ໃນວັນທີ 02 ສິງຫາ 2019, ທີ່ນະຄອນຫລວງບາກູ, ທ່ານ ສີວຽງເພັດ ເພັດວໍລະສັກ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ອິລຮາມ ອາລີແຢບ (Ilham Aliyev), ປະທານາທິບໍດີ ສາທາລະນະລັດ ອາແຊກບາຍຊານ ເພື່ອດໍາລົງຕໍາແຫນ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ອາແຊກບາຍຊານ ໂດຍມີສໍານັກງານຕັ້ງຢູ່ນະຄອນຫລວງມົດສະກູ, ສະຫະພັນ ຣັດເຊຍ.
ໃນໂອກາດນີ້, ກ່ອນອຶ່ນຫມົດ ທ່ານເອກອັກຄະລັດຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປລາວ ຝາກເຖິງພະນະທ່ານປະທານາທິບໍດີ ສາທາລະນະລັດ ອາແຊກບາຍຊານ, ລັດຖະບານ ແລະ ປະຊາຊົນອາແຊກບາຍຊານ ທຸກຖ້ວນຫນ້າ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຖືເປັນກຽດຢ່າງຍິ່ງທີ່ພະນະທ່ານປະທານາທິບໍດີໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ.
ພະນະທ່ານ ອິລຮາມ ອາລີແຢບ ໄດ້ສະແດງຄວາມຂອບໃຈ ແລະ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດຂອງຕົນ ຝາກເຖິງພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປລາວ , ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນຫນ້າ ເຊັ່ນກັນ. ພ້ອມກັນນີ້, ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານ ສີວຽງເພັດ ເພັດວໍລະສັກທີ່ໄດ້ຖືກແຕ່່ງຕັ້ງໃຫ້ມາດໍາລົງຕໍາແຫນ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ອາແຊກບາຍຊານ.
ພະນະທ່ານປະທານາທິບໍດີ ສາທາລະນະລັດ ອາແຊກບາຍຊານ ແລະ ທູດລາວໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສ. ອາແຊກບາຍຊານ ແລະ ສປປລາວ, ໂດຍສະເພາະ ຜົນສໍາເລັດຂອງການຢ້ຽມຢາມ ຢ່າງເປັນທາງການ ທີ່ ສ. ອາແຊກບາຍຊານ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປລາວ ນໍາໂດຍ ພະນະທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນເດືອນມີຖຸນາ ປີ 2017 ແລະ ຜົນສໍາເລັດຂອງການຢ້ຽມຢາມ ຢ່າງເປັນທາງການ ທີ່ ສປປລາວ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສ. ອາແຊກບາຍຊານນໍາໂດຍພະນະທ່ານ ແອລມາຣ ມໍາມາດີຢາຣົບ(ElmarMammadyarov), ລັດຖະມົນຕີກະຊວງການຕ່າງປະເທດ ໃນເດືອນກັນຍາ ປີ 2018, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານ ສີວຽງເພັດ ເພັດວໍລະສັກ ໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມ ຂອງພະນະທ່ານປະທານາທິບໍດີ ສາທາລະນະລັດ ອາແຊກບາຍຊານທີ່ມີຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ທັງໄດ້ອວຍພອນໃຫ້ພະນະທ່ານປະທານາທິບໍດີ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສໍາເລັດໃນຫນ້າທີ່ວຽກງານອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊກບາຍຊານ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 22 ພຶດສະພາ ປີ 1995.