ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານປີໃໝ່ເຜົ່າໄທດໍາ ທີ່ ອອກລ່ຽງ

 

20200222 LaoEmToFrance

 

ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈຳ​ ປະ​ເທດ​ຝຣັ່ງ ​ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ພະນັກງານ​ ໄດ້​ເຂົ້າຮ່ວມງານ​ປີ​ໃໝ່​ໄທ​ດຳ​ ​ໃນ​ວັນ​ທີ 22 ກຸມພາ 2020 ​ຢູ່​ສະ​ໂມ​ສອນ​​ກາງ​ເມືອງ​ອອກ​ລ່ຽງ, ປະເທດ ຝຣັ່ງ, ຜູ້​ເຂົ້າຮ່ວມມີ 300 ກວ່າຄົນ ຕາມ​ການ​ເຊື້ອ​ເຊີນຂອງສະມາຄົມ ເຜົ່າໄທດໍາ ທີ່ເມືອງອອກລ່ຽງ, ​ເຊິ່ງ​ເປັນຄັ້ງທຳ​ອິດ ທີ່​ຄະນະ​ສະຖານທູດ​ໄດ້​ເຂົ້າຮ່ວມ​ງານ​ຂອງ​ເຜົ່າ​ໄທ​ດຳ, ​ເປັນ​ຂີດ​ໝາຍ​ການ​ພົວພັນທີ່​ດີ ລະຫວ່າງ ​ສະຖານທູດ ​ແລະ ​ເຜົ່າ​ໄດ​ດຳ ທີ່​ປະ​ເທດ​ຝຣັ່ງ. ​ເຈົ້າກົກ​ເຈົ້່​າເຫລົ່າ ປະມານ 10 ທ່ານ ​ແລະ ພີ່ນ້ອງ​ເຜົ່າ​ໄທ​ດຳທີ່​ເຂົ້າຮ່ວມ​ງານ ​ໄດ້ສະ​ແດງຄວາມ​ຍິນ​ດີຕ້ອນຮັບ​ທ່ານ​ທູດ​ພ້ອມ​ດ້ວຍຄະນະ​ ຢ່າງ​ອົບ​ອຸ່ນ.

ໃນໂອກາດງານສະເຫຼີມສະຫຼອງປີໃໝ່ດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ກຽດຂຶ້ນກ່າວອວຍພອນປີໃໝ່ ພ້ອມທັງ ໄດ້ກ່າວເຖິງມູນເຊື້ອອັນດີງາມ ແລະ ຄວາມຮັກແພງສາມັກຄີກັນຂອງບັນດາເຜົ່າຊາວລາວ ໃນເມື່ອກ່ອນ ຈົນ​ເຖິງ​ປະຈຸ​ບັນ ລວມທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນຍາກາດ ໃນງານຄັ້ງນີ້ ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີການນຸ່ງ​ເຄື່ອງ ​ແລະ ສະແດງຟ້ອນເຜົ່າໄທດໍາ, ຮ້ອງເພງລາວ, ຟ້ອນລໍາວົງລາວ ແລະ ການສະແດງອື່ນໆຢ່າງຫຼາກຫຼາຍ. ການ​ເຂົ້າຮ່ວມງານ​ ຂອງ​ຄະນະ​ສະຖານທູດ​ ​ຄັ້ງນີ້ ​ເປັນ​ຂີດ​ໝາຍ​ສຳຄັນ ​ໃນ​ການ​ເຂົ້າຫາ ​ເຜົ່າ​ໄທ​ດຳ ທີ່​​ເຂດ​ອອກ​ລ່ຽງ ​ແລະ ຈະ​ກ້າວ​ໄປ​ເຖິງການ​ພົວພັນທີ່​ດີກັບ​ເຜົ່າ​ນີ້​ໃນ​ເຂດ​ພາກ​ໃຕ້​ໃນຕໍ່ໜ້າ. ມາ​ຮອດ​ປະຈຸ​ບັນ ສະຖານທູດ​​ພວກ​ເຮົາມີ​ການພົວພັນທີ່​ດີ​ຢ່າງ​ກວ້າງຂວາງ​ກັບ​ຄົນ​ເຊື້ອ​ຊາດ​ລາວ​ ທົ່ວ​ປະ​ເທດ​ຝຣັ່ງ. ທີ່​ປະ​ເທດ​ຝຣັ່ງ ມີ​ຊາວອົບ​ພະຍົບຈາກ​ປະ​ເທດ​ລາວອາ​ໃສຢູ່​ ປະມານ​ສາມ​ແສນກວ່າ​ຄົນ ທີ່​ປະກອບ​ມີ​ຫລາຍ​ຊົນ​​ເຜົ່າ. ທີ່​ພົ້ນ​ເດັ່ນ ມີ​ເຜົ່າ​ລາວ, ຂະມຸ, ມົ້ງ ​ແລະ ​ໄທ​ດໍາ, ​ແຕ່ລະ​ປີ​ ​ແຕ່ລະ​ເຜົ່າ​ໄດ້​ມີ​ການ​ຈັດ​ກິດຈະກຳທາງດ້ານ​ວັດທະນາ​ທຳ​ຂອງ​ຕົນ. ສະ​ເພາະ​ເຜົ່າ​ໄທ​ດຳ ​ມີ​ປະມານ 6 ພັນ​ຄົນ ຢາຍ​ຢູ່​ຫຼາຍ​ພາກ ​ເຊັ່ນ: ທີ່​ເຂດ​ອອກ​ລ່ຽງ (​ໄກ​ຈາກ​ປາຣີ​ໄປທາງ​ໃຕ້​ປະມານ 130 ກິ​ໂລ​ແມັດ) ມີປະມານ 2 ພັນ​ຄົນ ນອກ​ນັ້ນ​ແມ່ນ​ຢູ່​ເຂດທາງ​ພາກ​ໃຕ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484491
ມື້ນີ້7
ມື້ວານ188
ອາທິດນີ້929
ເດືອນນີ້3796