ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫ່ຍ ຄັ້ງທີ III ຂອງໜ່ວຍພັກຮາກຖານ ສະຖານເອກອັກຄະລັດຖະທູດລາວ ປະຈຳ ສ.ເກົາຫຼີ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

 

Seoul2

 

Seoul1

 

ໃນວັນທີ 22 ກຸມພາ 2020,​ ກອງປະຊຸມໃຫ່ຍຄັ້ງ ທີ III ຂອງໜ່ວຍພັກສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫຼີ ທີ່ ເຊອູນ​ ໄດ້ໄຂຂື້ນຢ່າງເປັນທາງການ, ໂດຍການເປັນປະທານ ຂອງ ສະຫາຍ ທ່ຽງ ບຸບຜາ ຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ເລຂາໜ່ວຍພັກສະຖານເອກອັກຄະລັດຖະທູດລາວ ປະຈຳ ສ. ເກົາຫຼີ, ​ເຊີ່ງມີສະມາຊິກພັກເຂົ້າຮ່ວມ ທັງໝົດ 21 ສະຫາຍ, ຍິງ 03 ສະຫາຍສຳຮອງ 03 ສະຫາຍ ແລະ ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານບົດລາຍງານການເມືອງ,​ ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ II ຂອງໜ່ວຍພັກໄລຍະ 5 ປີຜ່ານມາ, ໂດຍໄດ້ຕີລາຄາສະພາບການພົ້ນເດັ່ນຂອງໂລກ, ພາກພື້ນ ແລະ ພາຍໃນເກົາຫຼີ. ພ້ອມທັງທົບທວນຄືນການຊີ້ນຳໆພາການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດໄລຍະ 5 ປີຂອງລັດ ແລະ ການຊີ້ນຳໆພາໜ້າວຽກດ້ານວິຊາສະເພາະຂອງໜ່ວຍພັກ, ໃນນັ້ນໄດ້ທົບທວນຄືນຕີລາຄາຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ແລະ ຜົນສຳເລັດຂອງການຊີ້ນຳໆພາຂອງໜ່ວຍພັກໄລຍະຜ່ານມາ ແລະ ວາງທິດທາງ ໜ້າທີ່ຄາດໝາຍສູ້ຊົນໄລຍະ 5 ປີຕໍ່ໜ້າ. ໃນກອງປະຊຸມ, ຄະນະຜູ້ແທນໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ບົດລາຍງານການເມືອງຢ່າງກົງໄປກົງມາແບບສ້າງສັນ ເພື່ອເຮັດໃຫ້ບົດລາຍງານການເມືອງມີຄວາມສົມບູນຄົບຖ້ວນ ແລະ ພ້ອມກັນຮັບຮອງເອົາມະຕິກອງປະຊຸມຢ່າງເປັນເອກະສັນ.

ກອງປະຊຸມໃຫ່ຍຄັ້ງທີ III ຂອງໜ່ວຍພັກ ໄດ້ປ່ອນບັດຄັດເລຶອກເອົາຄະນະພັກຊຸດໃໝ່ຂອງໜ່ວຍພັກສະຖານທູດ 03 ສະຫາຍ, ຈາກຜູ້ສະໝັກຮັບເລືອກຕັ້ງທັງໝົດ 05 ສະຫາຍ: ກອງປະຊຸມໄດ້ເລືອກເອົາ ສະຫາຍ ທ່ຽງ ບຸບຜາ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ວິທະຍາ ໄຊຍະວົງ ເປັນຮອງເລຂາ ແລະ ສະຫາຍ ຄຳກ້ຽງ ຈັນທະວົງ ເປັນກຳມະການ.

ໃນຕອນທ້າຍ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ທ່ຽງ ບຸບຜາ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຊຸດໃໝ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດການຊີ້ນຳໆພາຂອງຄະນະພັກຊຸດເກົ່າທີ່ຍາດມາໄດ້. ພ້ອມກັນນີ້, ກໍ່ໄດ້ມີທິດຊີ້ນຳໆພາໃນຕໍ່ໜ້າໂດຍໄດ້ເນັ້ນໃຫ້ເພີ່ມທະວີຄວາມເອົາໃຈໃສ່ວຽກງານການເມືອງແນວຄິດເປັນຫຼັກ, ຮັກສາຄວາມສາມະຄີເປັນເອກະພາບພາຍໃນພັກ ແລະ ສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍມະຕິ, ຄຳສັ່ງຕ່າງໆຂອງ ພັກຕາມການຊີ້ນຳຂອງຂັ້ນເທິງຢ່າງມີປະສິດທິຜົນ ແລະ ສືບຕໍ່ຊີ້ນຳໆພາໜ່ວຍພັກສ້າງໜ່ວຍພັກໃຫ້ເປັນໜ່ວຍພັກເຂັ້ມແຂງ, ປອດໃສໜັກແໜ້ນໃຫ້ປະສົບຜົນສຳເລັດເທື່ອລະກ້າວໃນຕໍ່ໜ້າ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485700
ມື້ນີ້205
ມື້ວານ196
ອາທິດນີ້736
ເດືອນນີ້5005