ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກຳມາທິການຮ່ວມ ລາວ-ອີຢູ ຄັ້ງທີ 09 ທີ່ ບຣຸກແຊນ, ປະເທດ ແບນຊິກ

ໃນວັນທີ 21 ພຶດສະພາ 2019, ຄະນະຜູ້ແທນຝ່າຍລາວ ນໍາໂດຍທ່ານ ພົມມາ ຄຳ​ມະນີ​ຈັນ, ຫົວໜ້າ​ກົມ​ເອີຣົບອາ​ເມ​ລິ​ກາ, ກະຊວງ​ການ​ຕ່າງປະ​ເ​ທດ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ໄດ້ເດີນທາງ​ເຂົ້າຮ່ວມກອງປະຊຸມຄະນະ​ກຳມາ​ທິການ​ຮ່ວມ ລະຫວ່າງ ສປປ ລາວ ​ແລະ​ ສະຫະພາບ​ເອີຣົບ ເຊິ່ງຈັດຂື້ນຢູ່ ສຳນັກງານ​ໃຫຍ່​ຂອງ​ສະຫະພາບ​ເອີ​ຣົບ,ທີ່ ບຣຸກ​ແຊນ,ປະເທດ ​ແບນ​ຊິກ.

ກອງປະຊຸມດັ່ງກ່າວຈັດ​ຂຶ້ນທຸກໆ 2ປີຕໍ່ຄັ້ງ ໂດຍໄດ້ຜັດປ່ຽນກັນເປັນເຈົ້າພາບ, ຊຶ່ງໃນຄັ້ງນີ້ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ພົມມາ ຄຳ​ມະນີ​ຈັນ, ຫົວ​ໜ້າ​ກົມ​ເອີຣົບອາ​ເມ​ລິ​ກາ, ກະຊວງ​ການ​ຕ່າງປະ​ເ​ທດ, ຫົວໜ້າ​ຄະນະ​ຝ່າຍ​ລາວ ແລະ ທ່ານ David Daly, ຫົວໜ້າຫ້ອງການ​ຮັບຜິດຊອບ​ພາກ​ພື້ນອາຊີຕາເວັນອອກສຽງໃຕ້ຂອງ​ສຳນັກງານ​ພົວພັນຕ່າງປະ​ເທດຂອງ ອີ​ຢູ, ຊຶ່ງກອງປະຊຸມໄດ້​ຮັບຮອງເອົາ ບົດ​ລາຍ​ງານ​ຜົນ​ຂອງ​ກອງ​ປະຊຸມ​ຄະນະ​ວິຊາ​ການ ດ້ານ​ການ​ຮ່ວມ​ມື (Working Group on Cooperation)ເຊິ່ງ​ໄດ້ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ ​​ເພື່ອ​ຕີ​ລາຄາສະພາບ​ການຮ່ວມມື, ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ທີ່ຝ່າຍ ອີຢູ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ແລະແຜນການຮ່ວມມືໃນຕໍ່ໜ້າ. ​​ໃນ​ໄລຍະ​ຜ່ານ​ມາ ອີ​ຢູ ​​ໃຫ້​ການ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ສຳ​ລັບ​ໄລຍະ​ປີ 2016-2020 (Joint Programming 2016-2020) ໂດຍ​ມີ​ມູນ​ຄ່າ 162 ລ້ານເອີ​ໂຣ​ ໃນຂະ​ແໜງ​ການ​ທີ່​ເປັນບູລິ​ມະ​ສິດ​: ການ​ສຶກສາ​ຂັ້ນ​ພື້ນຖານ, ການ​ປົກຄອງ​ທີ່​ດີ, ​ໂພຊະ​ນາ​ການ, ການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ (UXO),ອັນ​ເປັນ​ການ​ປະກອບ​ສ່ວ​ນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິ​ບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 8 (2016-2020)ແນ​ໃສ່​ນຳ​ເອົາ​ປະ​ເທດຊາດ​ຫຼຸດ​ພົ້ນ​ອອກຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ ກ້າວສູ່​ການ​ພັດທະນາ​ແບບ​ຍືນ​ຍົງ​ເທື່ອ​ລະ​ກ້າວ.​

ໃນ​ໂອກາດ​ດຽວ​ກັນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ ກ່ຽວ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ກໍ່​ຄື​ສະພາບການພົ້ນເດັ່ນ ດ້ານການ​ພັດທະນາ​ເສດຖະກິດ-ສັງຄົມ ​ຢູ່ ສປປ ລາວ ​ແລະ ສະຫະພາບເອີຣົບ. ສະຫະພາບເອີຣົບ ​ໄດ້ຢືນຢັນ​​ຄວາມ​ສຳຄັນ​ຕໍ່​ບົດບາດ ຂອງ ສປປ ລາວ ​ໃນ​ຂະ​ບວນການ​ທົບ​ທວນ​ປະຈຳ​ໄລຍະ ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນຕໍ່​ກັບ​ການ​ຮ່ວມ​ມື​ແບບ​ສະໝັກ​ໃຈ​ວ່າ​ດ້ວຍ ການ​ມີ​ຜົນ​ບັງຄັບ​ໃຊ້​ກົດໝາຍ​ປ່າ​ໄມ້, ການ​ປົກຄອງ ​ແລະ ການ​ຄ້າ​ໄມ້ (FLEGT), ວຽກ​ງານ​ສັດປ່າ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ​ແລະ ກາ​ນຜະລິດ​ພະລັງງານ​ ໄຟຟ້າ​ຂອງ ສປປ ລາວ. ນອກຈາກ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ກັນ ​ກ່ຽວກັບ ວຽກ​ງານ​ການ​ຮ່ວມ​ມື ​ລະຫວ່າງ ອາ​ຊຽນ-ອີ​ຢູ.

​ກອງ​ປະຊຸມ​ຄະນະ​ກຳມາ​ທິການຮ່ວມລາວ-ສະຫະພາບເອີຣົບ ຄັ້ງ​ທີ 9ໄດ້ດຳ​ເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ອັນ​ສ້າງສັນ ​ແລະ ປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ, ​ເຊິ່ງເປັນ​ນິມິດ​ໝາຍ​ອັນ​ດີ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ກວ້າງຂວາງ ​ແລະ ​ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ​ໃນ​ອະນາຄົດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480418
ມື້ນີ້76
ມື້ວານ172
ອາທິດນີ້816
ເດືອນນີ້6649