ໃນຕອນເຊົ້າຂອງວັນທີ 13 ກັນຍາ 2019, ທີ່ ສະຖານທູດ ອິນໂດເນເຊຍ ປະຈຳ ສປປ ລາວ, ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ຕໍ່ການຈາກໄປຂອງ ພະນະທ່ານ ບາຣາຮຸດິນ ຢູຊຸບ ຮາບີບີ, ປະທານາທິບໍດີ ຄົນທີ 3 ຂອງ ສ.ອິນໂດເນເຊຍ.
ເນື້ອໃນຂອງປື້ມໄຫວ້ອາໄລ ມີດັ່ງນີ້:
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ບາຣາຮຸດິນ ຢູຊຸບ ຮາບີບີ, ປະທານາທິບໍດີ ຄົນທີ 3 ຂອງ ສາທາລະນະລັດ ອິນໂດເນເຊຍ.
ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໂດຍສະເພາະ ຄອບຄົວຂອງພະນະທ່ານ ບາຣາຮຸດິນ ຢູຊຸບ ຮາບີບີ, ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານຂອງ ພະນະທ່ານ ຈົ່ງໄປສູ່ສຸກຂະຕິ.
ນະຄອນຫລວງວຽງຈັນ, 13 ກັນຍາ 2019
ໂພໄຊ ໄຂຄຳພິທູນ
ຫົວໜ້າຫ້ອງການ
ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ