ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄັ້ງທີ 29 ຂອງ ຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ

20190521AseanAICHEmeeting22

ຄະນະກຳມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (ASEAN Intergovernmental Commission on Human Rights ຫຼື AICHR) ໄດ້ດຳເນີນກອງປະຊຸມ ຄັ້ງທີ 29 ໃນວັນທີ 12-15 ພຶດສະພາ 2019 ຢູ່ທີ່ ກອງເລຂາອາຊຽນທີ່ ຈາກາຕາ, ອິນໂດເນເຊຍ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ສາດສະດາຈານ ດຣ ອາມາຣາ ພົງສະພິດ, ຜູ້ຕາງໜ້າໄທ ປະຈຳຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ   ໃນນາມ ປະທານຄະນະກຳມະທິການດັ່ງກ່າວ ຕາມຮອບໝູນວຽນ ການເປັນປະທານ ອາຊຽນ ຂອງປະເທດ ໄທ.

ໃນກອງປະຊຸມດັ່ງກ່າວຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໄດ້ພົບປະກັບ ຮອງເລຂາທິການໃຫຍ່ ອາຊຽນ ທ່ານ ຮວງ ແອງ ຕວນ (Hoang Anh Tuan) ແລະ ໄດ້ປຶກສາຫາລື ກ່ຽວກັບ ບຸລິມະສິດການເຄື່ອນໄຫວດ້ານສິດທິມະນຸດຂອງ ຄະນະກຳມາທິການສຳລັບປີ 2019 ໃນທັງ 3 ເສົາຄ້ຳ ອາຊຽນ ເພື່ອເປັນການປະກອບສ່ວນໃນການປະຕິບັດໃສທັດການສ້າງປະຊາຄົມອາຊຽນ ທີ່ອີງໃສ່ ປະຊາຊົນ ແລະ ເອົາປະຊາຊົນເປັນໃຈກາງ.

ຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດຍັງໄດ້ພົບປະປະຈຳປີກັບ ຄະນະກຳມະການຜູ້ຕາງໜ້າຖາວອນ 10 ປະເທດອາຊຽນ (Committee of Permanent Representatives ຫຼື CPR) ເຊິ່ງທັງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນເປັນການຮັດແໜ້ນການຮ່ວມມື ແລະ ຊຸກຍູ້ການປະຕິບັດ​​ວາລະຂອງ ອາຊຽນ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ໂດຍ ສອດຄ່ອງກັບຫຼັກການຂອງອາຊຽນ.

ກອງປະຊຸມຄັ້ງນີ້ ຍັງໄດ້ປຶກສາຫາລື ບັນດາຫົວຂໍ້ຕ່າງໆ ໃນການຈັດຕັ້ງປະຕິບັດແຜນການ ແລະ ກິດຈະກຳບຸລິມະສິດຂອງ ຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກໍຄື ການປຶກສາຫາລືສາລະເນື້ອໃນລະບົບເຮັດວຽກຂອງຄະນະກຳມະທິການ ແນໃສ່ຮັດແໜ້ນກາຮ່ວມມືກັບ ອົງກອນ ແລະ ຂະແໜງການຂອງອາຊຽນ.

ດ້ານການຮ່ວມມືກັບ ຄູ່ຮ່ວມເຈລະຈາຂອງ ອາຊຽນນັ້ນ, ຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໄດ້ພົບປະກັບ ອົດສະລາລີ, ສະຫະລັດອາເມລິກາ ແລະ ສະຫະພາບເອີລົບ ເພື່ອປຶກສາຫາລືເຖິງ ຄວາມເປັນໄປໄດ້ດ້ານຕ່າງໆເພື່ອການຮ່ວມມືດ້ານສິດທິມະນຸດ ເຊິ່ງ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍຮັບປະກັນຄວາມເປັນເຈົ້າການ ແລະ ແກນກາງຂອງອາຊຽນໃນວາລະສິດທິມະນຸດຂອງອາຊຽນ.

ຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ຍັງໄດ້ພົບປະກັບ ຄະນະຜູ້ແທນ ທີ່ ມາຈາກ ອົງການຂ້າຫຼວງໃຫຍ່ຂອງ ສະຫະປະຊາຊາດ ເພື່ອຊາວອົບພະຍົບ (UNHCR)ທີ່ມີ ຈຸດປະສົງ ມາແຈ້ງ ສະພາບການປະຕິບັດງານຂອງຕົນໃນພາກພື້ນ.

ຄະນະຜູ້ແທນຂອງ ລາວ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນນຳພາໂດຍ ທ່ານ ທູດມະໄລວຽງ ສາກົນນິຍົມ, ຜູ້ຕາງໜ້າ ສປປ ລາວ ປະຈຳຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ເຊິ່ງ ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຄວາມສຳເລັດເປັນຢ່າງດີ.

ກອງປະຊຸມຄັ້ງຕໍ່ໄປ ຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ຈະຈັດຂຶ້ນໃນເດືອນ ກໍລະກົດ 2019 ທີ່ ບາງກອກ, ປະເທດໄທ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484556
ມື້ນີ້72
ມື້ວານ188
ອາທິດນີ້994
ເດືອນນີ້3861