່ງທ້າທາຍທີ່ພົບພໍ້ໃນການແກ້ໄຂບັນຫາລະເບີດຝັງດິນ, ລະເບີດລູກຫວ່ານ ແລະ ສິ່ງເສດເຫລືອອື່ນໆຈາກສົງ ຄາມ ທີ່ຕົກຄ້າງໃນປະເທດ ແລະ ການເຜີຍແຜ່ຄວາມຮັບຮູ້ກ່ຽວກັບຜົນກະທົບຂອງອາວຸດເຫລົ່ານີ້; (2) ສົ່ງເສີມການຮ່ວມມືລະຫວ່າງປະເທດຜູ້ໃຫ້ທຶນ ແລະ ປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຕົກຄ້າງຈາກສົງຄາມ ໃນການແກ້ໄຂສິ່ງທ້າທາຍດ້ານການທຳລາຍລະເບີດ, ກວດກູ້ລະເບີດ, ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ການສຶກສາເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງຈາກ ລບຕ; ແລະ (3) ສົ່ງເສີມການຈັດຕັ້ງປະຕິບັດບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງ.
ຕະຫຼອດໄລຍະກອງປະຊຸມ 2 ວັນ, ກອງປະຊຸມໄດ້ມີການປືກສາຫາລືໃນຫຼາຍບັນຫາ ທີ່ກ່ຽວພັນເຖິງຜົນຮ້າຍ ແລະ ຜົນກະທົບຈາກລະເບີດຝັງດິນ, ລະເບີດລູກຫວ່ານ ແລະ ສິ່ງເສດເຫຼືອຕົກຄ້າງຈາກສົງຄາມ, ການຊ່ວຍເຫຼືອທາງດ້ານມະນຸດສະທໍາ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ, ການແລກປ່ຽນບົດຮຽນ ແລະ ແບບແຜນການເຮັດວຽກທີ່ດີ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກຂອງແຕ່ລະປະເທດ ແລະ ການຈັດຕັ້ງປະຕິບັດສົນທິສັນຍາຕ່າງໆໃນຂອບວຽກງານດັ່ງກ່າວ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນຈາກບັນດາປະເທດຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງທັງຈາກທາງພາຍໃນ ແລະ ຕ່າງປະເທດ ກ່ຽວກັບບັນຫາ, ສິ່ງທ້າທາຍ ແລະ ແຜນການໃນຕໍ່ໜ້າ.
ວຽກງານການເກັບກູ້ລະເບີດບໍ່ທັນແຕກ ແລະ ສິ່ງເສດເຫລືອອື່ນໆທີ່ຕົກຄ້າງຈາກສົງຄາມ ແມ່ນບຸລິມະສິດໜຶ່ງທີ່ສຳຄັນຂອງ ລັດຖະບານ ສປປ ລາວ, ເພາະວຽກງານດັ່ງກ່າວຕິດພັນກັບຄວາມປອດໄພຂອງຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານການພັດທະນາເສດຖະກິດ-ສັງຄົມຢ່າງແຍກອອກຈາກກັນບໍ່ໄດ້. ໂດຍເຫັນເຖິງຄວາມສຳຄັນດັ່ງກ່າວ, ລັດຖະບານຈຶ່ງໄດ້ສ້າງຕັ້ງຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ລບຕ), ອອກບັນດານິຕິກຳຕ່າງໆ, ສຸມກຳລັງແຮງ ແລະ ຊັບພະຍາກອນທີມີຢູ່ເຂົ້າໃນ ການແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ ແລະ ຮ່ວມມືກັບສາກົນເພື່ອຮັບປະກັນການດຳລົງຊີວິດທີ່ປອດໄພຂອງປະຊາຊົນ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຢ່າງຮອບດ້ານ, ພົ້ນເດັ່ນແມ່ນການຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ (ປພຍ) ເປົ້າໝາຍທີ່ 18 (SDG 18) ພາຍໃຕ້ຫົວຂໍ້ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ແລະ ໄດ້ເຊື່ອມສານ ປພຍ 18 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປິ ຄັ້ງທີ່ VIII (2016-2020)”
ນອກຈາກນັ້ນ, ສປປ ລາວ ຍັງໄດ້ເປັນພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions - CCM) ຊຶ່ງເປັນປະເທດທີ່ສອງທີ່ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2009, ເປັນພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດທຳມະດາບາງຊະນິດ (Convention on Certain Conventional Weapons – CCW) ໂດຍສະເພາະແມ່ນໄດ້ເປັນພາຄີຂອງອະນຸສັນຍາສະບັບທີ່ 5 ວ່າດ້ວຍສິ່ງເສດເຫລືອປາງສົງຄາມ (Protocol V on Explosive Remnants of War). ພ້ອມນີ້, ຍັງໄດ້ຕິດຕາມເຂົ້າຮ່ວມກອງປະຊຸມຂອງສົນທິສັນຍາຕ້ານລະເບີດຝັງດິນ ແລະ ໄດ້ລົງຄະແນນສຽງສະໜັບສະໜູນຍັດຕິດັ່ງກ່າວຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ຢ່າງເປັນປະຈຳ.