ໃນຕອນບ່າຍຂອງວັນທີ 09 ສິງຫາ 2019, ທີ່ ສະຖານທູດ ສ.ອິນເດຍ ປະຈຳ ສປປ ລາວ, ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເຊັນປື້ມໄຫວ້ອາໄລ ແດ່ດວງວິນຍານຂອງ ທ່ານ ນາງ ຊຸດສະມາ ຊະວາຣາດ (Sushma Swaraj), ອະດີດລັດຖະມົນຕີຕ່າງປະເທດ ສ.ອິນເດຍ.