ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ໃນຫົວຂໍ້ ຍົກສູງບົດບາດ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ

 

20200212EcoDept1

 

ໃນວັນທີ 12 ກຸມພາ 2020, ທີ່ ຫ້ອງປະຊຸມ ແຂວງບໍລິຄໍາໄຊ, ກະຊວງການຕ່າງປະເທດ ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ ຍົກສູງບົດບາດຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນມາ ບຸຈະເລີນ, ຮອງເຈົ້າແຂວງ ບໍລິຄໍາໄຊ ແລະ ທ່ານ ວິລະສັກ ສົມພົງ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງ, ພາກທຸລະກິດ, ວິທະຍາໄລພາຍໃນແຂວງ ຈໍານວນ 80 ກວ່າທ່ານ.

ຈຸດປະສົງໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ຍົກສູງຄວາມຮັບຮູ້ໃຫ້ແກ່ຜູ້ເຂົ້າຮ່ວມ ກ່ຽວກັບສະພາບການພັດທະນາເສດຖະກິດ ຂອງ ສປປ ລາວ ໃນປັດຈຸບັນ ໃນໄລຍະການສ້າງປະຊາຄົມອາຊຽນກໍຄືການເຊື່ອມໂຍງ ແລະ ການເຊື່ອມຈອດ ເສດຖະກິດພາກພື້ນ ແລະ ສາກົນ; ຊຸກຍູ້ການມີສ່ວນຮ່ວມຂອງທຸກພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ເຂົ້າໃນການຂົນຂວາຍດຶງດູດນັກລົງທຶນຕ່າງປະເທດ ແລະ ສົ່ງເສີມກິດຈະກຳການຄ້າ; ເປັນເວທີໃນການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ລະຫວ່າງ ພະນັກງານຫຼັກແຫຼ່ງຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ, ລະຫວ່າງພາກ​ລັດ ແລະ ພາກເອກະຊົນ ໃນການຊອກຫາຊ່ອງທາງ ເພື່ອຮັບມື ແລະ ແກ້ໄຂສິ່ງທ້າທາຍໃນປະຈຸບັນ ແລະ ໃນອະນາຄົດຈາກການເຊື່ອມໂຍງເສດຖະກິດ ແລະ ຊອກຫາວິທີທາງໃນການຍົກລະດັບຄວາມອາດສາມາດຂັ້ນທ້ອງຖິ່ນ ໃນຍຸກສະໄໝໃໝ່, ລວມທັງກຳນົດທິດທາງໃນຕໍ່ໜ້າສຳລັບ ສປປ ລາວ ໃນຂອບການຮ່ວມມືທາງດ້ານເສດຖະກິດພາກພື້ນ ແລະ ສາກົນໃຫ້ໄດ້ຮັບໝາກຜົນຫຼາຍຂຶ້ນກວ່າເກົ່າ.

ໃນກອງປະຊຸມສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນ ທີ່ມາຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍລິຄໍາໄຊ ໃນຫຼາຍຫົວຂໍ້ທີ່ປິ່ນອ້ອມຫົວຂໍ້ຫຼັກຂອງກອງປະຊຸມສໍາມະນາ, ຊຶ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບ ການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນຂອງ ສປປ ລາວ ໃນປະຈຸບັນ ແລະ ສະເໜີແນະບາງວິທີການ ແລະ ມາດຕະການໃນການສືບຕໍ່ດໍາເນີນນະໂຍບາຍດັ່ງກ່າວໃນຕໍ່ໜ້າໂດຍສະເພາະແມ່ນການປະກອບສ່ວນ ຂອງຂະແໜງການກ່ຽວຂ້ອງຂັ້ນທ້ອງຖິ່ນ ແລະ ການພັດທະນາຂີດຄວາມສາມາດຂອງພະນັກງານ ເພື່ອຮອງຮັບກັບຍຸກສະໄໝແຫ່ງການເຊື່ອມໂຍງກໍຄື ຍຸກສະໄຫມແຫ່ງການປະຕິວັດອຸດສະຫະກຳ ຄັ້ງທີ 4 ລວມທັງການນໍາເອົາເນື້ອໃນ ແລະ ຂໍ້ມູນໃນກອງປະຊຸມສໍາມະນາຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຕົນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480348
ມື້ນີ້6
ມື້ວານ172
ອາທິດນີ້746
ເດືອນນີ້6579