ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສສ ຫວຽດນາມ ອວຍພອນປີໃໝ່ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງການຕ່າງປະເທດຫວຽດນາມ

20200117-LaoAmToVietnam1

ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍຄະນະ

ອວຍພອນປີໃໝ່ ທ່ານ ຫງວຽນຮູຍດັງ ຮອງຫົວໜ້າະນະນຳຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ

 

20200117-LaoAmToVietnam2

ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍຄະນະ

ອວຍພອນປີໃໝ່ ທ່ານ ຫງວຽນມິງວູ່ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

 

ໃນວັນທີ 17 ມັງກອນ 2020, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ພ້ອມຄະນະໄດ້ໄປອວຍພອນປີໃໝ່ຄະນະນຳຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ ເນື່ອງໃນໂອກາດປີໃໝ່ຫວຽດນາມ, ໃນໂອກາດດັ່ງກ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ ມີຄຳອວຍພອນອັນປະເສີດມາຍັງຄະນະນຳແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ​​ໄດ້ຕາງໜ້າ ​​ພັກ-ລັດ ຝາກຄຳອວຍພອນຜ່ານຄະນະນຳຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມໄປຍັງການນຳຂັ້ນສູງພັກລັດຫວຽດນາມເນື່ອງໃນໂອກາດປີໃໝ່ ຈົ່ງມີສຸຂະພາບແຂງແຮງແລະປະສົບຜົນສຳເລັດອັນຍິ່ງໃຫຍ່ທີ່ພັກ, ລັດປະຊາຊົນມອບໝາຍໃຫ້​, ພ້ອມທັງກ່າວຕື່ມວ່າ: ໃນປີ 2019 ຜ່ານມາຫວຽດນາມຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ຮອບດ້ານແລະເລິກເຊີ່ງ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆບົດບາດແລະ ອິດທິພົນຂອງ ສສ ຫວຽດນາມໄດ້ເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນແລະ ສາກົນ.    

 

ທ່ານ ຫງວຽນຮູຍດັງ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ທີ່ມາອວຍພອນ, ທັງຕີລາຄາສູງຜົນສຳເລັດຂອງຫວຽດນາມໃນປີຜ່ານມາ. ສະເພາະປີ 2020 ນີ້ ຫວຽດນາມຈະມີຫຼາຍເຫດການສຳຄັນ: ວັນເກີດປະທານໂຮ່ຈີ່ມິນຄົບຮອບ 130 ປີ, ວັນສ້າງຕັ້ງພັກຄອມມູນິດຫວຽດນາມຄົບຮອບ 90 ປີ, ວັນສ້າງຕັ້ງສສ.ຫວຽດນາມຄົບຮອບ 75 ປີ; ສຳລັບວຽກງານຕ່າງປະເທດກໍ່ຈະໄດ້ເປັນປະທານອາຊຽນ, ປະທານ AIPA 41 (ໄອປາ) ໃນການເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ. ນອກນັ້ນກໍ່ແມ່ນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.   ດັ່ງນັ້ນ ຈຶ່ງມີຄວາມຫວັງວ່າ ສອງຝ່າຍພວກເຮົາຄວນຈະສືບຕໍ່ມູນເຊື້ອການພົວພັນຮ່ວມມືຢ່າງແໜ້ນແຟ້ນ ເພື່ອພ້ອມກັນປະຕິບັດໃຫ້ສຳເລັດ​​ໃນທຸກວຽກງານ ພິເສດແມ່ນການປະຕິບັດຂໍ້ຕົກລົງຂອງການຳຂັ້ນສູງຂອງສອງປະເທດໃຫ້ມີປະສິດທິຜົນສູງ.

 

ໃນວັນດຽວກັນ, ທີ່ ກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍຄະນະນຳ ກໍ່ໄດ້ໄປອວຍພອນປີໃໝ່ຄະນະນຳກະຊວງການຕ່າງປະເທດ.

ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງຕໍ່ ການຂະຫຍາຍຕົວທາງດ້ານເສດຖະກິດຂອງຫວຽດນາມໃນໄລຍະຜ່ານມາ, ​ເນື່ອງໃນໂອກາດບູນປີໃໝ່ຫວຽດນາມ (​ເຕັດຫວຽດນາ) ປີນີ້ເຊີ່ງເປັນປີທີ່ມີຄວາມໝາຍອັນສຳຄັນທາງປະຫວັດສາດຫວຽດນາມເປັນປະທານອາຊຽນ ເປັນສະມາຊິກບໍ່ຖາວອນສະພາຄວາມໝັ້້ນຄົງ ແຫ່ງສະຫະປະຊາດ ສະຖານທູດ ກໍ່ຄື ສປປ ລາວ ຂໍສະແດງຄວາມຊົມເຊີຍ ແລະ ຫວັງຢ່າງຍິ່ງວ່າ ສສ ຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ​.

 

ຕາງໜ້າ​​ພັກ - ລັດ, ​ເນື່ອງໃນໂອກາດປີໃໝ່ຫວຽດນາມຂໍອວຍພອນໃຫ້ການນຳພັກລັດກໍ່ຄືກະຊວງການຕ່າງປະເທດພ້ອມພະນັກງານທຸກຖ້ວນໜ້າຈົ່ງມີສຸຂະພາບເຂັ້ມແຂງສືບຕໍ່ພາລະກິດອັນສູງສົງຂອງຕົນແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ທີ່ພັກແລະ ລັດຖະບານໄດ້ມອບໝາຍໃຫ້, ອວຍພອນໃຫ້ສາຍພົວພັນທີ່ຍິ່ງໃຫຍ່ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຈະເລີນຫງອກງາມຂື້ນເລື້ອຍໆ.

 

ທ່ານ ຫງວຽນມິງວູ່ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ແລະ ການນຳສະຖານທູດໄດ້ມາອວຍພອນເນື່ອງໃນໂອກາດປີໃໝ່ຫວຽດນາມ ທ່ານຍັງໄດ້ເນັ້ນຕື່ມວ່າ ປີ 2020 ຫວຽດນາມ ຈະມີຫຼາຍເຫດການທີ່ສຳຄັນທີ່ສອງຝ່າຍ ຈະຕ້ອງໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການນຳຂັ້ນສູງມາເຄື່ອນໄຫວຢູ່ຫວຽດນາມ ໃນໄລຍະຫວຽດນາມເປັນປະທານ ອາຊຽນ ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດປີ 2020-2021

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480225
ມື້ນີ້55
ມື້ວານ157
ອາທິດນີ້623
ເດືອນນີ້6456