ໃນວັນທີ 10 ພຶດສະພາ 2019 ນີ້, ທີ່ ກະຊວງຍຸຕິທຳ, ນະຄອນຫລວງ ຮ່າໂນ້ຍ, ສສ. ຫວຽດນາມ ໄດ້ຈັດພິທີ ມອບຫລຽນກາລະນຶກ “ເພື່ອພາລະກິດ ຍຸຕິທຳ” ໃຫ້ແກ່ ສະຫາຍ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ທ່ີມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງການຍຸຕິທຳ ຫວຽດນາມ, ຊຶ່ງ ເຂົ້າຮ່ວມພິທີຄັ້ງນີ້ມີ ການນຳຈາກກະຊວງຍຸຕິທຳຫວຽດນາມ ແລະ ພະນັກງານສະຖານທູດລາວ ປະຈຳ ຫວຽດນາມ. ໃນພິທີ, ສະຫາຍ ເລແທ່ງລອງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຍຸຕິທຳ ຫວຽດນາມ ໄດ້ມອບຫລຽນກາລະນຶກ “ເພື່ອພາລະກິດ ຍຸຕິທຳ” ໃຫ້ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ປະກອບສ່ວນໃນການເພີ່ມພູນຄູນສ້າງຄວາມສຳພັນ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ສອງກະຊວງຍຸຕິທຳ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ອວຍພອນໃຫ້ ສະຫາຍ ທອງສະຫວັນ ພົມວິຫານ ຈົ່ງປະສົບຜົນສຳເລັດໃນໜ້າທ່ີການງານ ຊຶ່ງພັກ-ລັດ ມອບໝາຍໃຫ້.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ກະຊວງຍຸຕິທຳ ທີ່ໄດ້ມອບຫລຽນກາ “ເພື່ອພາລະກິດ ຍຸຕິທຳ” ໃນຄັ້ງນີ້, ຂອບໃຈຕໍ່ການເອົາໃຈໃສ່ ແລະ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ກະຊວງຍຸຕິທໍາລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ ແລະ ຫວັງວ່າ ຄວາມຮ່ວມມືດັ່ງກ່າວ ຈະຍິ່ງໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.