ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງລາວປະຈຳສະຖານທູດລາວ ທີ່ ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ

2019.9.11-em-rusia1

2019.9.11-em-rusia2

    ໃນຕອນເຊົ້າຂອງວັນທີ 08 ກັນຍາ 2019, ທີ່ສະຖານເອກອັກຄະລັດຖະທູດລາວ ປະຈຳ ສະຫະພັນ ຣັດເຊຍ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງສະຖານທູດລາວ ປະຈໍາ ສ.ຣັດເຊຍ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ສີວຽງເພັດ ເພັດວໍລະສັກ, ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນ ຣັດເຊຍ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ກໍາມະບານ ແລະ ຊາວຫນຸ່ມ) ປະຈໍາ ສະຖານທູດລາວ ທີ່ ສ.ຣັດເຊຍ, ພະນັກງານສະຖານທູດ, ເອື້ອຍນ້ອງແມ່ຍິງສະຖານທູດ ແລະ ເອື້ອຍນ້ອງນັກສຶກສາທີ່ກຳລັງຮຽນຢູ່ນະຄອນຫຼວງມົດສະກູກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.


       ໃນພິທີ, ສະຫາຍ ນາງ ສີສຸພັນ ພຸດທະວົງ, ຫົວໜ້າໜ່ວຍສະຫະພັນແມ່ຍິງ ໄດ້ສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງແມ່ຍິງໃນໄລຍະ 05 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນຈຸດພິເສດ, ທີ່ຕັ້ງ, ແລະ ສະພາບລວມ, ຕີລາຄາສະພາບການນຳພາ ແລະ ການເຄື່ອນໄຫວຂອງ ໜ່ວຍແມ່ຍິງແຕ່ ປີ 2015 ເຖິງ 2019 ເປັນຕົ້ນໜ່ວຍແມ່ຍິງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເປັນໃຈກາງຊີ້ນຳ-ນຳພາ ພະນັກງານ-ສະມາຊິກແມ່ຍິງ ສະຖານທູດ ແລະ ສະມາຊິກແມ່ຍິງນັກສຶກສາທີ່ຂື້ນກັບໜ່ວຍຮັບຜິດຊອບ ຂອງສະມາຄົມນັກສຶກສາລາວໃນນະຄອນຫຼວງມົດສະກູ, ຊຶ່ງຜົນສໍາເລັດຂອງການເຄື່ອນໄຫວຂອງຫນ່ວຍສະຫະພັນແມ່ຍິງສະຖານທູດລາວ ທີ່ຍາດມາໄດ້ນັ້ນສະແດງອອກດັ່ງນີ້ ຄື : ໄດ້ຖືເອົາການດໍາເນີນຊີວິດຂອງໜ່ວຍ ແລະ ຈຸ ຢ່າງເປັນປະຈໍາ, ຍົກສູງຄວາມສາມັກຄີເປັນເອກະພາບ. ພ້ອມກັນນັ້ນ, ກໍໄດ້ຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊືມບັນດາມະຕິ, ຄຳສັ່ງ ຂອງສູນກາງສະຫະພັນແມ່ຍິງລາວ ກໍ່ຄືຈາກຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ, ສ້າງຂະບວນການອອກແຣງງານລວມຫມູ່ ໃນໂອກາດວັນສຳຄັນໆຕ່າງໆຂອງຊາດ ເປັນຕົ້ນວັນແມ່ຍິງສາກົນ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ເພື່ອແນໃສ່ເຮັດໃຫ້ສະມາຊິກແມ່ຍິງມີຄວາມເຊື່ອໝັ້້ນຢ່າງໜັກແໜ້ນ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ຕໍ່ສະພາບການທີ່ເກີດຂຶ້ນຢູ່ສາກົນ ແລະ ຂົງເຂດທີ່ສະຖານທູດຮັບຜິດຊອບ ໂດຍໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊີດຈາກຄະນະພັກ-ຄະນະນຳສະຖານທູດຕະຫລອດມາ, ໄດ້ເອົາໃຈໃສ່ເຄຶ່ອນໄຫວວຽກງານການທູດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບປະເທດເຈົ້າພາບກໍ່ຄືເພື່ອນມິດສາກົນໃນຂົງເຂດທີ່ສະຖານທູດຮັບຜິດຊອບ. ໃນກອງປະຊຸມໃຫຍ່ຄັ້ງນີ້, ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍແມ່ຍິງຊຸດໃໝ່ ໂດຍອິງຕາມມາດຖານ ແລະ ເງື່ອນໄຂ ຊື່ງມີຜູ້ລົງສະໝັກ 05 ສະຫາຍ ແລະ ໄດ້ເລືອກເອົາ 03 ສະຫາຍ ເປັນຄະນະໜ່ວຍຊຸດໃໝ່, ໃນນັ້ນ, ກອງປະຊຸມໄດ້ຄັດເລືອກເອົາ ນາງ ຄຳນາງ ວິໄລວັນ, ອະນຸເລຂາ ປະຈຳ ສະຖານທູດ ເປັນຫົວໜ້າໜ່ວຍສະຫະພັນແມ່ຍິງຊຸດໃຫມ່, ນາງ ວັນສິຣິ ມານີທອນ ແລະ ນາງ ຈັນສະໄໝ ນັນທະວົງ ເປັນຄະນະ.

ໃນໂອກາດດັ່ງກ່າວ, ສະຫາຍ ສີວຽງເພັດ ເພັດວໍຣະສັກ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດລາວ ປະຈຳ ສະຫະພັນ ຣັດເຊຍ ໄດ້ໃຫ້ກຽດໂອ້ລົມເອື້ອຍນ້ອງແມ່ຍິງ, ຊື່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດໃນດ້ານຕ່າງໆທີ່ເອື້ອຍນ້ອງແມ່ຍິງສາມາດຍາດມາໄດ້ໃນໄລຍະ 5 ປີ ຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນບົດບາດ, ໜ້າທີ່ອັນສຳຄັນຂອງແມ່ຍິງລາວເຮົາ ແລະ ຂໍໃຫ້ສືບຕໍ່ເອົາໃຈໃສ່ຊີ້ນຳນຳພາ, ສືບຕໍ່ເອົາໃຈໃສ່ເບີ່ງແຍງເອື້ອຍນ້ອງທາງດ້ານສະຫວັດດີການສັງຄົມຕ່າງໆ ຕາມນະໂຍບາຍຂອງພັກ-ລັດທີ່ມີຕໍ່ແມ່ຍິງ. ພ້ອມນີ້, ສະຫາຍ ໄດ້ເນັ້ນໜັກຕໍ່ບັນດານັກສຶກສາລາວທີ່ກຳລັງສຶກສາຢູ່ ສະຫະພັນຣັດເຊຍ ໂດຍສະເພາະນັກສຶກສາເພດຍິງ ໃຫ້ສືບຕໍ່ສົ່ງເສີມມູນເຊື້ອວັດທະນະທຳ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ແລະ ຕັ້ງໜ້າເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ສືບຕໍ່ເອົາໃຈໃສ່ອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ປະຕິບັດ ພັນທະຂອງຕົນ ໃນການຄົ້ນຄວ້າຮ່ຳຮຽນເພື່ອໃຫ້ກາຍເປັນຜູ້ສືບທອດທີ່ດີມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ເປັນກຳລັງແຮງອັນສຳຄັນຂອງປະເທດຊາດສືບຕໍ່ໄປ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633