ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານບຸນມະໂຫລານ ອຸຍມານິເຕ (Fête de l'Humanité) ຄັ້ງທີ 44, ທີ່ ນະຄອນຫຼວງປາຣີ, ສ.ຝຣັ່ງ

2019.9.17-humanminities

    ວັນທີ 13 ກັນຍາ 2019, ໄດ້ມີພິທີເປີດງານບຸນມະໂຫລານ ອຸຍມານິເຕ ຄັ້ງທີ 84 ຂຶ້ນທີ່ປາຣີ ຊຶ່ງໃນໂອກາດດັ່ງກ່າວ ສະຖານທູດລາວ ທີ່ ປາຣີ ໂດຍການປະສານສົມທົບຂອງສຳພັນຄົນລາວທີ່ປະເທດຝຣັ່ງ ໄດ້ມີການເປີດຮ້ານວາງສະແດງມູນເຊື້ອຂະບວນການປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນລາວ, ໂດຍຜ່ານການໂຄສະນາໃນໜ້າໜັງສືພິມປະຊາຊົນສະບັບທໍາອິດ, ກະບອກສຽງຂອງແນວລາວອິດສະຫຼະ ກໍ່ຄື ສູນກາງພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ. ງານບຸນມະໂຫລານ ອຸຍມານິເຕ ໃນຄັ້ງນີ້ມີການເຂົ້າຮ່ວມຂອງ ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຝຣັ່ງ; ທ່ານ ຫງວຽນ ທຽບ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສ.ຝຣັ່ງ; ທ່ານ ເລ ຄາຍ ຮ່ວນ, ຮອງບັນນາທິການໜັງສືພິມເຢິນເຊີນຫວຽດນາມ; ທ່ານ ວາດິມ ກາເມນກາ, ປະທານຄະນະຈັດຕັ້ງບຸນມະໂຫລານ ອຸຍມານິເຕ; ທ່ານ ເດນິສ ໂຣສປີແອ, ກຳມະການກົມການເມືອງສູນກາງພັກຄອມມູນິດຝຣັ່ງ; ທ່ານ ຈູມຄຳ ເລືອງວັນ, ປະທານສໍາພັນຄົນເຊື້ອຊາດລາວທີ່ປະເທດຝຣັ່ງ; ພະນັກງານສະຖານທູດລາວທີ່ປາຣີ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ ຈຳນວນ 100 ກວ່າຄົນ.

ໃນງານບຸນດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ກ່າວຈຸດປະສົງ ແລະ ປະຫວັດຄວາມເປັນມາໃນການເຂົ້າຮ່ວມງານໃນຄັ້ງນີ້, ພ້ອມທັງໄດ້ເລົ່າຄືນປະຫວັດມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວໂດຍການນຳພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະຜ່ານມາ, ໂດຍຍົກໃຫ້ເຫັນມູນເຊື້ອອັນປີຊາສາມາດສະຫຼາດສ່ອງໃສຂອງພັກ ທີ່ໄດ້ນຳພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ຕ້ານແອກຄອບຄອງຂອງຕ່າງຊາດ ແລະ ຍາດເອົາເອກະລາດ, ອຳນາດອະທິປະໄຕ ແລະ ຄວາມມີອິດສະຫຼະພາບມາສູ່ປະຊາຊົນລາວບັນດາເຜົ່າ.

ງານບຸນມະໂຫລານ ອຸຍມານິເຕ ໄດ້ຈັດຂຶ້ນທຸກໆປີໂດຍການເຊື້ອເຊີນເອົາບັນດາຜູ້ຕາງໜ້າສຳນັກຂ່າວສານ, ໜັງສືພິມຄອມມູນິດ ແລະ ໜັງສືພິມກ້າວໜ້າທີ່ເປັນກະບອກສຽງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈາກທົ່ວໂລກ ລວມທັງບັນດາອົງການຈັດຕັ້ງທີ່ກ້າວໜ້າທີ່ໃຫ້ການສະໜັບສະໜູນລະບອບການ ເມືອງຄອມມູນິດ ເຊິ່ງ ສປປ ລາວ ແມ່ນໄດ້ເຂົ້າຮ່ວມໃນນາມໜັງສືພິມປະຊາຊົນ ທີ່ເປັນກະບອກສຽງຂອງພັກປະຊາຊົນປະຕິວັດລາວ. ສຳລັບປີນີ້, ສະຖານທູດລາວໄດ້ນຳຜະລິດຕະພັນຊຶ່ງເປັນສີມືຂອງຄົນລາວຫຼາຍຢ່າງມາວາງສະແດງເຊັ່ນ: ຮູບພາບການເຄື່ອນໄຫວຂອງພັກໃນໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຄື່ອງຫັດຖະກຳຈັກສານ ແລະ ແຜ່ນແພບັນດາເຜົ່າ, ບັນດາເອກະສານສົ່ງເສີມການລົງທຶນ ແລະ ແຜ່ນພັບໂຄສະນາການທ່ອງ ທ່ຽວລາວ. ນອກຈາກນັ້ນ, ກໍ່ໄດ້ມີການຈໍາໜ່າຍອາຫານພື້ນເມືອງຂອງລາວຈຳນວນໜຶ່ງ ຊຶ່ງເປັນການສ້າງສີສັນ ແລະ ໄດ້ຮັບຄວາມນິຍົມສົນໃຈຈາກຜູ້ເຂົ້າຮ່ວມງານຢ່າງຫຼວງຫຼາຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480219
ມື້ນີ້49
ມື້ວານ157
ອາທິດນີ້617
ເດືອນນີ້6450