ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະພາບການຊາຍແດນ ລາວ-ກຳປູເຈຍ

XDLC19

 

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸສິນ ຂັດຕິຍະລາດ, ຮອງຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ໄດ້ຕາງໜ້າໃຫ້ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການຊາຍແດນ ລາວ-ກຳປູເຈຍ ໃນປັດຈຸບັນ ຊຶ່ງມີເນື້ອໃນດັ່ງນີ້:

 

ເນື່ອງຈາກວ່າໃນອາທິດທີ່ຜ່ານມາ ໄດ້ມີກະແສຂ່າວປອມທີ່ແຜ່ກະຈາຍໃນສື່ອອນລາຍ ກ່ຽວກັບ ສະຖານະການຄວາມບໍ່ສະຫງົບໃນບໍລິເວນຊາຍແດນ ລາວ-ກຳປູເຈຍ ເຂດຍອດເຊລຳເພົາເບື້ອງລາວ ຂື້ນກັບ ເມືອງມູນລະປະໂມກ, ແຂວງຈຳປາສັກ, ເບື້ອງກຳປູເຈຍ ຂື້ນກັບ ເມືອງແສບ, ແຂວງເພຣຍວິເຮຍ.

 

ຂ້າພະເຈົ້າ ອານຸສິນ ຂັດຕິຍະລາດ, ຮອງຫົວຫນ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ຂໍຕາງໜ້າໃຫ້ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ແຈ້ງໃຫ້ຊາບວ່າ ບໍລິເວນດັ່ງກ່າວ ແມ່ນຢູ່ໃນສະພາວະປົກກະຕິ, ບໍ່ໄດ້ມີການປະເຊີນຫນ້າກັນ, ບໍ່ມີຄວາມເຄັ່ງຕຶງ, ບໍ່ມີບັນຫາຮ້າຍແຮງ, ບໍ່ມີການປະທະກັນດ້ວຍກຳລັງ ແລະ ບໍ່ມີເຫດການທີ່ບໍ່ເພິງປາຖະຫນາເກີດຂື້ນແຕ່ປະການໃດ.

 

ຂ້າພະເຈົ້າຢືນຢັນຕື່ມວ່າ: ບັນຫາຊາຍແດນລາວ-ກຳປູເຈຍ ບໍ່ໄດ້ເປັນດັ່ງທີ່ສື່ບາງແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ອອກຂ່າວຜ່ານທາງສື່ອອນລາຍ ໃນໄລຍະຜ່ານມາ, ຊຶ່ງເປັນການສ້າງສະຖານະການ ເພື່ອເຮັດໃຫ້ສອງປະເທດລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຜິດຕໍ່ກັນ, ທັງເປັນການທຳລາຍພາບພົດທີ່ດີ ລະຫວ່າງສອງປະເທດ ທີ່ມີຕໍ່ກັນມາໂດຍຕະຫລອດ ແລະ ສອງປະເທດ ຍາມໃດກໍ່ຖືວ່າເປັນບ້ານແກ່ວເມືອງດອງ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເຄີຍຮ່ວມທຸກຮ່ວມສຸກນຳກັນມາ, ທັງສອງປະເທດ ແມ່ນໃຫ້ຄວາມເຄົາລົບຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ.

 

ສຳລັບການແກ້ໄຂບັນຫາຊາຍແດນ ລະຫວ່າງ ລາວ ແລະ ກຳປູເຈຍ, ສອງຝ່າຍ ແມ່ນຍຶດຫມັ້ນຕາມແນວທາງສັນຕິວິທີ ໂດຍຜ່ານການເຈລະຈາ ເພື່ອເຮັດໃຫ້ຊາຍແດນຮ່ວມຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484212
ມື້ນີ້189
ມື້ວານ147
ອາທິດນີ້650
ເດືອນນີ້3517