ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກກົມການຂ່າວ ກະຊວງການຕ່າງປະເທດ

 

20200320-Press-1

20200320-Press-2

20200320-Press-3

20200320-Press-4

 

     ໃນຕອນບ່າຍຂອງ​ວັນ​ທີ 20 ມີນາ 2020 ຜ່ານມາ, ​ທີ່ ​ຫ້ອງປະຊຸມກະຊວງການຕ່າງປະເທດ, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງໜ່ວຍພັກກົມການຂ່າວ, ກະຊວງການຕ່າງປະເທດໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດ​​ເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ບັນດາສະຫາຍເລຂາ, ຮອງເລຂາ ແລະ ຜູ້ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ, 3 ອົງການຈັດຕັ້ງມະຫາຊົນ ທີ່ເປັນແຂກຖືກເຊີນ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ ຂອງກົມການກະຊວງການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 30 ສະຫາຍ.

     ໃນກອງປະຊຸມ, ສະຫາຍ ບົວແກ້ວ ພູມວົງໄຊ, ເລຂາໜ່ວຍພັກກົມການຂ່າວ, ກະຊວງການຕ່າງປະເທດ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກໃນໄລຍະ 5 ປີຜ່ານມາ, ເຊິ່ງສາມາດສັງເກດຕີລາຄາຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ຂອງໜ່ວຍພັກນັບທັງການຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກ. ພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ແລະ ວຽກງານຈຸດສຸມສຳລັບປີ 2020-2025 ໂດຍຈະໄດ້ສຸມໃສ່: ວຽກງານກໍ່ສ້າງພັກ-ພະນັກງານ, ຂະຫຍາຍພັກຢ່າງມີຈຸດສຸມ ແລະ ມີຄຸນນະພາບ ເອົາໃຈໃສ່ສຶກສາອົບຮົມ ທາງດ້ານການເມືອງແນວຄິດ ໃຫ້ແກ່ສະມາຊິກພັກກົມການຂ່າວ, ຍົກສູງຄຸນນະພາບໃນ ການເປັນເສນາທິການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເພີ່ມທະວີການຊີ້ນຳນຳພາ ແລະ ເສີມຂະຫຍາຍບົດບາດຂອງ 3 ອົງການຈັດຕັ້ງມະຫາຊົນພາຍໃນກົມການຂ່າວ, ພ້ອມທັງວິທີການຈັດຕັ້ງປະຕິບັດທິດທາງແຜນການ ທີ່ໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.

     ໜ່ວຍພັກ ກົມການຂ່າວ, ກະຊວງການຕ່າງປະເທດ ມີສະມາຊິກພັກທັງໝົດ 18 ສະຫາຍ, ຍິງ 5 ສະຫາຍ, ໃນນີ້ມີສະມາຊິກພັກສໍາຮອງ 3 ສະຫາຍ, ຍິງ 2 ສະຫາຍ. ໃນໄລ​ຍະ 5 ປີ ຜ່ານ​ມາ, ກົມການຂ່າວ ໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງຕົນ ແລະ ສາມາດຍາດໄດ້ຜົນງານທີ່​ພົ້ນ​ເດັ່ນຫຼາຍ​ດ້ານ ເປັນຕົ້ນແມ່ນການກໍ່ສ້າງພັກ-ພະນັກງານ, ຊຶ່ງມາຮອດປະຈຸບັນ ໄດ້ມີສະມາຊິກພັກ-ພະນັກງານ ສໍາເລັດການສຶກສາດ້ານວິຊາສະເພາະ ລະດັບປະລິນຍາໂທ ຢູ່ພາຍໃນ ແລະ ຕ່າງປະເທດ 8 ສະຫາຍ, ສໍາເລັດການບໍາລຸງທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ 8 ສະຫາຍ, ສໍາເລັດການຝຶກອົບຮົມພາສາຈີນ ໄລຍະ 11 ເດືອນ 2 ສະຫາຍ, ພາສາຍີ່ປຸ່ນ 8 ເດືອນ 1 ສະຫາຍ ແລະ ພາສາຕວັກກີ 11 ເດືອນ 1 ສະຫາຍ, ສໍາເລັດການຝຶກອົບຮົບໄລຍະສັ້ນ ໃນຫົວຂໍ້ຕ່າງໆ ແລະ ພາສາອັງກິດ 14 ສະຫາຍ ແລະ ສໍາເລັດການໄປຝຶກວຽກງານການທູດຫຼາຍຝ່າຍໄລຍະ 3 ເດືອນ ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ 1 ສະຫາຍ. ປະຈຸບັນ, ມີພະນັກງານກໍາລັງສຶກສາຕໍ່ລະດັບປະລິນຍາໂທ ຢູ່ປະເທດອົດສະຕຣາລີ 1 ສະຫາຍ ແລະ ຝຶກອົບຮົມພາສາອາຣັບ ໄລຍະ 9 ເດືອນ 1 ສະຫາຍ. ນອກຈາກນັ້ນ, ມີສະມາຊິກພັກ-ພະນັກງານໄດ້ຮັບການເລື່ອນຊັ້ນຈາກຫົວໜ້າພະແນກເປັນຮອງຫົວໜ້າກົມ 4 ສະຫາຍ, ຈາກຮອງຫົວໜ້າພະແນກຂຶ້ນເປັນຫົວໜ້າພະແນກ 6 ສະຫາຍ, ແລະ ຈາກວິຊາການຂຶ້ນເປັນຮອງຫົວໜ້າພະແນກ 12 ສະຫາຍ.

     ນອກນັ້ນ, ໜ່ວຍພັກພວກເຮົາ ຈະໄດ້ເອົາໃຈໃສ່ຍົກສູງຄຸນນະພາບ ການເປັນເສນາທິການ ດ້ານວຽກງານການຂ່າວໃຫ້ແກ່ຂັ້ນເທິງ ແລະ ເປັນເຈົ້າການນໍາພາການປັບປຸງແບບແຜນວິທີເຮັດວຽກ ຢ່າງມີວິທະຍາສາດ, ມີແຜນງານ, ໂຄງການ, ແຜນການ ແລະ ມີຈຸດສຸມ ຄວບຄູ່ກັບການນໍາໃຊ້ພາຫະນະເຕັກນິກ ທີ່ທັນສະໄໝເຂົ້າໃນການເຮັດວຽກ ເພື່ອເພີ່ມປະສິດທິພາບຂອງວຽກງານ, ພ້ອມທັງສືບຕໍ່ສ້າງ, ປັບປຸງນິຕິກໍາ ແລະ ກົນໄກການເຄື່ອນໄຫວວຽກງານການຂ່າວຕ່າງປະເທດ ຢ່າງເປັນລະບົບ, ໂດຍສະເພາະແມ່ນຈັດຕັ້ງຜັນຂະຫຍາຍ 5 ແຜນງານ ແລະ 41 ໂຄງການ ທີ່ໄດ້ຖືກຮັບຮອງໃນກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV.

     ຜູ້ແທນກອງ​ປະ​ຊຸມ​ໃຫຍ່ ໄດ້​ໃຊ້ສິດປະຊາທິປະໄຕ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​ໜ່ວຍພັກ​ກົມການຂ່າວຊຸດ​    ໃໝ່ ຈຳ​ນວນ 3 ສະ​ຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະໜ່ວຍພັກຊຸດໃຫມ່ ໄດ້​ເປັນ​ເອ​ກະ​ພາບເລືອກ​ເອົາ ສະ​ຫາຍ ບົວແກ້ວ ພູມວົງໄຊ, ເປັນເລຂາໜ່ວຍພັກ; ສະຫາຍ ນາງ ວຽງສະຫວັນ ພິລາວົງ, ເປັນຮອງເລຂາ; ແລະ ສະຫາຍ ບຸນມີ ວັນມະນີ, ເປັນກຳມະການ, ຮັບຜິດຊອບວຽກງານກວດກາ ໜ່ວຍພັກກົມການຂ່າວ.

     ກອງ​ປະ​ຊຸມໃຫຍ່ ຍັງ​​ໄດ້​ເປັນກຽດຮັບ​ຟັງການ​ໂອ້ລົມ​ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ເຊິ່ງ​​ສະຫາຍໄດ້​ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກກົມການຂ່າວ, ກະຊວງການຕ່າງປະເທດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳ ແກ່ຄະນະໜ່ວຍພັກກົມການຂ່າວຊຸດໃຫມ່ເອົາໃຈໃສ່ 5 ດ້ານຄື: ເພີ່ມທະວີວຽກງານກໍ່ສ້າງພັກ-ພະນັກງານ, ຍົກສູງຫຼັກການເຮັດວຽກງານ ຂອງພັກແບບລວມສູນປະຊາທິປະໄຕ, ຍົກສູງປະສິດທິພາບ ຂອງການຂະຫຍາຍສະມາຊິກພັກ ໂດຍເນັ້ນເອົາຄຸນນະພາບເປັນຫລັກ, ເພີ່ມທະວີຄວາມເປັນເອກະພາບ ແລະ ຄວາມສາມັກຄີພາຍໃນຫນ່ວຍພັກ ແລະ ຍົກສູງຄຸນນະພາບໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃນດ້ານຕ່າງໆ ໂດຍສະເພາະໃຫ້ມີຄວາມສະດຸ້ງໄວຕໍ່ແຕ່ລະບັນຫາ ແລະ ເອົາໃຈໃສ່ຝຶກຝົນທັກສະໃນການວິໄຈບັນຫາໃຫ້ວ່ອງໄວ, ພ້ອມກັນສູ້​ຊົນບຸກບືນ ​ແລະ ​ເຊີດ​ຊູຄວາມເປັນເຈົ້າການ ແລະ ​ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ ສາມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນຊຸມປີຕໍ່ຫນ້າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633