ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການພົບປະ ລະຫວ່າງ ລັດຖະມົນຕີການຕ່າງປະເທດຣັດເຊຍ ແລະ ທູດອາຊຽນ ປະຈໍາ ສ ຣັດເຊຍ

201956-emlao-to-rusia-asean

ຫວ່າງບໍ່ດົນມານີ້ ທີ່ກະຊວງການຕ່າງປະເທດ, ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ຈັດ Working Lunch ເປັນກຽດແກ່ທູດອາຊຽນ ປະຈໍາ ສ ຣັດເຊຍ.

ໃນໂອກາດນີ້, ບາງທູດອາຊຽນ - ໄທ, ສິງກະໂປ, ອິນໂດເນເຊຍ ໄດ້ແລກປ່ຽນທັດສະນະກັບລັດຖະມົນຕີການຕ່າງປະເທດຣັດເຊຍ ເພື່ອກໍານົດຂົງເຂດການຮ່ວມມືທີ່ເປັນບູລິມະສິດ ແລະ ສ້າງ Roadmap ຂອງການຮ່ວມມືສອງຝ່າຍ ລະຫວ່າງ ອາຊຽນ ແລະ ຣັດເຊຍ ໃນອານາຄົດ. ສອງຝ່າຍຕີລາຄາວ່າ ສະຖານະພາບຂອງການເປັນຄູ່ຮ່ວມມືຍຸດທະສາດແມ່ນໂອກາດທີ່ດີ ສໍາລັບ ອາຊຽນ ແລະ ຣັດເຊຍ ເພື່ອໃຫ້ສອງຝ່າຍກ້າວໄປທາງຫນ້າຕາມເສັ້ນທາງທີ່ຖືກຕ້ອງ, ໃນນັ້ນ ອິນໂດເນເຊຍ ໃນຖານະເປັນປະເທດຜູ້ປະສານງານກັບຣັດເຊຍ ໄດ້ສະເຫນີ 4 ຂົງເຂດການຮ່ວມມື ທີ່ເປັນບູລິມະສິດລະຫວ່າງອາຊຽນ ແລະ ຣັດເຊຍ ເຊັ່ນ : ການຕ້ານລັດທິກໍ່ການຮ້າຍ (Counter- terrorism), ຄວາມຫມັ້ນຄົງດ້ານໄຊເບີ(Cyber Security), ການຄຸ້ມຄອງບັນຫາໄພພິບັດ (Disaster Management) ແລະ ບັນຫາ Smart City. ຕໍ່ຂໍ້ສະເຫນີຂອງອິນໂດເນເຊຍ ທູດອາຊຽນສ່ວນໃຫຍ່ ເຫັນດີນໍາ ແລະ ທັງສະເຫນີໃຫ້ ອາຊຽນ ແລະ ຣັດເຊຍຄວນແລກປ່ຽນບົດຮຽນ, ປະສົບການ ແລະ ຄວາມສາມາດຕົວຈິງຂອງກັນ ແລະ ກັນ. ບັນດາທູດອາຊຽນໄດ້ສະແດງຄວາມຫວັງວ່າ ສອງຝ່າຍຈະສາມາດສ້າງແຜນງານລະອຽດກ່ຽວກັບ 4ຂົງເຂດທີ່ໄດ້ກ່າວມານີ້. ບັນດາທູດອາຊຽນ ຖືວ່າ ຣັດເຊຍ ມີປະສົບການ ແລະ ບົດຮຽນອຸດົມສົມບູນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ຈະສົ່ງເສີມເຄື່ອຄ່າຍຂອງ Smart City ແລະ ທັງໄດ້ສະເຫນີ ໃຫ້ຝ່າຍຣັດເຊຍໃຫ້ມີການສະເຫນີເອກະສານດ້ານແນວຄວາມຄິດ (A concept paper) ໂດຍຜ່ານສໍານັກງານຜູ້ຕາງຫນ້າຖາວອນຂອງຣັດເຊຍ ປະຈໍາ ອິນໂດເນເຊຍ ຫລື ສົ່ງຫາສະຖານທູດອິນໂດເນເຊຍ ປະຈໍາຣັດເຊຍ ກໍໄດ້.

          ຕໍ່ບັນດາຂໍ້ສະເຫນີຂອງທູດອາຊຽນທີ່ໄດ້ກ່າວມາຂ້າງເທິງນັ້ນ, ທ່ານ ແຊຣເກ ລາວາຣົບ ເຫັນດີນໍາ ແລະ ທັງໄດ້

ສະເຫນີວ່າ ການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຣັດເຊຍ ແລະ ອາຊຽນນັ້ນຈະປະກອບດ້ວຍຫລາຍໂຄງການທີ່ກວມເອົາຫລາຍຂົງເຂດຂອງການຮ່ວມມື ແລະ ຕ້ອງໄດ້ປະຕິບັດໄປແຕ່ລະບາດກ້າວ, ທ່ານ ຍັງໄດ້ກ່າວວ່າ ກອງປະຊຸມສາກົນດ້ານຄວາມຫມັ້ນຄົງທີ່ຈະຈັດຂຶ້ນ ຢູ່ນະຄອນຫລວງມົດສະກູ ໂດຍກະຊວງປ້ອງກັນປະເທດຣັດເຊຍ ແມ່ນເປັນຕົວຢ່າງຂອງການຈະເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງຣັດເຊຍ ແລະ ອາຊຽນ. ທ່ານແຊຣເກ ລາວາຣົບ ຍັງໄດ້ເນັ້ນວ່າ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ ຕ້ອງການໃຫ້ອົງການຮ່ວມມືຊຽງໄຮ້ (The Shanghai Cooperation Organization), ໂຄງການ ຫນຶ່ງແລວ, ຫນຶ່ງເສັ້ນທາງ ແລະ ອາຊຽນ ຄວນເຮັດວຽກຮ່ວມກັນ. ລັດຖະມົນຕີຕ່າງປະເທດຣັດເຊຍ ຍັງໄດ້ເຊື້ອເຊີນເດັກນ້ອຍອາຊຽນທີ່ມີອາຍຸຕໍ່າກວ່າ 12 ປີມາຢ້ຽມຢາມ ຣັດເຊຍ ແລະ ກິດຈະກໍານີ້ ຈະຈັດຂຶ້ນໂດຍສູນອາຊຽນ-ຣັດເຊຍຂອງMGIMOໃນປີ 2019.

          ບັນຍາກາດຂອງການພົບປະ ສອງຝ່າຍ - ຣັດເຊຍ ແລະ ອາຊຽນ ເຕັມໄປດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ , ກົງໄປກົງມາ ແລະ ສ້າງສັນ ແຕ່ຕົ້ນຕະຫລອດປາຍ.

         

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485769
ມື້ນີ້68
ມື້ວານ206
ອາທິດນີ້805
ເດືອນນີ້5074