ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ການເມືອງ-ຄວາມໝັ້ນຄົງ ລາວ ແລະ ຍີ່ປຸ່ນ ຄັ້ງທີ 3

 

20200304-APA-LaosJapan

 

ໃນວັນທີ 04 ມີນາ 2020, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໄດ້ຈັດກອງປະຊຸມປຶກສາຫາລື ການເມືອງ-ຄວາມໝັ້ນຄົງ ລາວ ແລະ ຍີ່ປຸ່ນ ຄັ້ງທີ 3 ລະດັບຫົວໜ້າກົມ-ຮອງຫົວໜ້າກົມ ລະຫວ່າງ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ຍີ່ປຸ່ນ, ຊຶ່ງຝ່າຍລາວແມ່ນ ທ່ານ ບຸນທະນົງສັກ ຈັນທະລາດ, ຮັກສາການຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ແລະ ຝ່າຍຍີ່ປຸ່ນແມ່ນ ທ່ານ ISHIKAWA Hiroshi, ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້, ກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ເປັນຫົວໜ້າຄະນະ.

 

ກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືໃນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ຊຶ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 05 ມີນາ 1955.

 

ກອງປະຊຸມ ໄດ້ປຶກສາຫາລືເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຈັດບັນດາກິດຈະກໍາສະເຫຼີມສະຫຼອງ ວັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 65 ປີ ແລະ 05 ປີ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ; ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ; ສືບຕໍ່ພິຈາລະນາ ແລະ ຊຸກຍູ້ການເປີດຖ້ຽວບິນໂດຍກົງ ວຽງຈັນ-ຄຸມາໂມໂຕະ; ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືເພື່ອສືບຕໍ່ຮ່ວມມືກັນຢ່າງສະໜິດແໜ້ນ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາເອກະສານ ແລະ ຜົນການຕົກລົງກັນຂອງບັນດາການນໍາລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບໝາກຜົນຕາມຄາດໝາຍ, ເປັນຕົ້ນ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ ທີ່ໄດ້ຮັບການລົງນາມໃນເດືອນຕຸລາ 2019 ຜ່ານມາ ທີ່ ໂຕກຽວ ແລະ ອື່ນໆ; ຕີລາຄາຄືນການຮ່ວມມືດ້ານຄວາມໝັ້ນຄົງ ໃນໄລຍະ 03 ປີ ຜ່ານມາ ເປັນຕົ້ນແມ່ນການຊ່ວຍເຫຼືອຂອງ ຍີ່ປຸ່ນ ໃນດ້ານມະນຸດສະທໍາ ແລະ ການບັນເທົາທຸກໄພພິບັດ, ການເກັບກູ້ລະເບີດບໍ່ທັນແຕກ, ການພັດທະນາຊັບພະຍາກອນມະນຸດ. ນອກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການຮ່ວມມືໃນຂອບແມ່ນໍ້າຂອງ-ຍີ່ປຸ່ນ ແລະ ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485518
ມື້ນີ້23
ມື້ວານ196
ອາທິດນີ້554
ເດືອນນີ້4823