ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດພາຄີສົນທິສັນຍາ ເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 9

9MSPCCM

 

ໃນໄລຍະກອງປະຊຸມ ຄັ້ງທີ 9 ຂອງລັດພາຄີຕໍ່ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານຈັດຂຶ້ນ, ແຕ່ວັນທີ 02-04 ກັນຍາ 2019, ທີ່ ນະຄອນເຊີແນວ, ໄດ້ມີການພິຈາລະນາການຂໍອະນຸມັດຕໍ່ໄລຍະເວລາ ການຈັດຕັ້ງປະຕິບັດມາດຕາ 3 ແລະ 4 ວ່າດ້ວຍພັນທະໃນການເກັບກູ້ລະເບີດທີ່ຕົກຄ້າງຈາກປາງສົງຄາມ ສຳລັບບັນດາປະເທດທີ່ບໍ່ສາມາດທໍາລາຍຄັງລະເບີດ ດັ່ງກ່າວ ແລະ ເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ ໃຫ້ຫມົດໄດ້ ພາຍໃນປີ 2020 ຕາມພັນທະທີ່ລະບຸໄວ້ໃນສອງມາດຕາດັ່ງກ່າວຂອງສົນທິສັນຍາ ອອກໄປຕື່ມອີກ 05 ປີ (2020-2025) ເຊິ່ງໃນນີ້ມີ 03 ປະເທດ ທີ່ໄດ້ສະເໜີຂໍຕໍ່ເວລາການທຳລາຍຄັງລະເບີດ ແລະ ເກັບກູ້ ຄື: ບູນກາລີ, ເຢຍລະມັນ ແລະ ສປປ ລາວ. ສໍາລັບກໍລະນີຂອງ ສປປ ລາວ ເຫດຜົນຂອງການຂໍຕໍ່ໄລຍະເວລາການເກັບກູ້ພາຍໃຕ້ມາດຕາ 4 ໃນຄັ້ງນີ້ ກໍແມ່ນຍ້ອນ ສປປ ລາວ ເປັນຫນຶ່ງໃນບັນດາປະເທດທີ່ມີລະເບີດບໍ່ທັນແຕກຕົກຄ້າງຫລາຍກວ່າຫມູ່ໃນໂລກ ເຊິ່ງກວມເອົາເຖິງ 1 ສ່ວນ 3 ຂອງເນື້ອທີ່ທັງຫມົດຂອງປະເທດ ແລະ ມີຈຳນວນຕົກຄ້າງຫລາຍເກີນກວ່າຄວາມສາມາດດ້ານທຶນຮອນ ແລະ ເຕັກໂນໂລຊີ ເພື່ອສາມາດເກັບກູ້ລະເບີດທີ່ມີຢູ່ໃນປະຈຸບັນ ໃຫ້ຫມົດໄດ້ພາຍໃນ 5 ປີ.

ສະນັ້ນ ລັດຖະບານ ສປປ ລາວ ຈຶ່ງໄດ້ຄົ້ນຄວ້າພິຈາລະນາ ແລະ ຍື່ນເອກະສານຂໍຕໍ່ເວລາ ໃຫ້ກອງເລຂາຂອງສົນທິສັນຍາດັ່ງກ່າວ ໃນວັນທີ 23 ມັງກອນ 2019 ທີ່ນະຄອນເຊີແນວ ເພື່ອໃຫ້ສາກົນ ໂດຍສະເພາະບັນດາປະເທດພາຄີຂອງສົນທິສັນຍາດັ່ງກ່າວ ພິຈາລະນາຕັດສິນ ແລະ ຮັບຮອງເອົາ ຢູ່ໃນກອງປະຊຸມລັດພາຄີຄັ້ງທີ 9 ຜ່ານມານີ້. ສໍາລັບຂັ້ນຕອນໃນການຂໍຕໍ່ໄລຍະເວລາການເກັບກູ້ ແມ່ນຕ້ອງໄດ້ດຳເນີນການກະກຽມກ່ອນລ່ວງຫນ້າທີ່ວາລະ 5 ປີ ຄັ້ງປະຈຸບັນ ຈະຫມົດລົງ (2015-2020) ແລະ ຍ້ອນສາກົນຮັບຮູ້ຈະແຈ້ງວ່າ ສປປ ລາວ ຍັງຈະບໍ່ສາມາດເກັບກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງ ໃນດິນແດນຕົນເອງໃຫ້ຫມົດໄປໄດ້ ພາຍໃນກຳນົດເວລາ 05 ປີ ອີງຕາມພັນທະໃນສົນທິສັນຍາລະເບີດລູກຫວ່ານ ເນື່ອງຈາກຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກໃນຫລາຍດ້ານ ພວກກັບ ລະເບີດບໍ່ທັນແຕກຕົກຄ້າງມີຈຳນວນຫລວງຫລາຍ ດັ່ງນັ້ນ, ຄະນະຜູ້ປະສານງານ ແລະ ຄົ້ນຄວ້າພິຈາລະນາເອກະສານຄຳຮ້ອງຂໍພາຍໃຕ້ສົນທິສັນຍາ ຈຶ່ງໄດ້ຕົກລົງເຫັນດີ ແລະ ອະນຸມັດໃຫ້ ສປປ ລາວ ສາມາດຕໍ່ໄລຍະເວລາການເກັບກູ້ອອກໄປຕື່ມອີກ 5 ປີ (2020-2025), ອີງຕາມລະບຽບຫລັກການຂອງສົນທິສັນຍາສາກົນດັ່ງກ່າວ ໂດຍ ສປປ ລາວ ຈະຕ້ອງສືບຕໍ່ລາຍງານຄວາມຄືບໜ້າຂອງການສຳຫລວດ ແລະ ເກັບກູ້ ລະເບີດບໍ່ທັນແຕກ ຢ່າງເປັນປະຈຳ ໂດຍຜ່ານການສ້າງແຜນປະຕິບັດງານທີ່ມີລາຍລະອຽດເພີ້ມເຕີມ ໂດຍອີງຕາມການແນະນຳຂອງຄະນະຜູ້ປະສານງານຂອງສົນທິສັນຍານີ້. ນອກຈາກນີ້, ກອງປະຊຸມຍັງໄດ້ສະ       ເໜີໃຫ້ ສປປ ລາວ ສ້າງຕັ້ງກົນໄກການຮ່ວມມື ແລະ ປະສານງານ ແບບມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ (Country Coalition) ເພື່ອຊ່ວຍໃຫ້ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ ຂອງ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ມີການປະສານງານແບບກົມກຽວລວມສູນ, ມີສ່ວນຮ່ວມຈາກທຸກພາກສ່ວນ, ສາມາດກຳນົດບູລິມະສິດໄດ້ຢ່າງຈະແຈ້ງ ແລະ ພາຍໃຕ້ການເປັນເຈົ້າການນໍາພາຂອງລັດຖະບານ ໃນຂະບວນການສ້າງແຜນບູລິມະສິດ ແລະ ການນໍາໃຊ້ທຶນຮອນຢ່າງມີປະສິດທິຜົນ.

 

ຄະນະຜູ້ແທນຈາກ ສປປ ລາວ ນຳໂດຍທ່ານ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ; ຫົວໜ້າຫ້ອງການຄະນະກຳມາທິການແຫ່ງຊາດເພື່ອແກ້ໄຂລະເບີດບໍ່ທັນແຕກຕົກຄ້າງ; ຫົວໜ້າໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳຫ້ອງການອົງການ ສປຊ ແລະ ອົງການຈັດຕັ້ງສົນອື່ນໆ ທີ່ ເຊີແນວ ໄດ້ພັດປ່ຽນກັນຂຶ້ນກ່າວຊີ້ແຈງກ່ຽວກັບສະພາບຄວາມເປັນຈິງ, ນະໂຍບາຍ ແລະ ແຜນບູລິມະສິດຂອງລັດຖະບານ ກໍຄືບັນດາສິ່ງທ້າທາຍຕ່າງໆທີ່ ສປປລາວ ຕ້ອງສືບຕໍ່ແກ້ໄຂ ບົນພື້ນຖານຂໍ້ແນະນຳ ຂອງຜູ້ປະສານງານຂອງສົນທິສັນຍາ ເພື່ອນໍາມາຜັນຂະຫຍາຍໃຫ້ ສປປລາວ ສາມາດປະຕິບັດພັນທະຂອງຕົນພາຍໃຕ້ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານຢ່າງເຕັມສ່ວນ ເຊິ່ງໄດ້ຮັບການສະຫນັບສະຫນູນຢ່າງເຕັມສ່ວນ ຈາກບັນດາ 106 ປະເທດລັດພາຄີ. ນອກຈາກການເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນພາກຕ່າງໆຂອງກອງປະຊຸມລັດພາຄີແລ້ວ ຄະນະຜູ້ແທນ ສປປ ລາວ ຍັງໄດ້ຮ່ວມປຶກສາຫາລືພົບປະແບບບໍ່ເປັນທາງການ ກັບຜູ້ປະສານງານດ້ານການຮ່ວມມື ແລະ ໃຫ້ ການຊ່ວຍເຫລືອ (ປະເທດ ເປຣູ ແລະ ໂຮນລັງ ສຳລັບປີ 2019) ທີ່ໄດ້ເຊື້ອເຊີນບັນດາປະເທດ ແລະ ອົງການທີ່ມີປະສົບການໃນການຮ່ວມມືຈັດຕັ້ງປະຕິບັດກົນໄກການຮ່ວມມື ແລະ ປະສານງານຂອງທຸກພາກສ່ວນທີ່ກ່ຽວຂ້ອງ (Country Coalition) ເປັນຕົ້ນແມ່ນ: ເຢຍລະມັນ, ນອກແວ, ລີບັງ, ມົງເຕເນໂກຣ, ສີລັງກາ, ໂກຣອາຊີ, ອົງການ Norwegian People’s Aid (NPA), ອົງການ Geneva International Centre for Humanitarian Demining (GICHD) ແລະ ອົງການ Cluster Munitions Coalition (CMC) ເພື່ອແລກປ່ຽນບົດຮຽນ ແລະ ທໍາຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການສ້າງກົນໄກດັ່ງກ່າວຢູ່ພາຍໃນປະເທດ ໂດຍອີງຕາມສະພາບການຕົວຈິງຂອງ ສປປ ລາວ.

 

ສົນທິສັນຍາສາກົນວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໄດ້ຖືກສ້າງຕັ້ງຂຶ້ນໃນປີ 2008 ມີເປົ້າຫມາຍເພື່ອຍຸດຕິການຜະລິດ ແລະ ນໍາໃຊ້ອາວຸດທີ່ໄຮ້ມະນຸດສະທຳດັ່ງກ່າວ ແລະ ມີຜົນບັງຄັບໃຊ້ໃນປີ 2010. ສປປ ລາວ ເປັນປະເທດທີ່ລົງນາມເປັນປະເທດທີສອງ ທັດຈາກປະເທດນອກແວ ເຈົ້າພາບ ແລະ ໄດ້ມີສ່ວນຮ່ວມຢ່າງຕັ້ງຫນ້າໃນການຈັດຕັ້ງປະຕິບັດສົນທິສັນຍາສາກົນດັ່ງກ່າວ. ໃນຖານະເປັນປະເທດທີ່ໄດ້ຮັບຜົນກະທົບຫລາຍກວ່າຫມູ່, ສປປ ລາວ ຍັງໄດ້ຮັບກຽດແລະໄວ້ເນື້ອເຊື່ອໃຈຈາກວົງຄະນາຍາດສາກົນ ໃຫ້ເປັນເຈົ້າພາບຈັດກອງປະຊຸມລັດພາຄີ ຄັ້ງທຳອິດ ຂອງສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ໃນປີ 2010 ຢ່າງມີຜົນສໍາເລັດສູງ ເຊິ່ງໃນກອງປະຊຸມໃນຄັ້ງນັ້ນ ໄດ້ມີການຮັບຮອງເອົາເອກະສານພື້ນຖານສະຫລາຍສະບັບ ຂອງສົນທິສັນຍາ ເປັນຕົ້ນແມ່ນ ຖະແຫລງການວຽງຈັນ (Vientiane Declaration) ແລະ ແຜນປະຕິບັດງານວຽງຈັນ (Vientiane Action Plan) 2010-2015. ມາຮອດປະຈຸບັນ ສົນທິສັນຍາສະບັບດັ່ງກ່າວມີປະເທດທີ່ເປັນພາຄີແລ້ວທັງຫມົດ 106 ປະເທດ ແລະ ອີກ 14 ປະເທດທີ່ລົງນາມແລ້ວ ແຕ່ຍັງບໍ່ທັນໄດ້ໃຫ້ສັດຕະຍາບັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480334
ມື້ນີ້164
ມື້ວານ157
ອາທິດນີ້732
ເດືອນນີ້6565