ທ່ານ ບົວແກ້ວ ພູມວົງໄຊ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ
ຖ່າຍຮູບລວມກັບ ທ່ານ ຫງວຽນ ກວກ ຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພາຍຫຼັງສໍາເລັດການເຂົ້າຢ້ຽມຂໍ່ານັບ
ທ່ານ ບົວແກ້ວ ພູມວົງໄຊ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ
ພົບປະເຮັດວຽກກັບ ທ່ານ ນາງ ເລ ທິ ທູ ຮັ່ງ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ພ້ອມຄະນະ
ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ນາງ ເລ ທິ ທູ ຮັ່ງ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ, ທ່ານ ບົວແກ້ວ ພູມວົງໄຊ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ, ທີ່ ສສ. ຫວຽດນາມ, ໃນລະຫວ່າງວັນທີ 03-07 ກໍລະກົດ 2019.
ໃນວັນທີ 03 ມິຖຸນາ 2019, ທ່ານ ບົວແກ້ວ ພູມວົງໄຊ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກກັບ ທ່ານ ນາງ ເລ ທິ ທູ ຮັ່ງ ແລະ ຄະນະ ພາຍໃຕ້ບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການແລກປ່ຽນບົດຮຽນວຽກງານໂຄສົກຂອງກະຊວງການຕ່າງປະເທດ, ການພັດທະນາຊັບພະຍາກອນມະນຸດໃນວຽກງານການຂ່າວ ແລະ ການຄຸ້ມຄອງການໂຄສະນາສື່ສັງຄົມອອນລາຍ ເຊິ່ງເຫັນວ່າສອງຝ່າຍ ໄດ້ມີຄວາມສົນໃຈຮ່ວມກັນ.
ໃນໂອກາດຢ້ຽມຢາມ ສສ. ຫວຽດນາມ ໃນຄັ້ງນີ້, ໃນວັນທີ 04 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ ສສ. ຫວຽດນາມ, ທ່ານ ບົວແກ້ວ ພູມວົງໄຊ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດ, ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນ ກວກ ຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ. ນອກຈາກນີ້, ຍັງໄດ້ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວປະຈຳອາທິດ ຂອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ແລະ ຢ້ຽມຊົມເຂດເສດຖະກິດພິເສດ ທີ່ ແຂວງ ກວາງ ນິງ ອີກດ້ວຍ.