ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ ມອບເງີນຊ່ວຍເຫລືອໃຫ້ແກ່ປະຊາຊົນ ແຂວງຢູນນານ, ສປ ຈີນ

20200319LaoCSLChinaA

 

20200319LaoCSLChinaB

ໃນຕອນບ່າຍຂອງວັນທີ 19 ມີນາ 2020, ທ່ານ ຄຳພອນ ວົງສັນຕິ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ, ໄດ້ຕາງໜ້າຜູ້ບໍລິຈາກ ເກືອບ 600 ກວ່າທ່ານ ມອບເງີນຊ່ວຍເຫລືອ ຈຳນວນ 28.000 ຢວນ (ປະມານ 36.400.000 ກີບ) ໃຫ້ແກ່ປະຊາຊົນ ແຂວງຢູນນານ, ສປ ຈີນ, ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໄວຣັສໂຄວິດ-19 , ທີ່ ຫ້ອງການຕ່າງປະເທດ ແຂວງຢູນນານ, ສປ ຈີນ.

 

ທ່ານ ຄຳພອນ ວົງສັນຕິ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ, ໄດ້ແຈ້ງໃຫ້ຊາບວ່າ: ວັນທີ 07 ກຸມພາ 2020, ໜ່ວຍຊາວໜຸ່ມສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ, ໄດ້ເປັນເຈົ້າການຈັດການລະດົມເງີນຊ່ວຍເຫລືອປະຊາຊົນ ແຂວງຢູນນານ, ສປ ຈີນ, ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໄວຣັສໂຄວິດ-19 ເຊິ່ງໄດ້ຮັບການສະໜັບສະໜູນຈາກຫລາຍພາກສ່ວນ ຢ່າງເປັນຂະບວນ ເຊັ່ນ: ພະນັກງານກົງສຸນໃຫຍ່ ທີ່ ຄຸນມິງ ພ້ອມດ້ວຍຄອບຄົວ ແລະ ຫມູ່ເພື່ອນ, 3 ອົງການຈັດຕັ້ງມະຫາຊົນ, ​ນັກສຶກສາລາວ ທີ່ ແຂວງຢູນນານ, ປະທານບໍລິສັດ Zhe Jiang Long Sheng Aquatic Products Co.,Ltd, ປະທານບໍລິສັດ ໂຊລິນ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ, ແລະ ພາກສ່ວນອື່ນໆ ເກືອບ 600 ທ່ານ. ນອກນັ້ນ, ໜ່ວຍຊ່ວຍໜຸ່ມສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ, ຍັງໄດ້ຂົນຂວາຍເຄື່ອງນຸ່ງ ຈຳນວນ 512 ໂຕ ຄິດເປັນມູນຄ່າ 15 ລ້ານກວ່າກີບ ມອບໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ ເມືອງສະໜາມໄຊ, ແຂວງອັດຕະປື ໃນປີ 2018 ແລະ ຈັດກິດຈະກຳລະດົມເງີນຊ່ວຍເຫລືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີ 2019 ຈຳນວນ 12 ລ້ານກວ່າກີບ, ຈຸດປະສົງເພື່ອຍົກສູງນໍ້າໃຈຮັກເຊື້ອແພງຊາດ, ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກ, ຊ່ວຍເຫລືອສັງຄົມ ໃນຖັນແຖວຊາວໜຸ່ມ, ໄວໜຸ່ມນັກສຶກສາລາວ, ສົ່ງເສີມມິດຕະພາບ ແລະ ສາຍພົວພັນອັນເປັນມູນເຊື້ອ ລາວ-ຈີນ, ຈີນ-ລາວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484551
ມື້ນີ້67
ມື້ວານ188
ອາທິດນີ້989
ເດືອນນີ້3856