ໃນຕອນເຊົ້າຂອງວັນທີ 25 ມີນາ 2020, ທີ່ ຫ້ອງປະຊຸມກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ບັນດາສະຫາຍເລຂາ, ຮອງເລຂາ ແລະ ຜູ້ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ, 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກຂອງຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ເຂົ້າຮ່ວມຢ່າງຖ້ວນໜ້າ. ໃນກອງປະຊຸມ ສະຫາຍ ອານຸສິນ ຂັດຕິຍະລາດ, ເລຂາໜ່ວຍພັກຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສໍາຫລວດການນໍາພາລວມຂອງຄະນະໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ, ໂດຍໄດ້ສັງເກດຕີລາຄາຜົນສຳເລັດ, ຂໍ້ຫຍຸ້ງຍາກ, ບາງບົດຮຽນທີ່ຖອດຖອນໄດ້ ລວມທັງການຊີ້ນຳ-ນຳພາຂອງຄະໜ່ວຍພັກ. ພ້ອມດຽວກັນນັ້ນ, ກໍໄດ້ກຳນົດທິດທາງແຜນການ ແລະ ວຽກງານຈຸດສຸມສຳລັບປີ 2020-2025 ໂດຍເນັ້ນໃສ່ : ວຽກງານກໍ່ສ້າງພັກ-ພະນັກງານ, ການຂະຫຍາຍພັກຢ່າງມີຈຸດສຸມ ແລະ ມີຄຸນນະພາບ, ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດ, ຍົກສູງຄຸນນະພາບໃນການເປັນເສນາທິການຕໍ່ການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເພີ່ມທະວີການຊີ້ນຳ-ນຳພາ ແລະ ເສີມຂະຫຍາຍບົດບາດຂອງ 3 ອົງການຈັດຕັ້ງມະຫາຊົນພາຍໃນຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ພ້ອມທັງການຈັດຕັ້ງປະຕິບັດທິດທາງແຜນການທີ່ໄດ້ກຳນົດໄວ້ໃຫ້ປະກົດຜົນເປັນຈິງ.
ໜ່ວຍພັກຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ປະກອບດ້ວຍ 4 ຈຸພັກ: ຈຸພັກຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ຈຸພັກຊາຍແດນລາວ-ໄທ ທາງບົກ, ຈຸພັກຊາຍແດນລາວ-ໄທ ທາງນໍ້າ ແລະ ຈຸພັກຊາຍແດນລາວ-ກຳປູເຈຍ, ຊຶ່ງມີສະມາຊິກພັກທັງໝົດ 86 ສະຫາຍ (ຍິງ 09 ສະຫາຍ). ໃນໄລຍະ 5 ປີຜ່ານມາ ຄະນະໜ່ວຍພັກ ໄດ້ເສີມຂະຫຍາຍບົດບາດຊີ້ນຳ-ນຳພາຂອງຕົນ ຊຶ່ງສາມາດຍາດໄດ້ຜົນງານຫລາຍດ້ານ, ເປັນຕົ້ນແມ່ນ ວຽກງານການປັບປຸງກໍ່ສ້າງພັກ-ພະນັກງານ ໄດ້ສຸມໃສ່ການຍົກລະດັບດ້ານວິຊາສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ ຄື: ສະມາຊິກພັກ ໄດ້ຮັບການຍົກລະດັບວິຊາສະເພາະ ຊັ້ນປະລິນຍາເອກຢູ່ຕ່າງປະເທດ 1 ສະຫາຍ, ປະລິນຍາໂທ 5 ສະຫາຍ, ຝຶກອົບຮົມ 40 ສະຫາຍ, ໄດ້ຮັບການຍົກລະດັບວິຊາສະເພາະ ຊັ້ນປະລິນຍາໂທຢູ່ພາຍໃນປະເທດ 7 ສະຫາຍ ແລະ ຝຶກອົບຮົມຈຳນວນ 39 ສະຫາຍ. ສະມາຊິກພັກ ໄດ້ຮັບການເລື່ອນຕໍາແໜ່ງບໍລິຫານ ຂັ້ນຮອງກົມຂຶ້ນເປັນຫົວໜ້າກົມ 2 ສະຫາຍ, ຂັ້ນຫົວໜ້າພະແນກຂຶ້ນເປັນຮອງກົມ 2 ສະຫາຍ, ຂັ້ນຮອງພະແນກຂຶ້ນເປັນຫົວໜ້າພະແນກ 7 ສະຫາຍ ແລະ ຂັ້ນວິຊາການຂຶ້ນເປັນຮອງຫົວພະແນກ 16 ສະຫາຍ. ພ້ອມກັນນັ້ນ, ສະມາຊິກພັກຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ຍັງໄດ້ຮັບການແຕ່ງຕັ້ງໄປປະຈຳການຢູ່ຕ່າງປະເທດ ຈຳນວນ 17 ສະຫາຍ, ໃນນີ້ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ 3 ສະຫາຍ ແລະ ກົງສຸນໃຫຍ່ 1 ສະຫາຍ. ພ້ອມກັນນັ້ນ, ໜ່ວຍພັກພວກເຮົາ ຍັງໄດ້ເອົາໃຈໃສ່ຍົກສູງຄວາມເປັນເສນາທິການດ້ານວຽກງານວິຊາສະເພາະ ກໍຄື ວຽກງານຊາຍແດນກັບປະເທດອ້ອມຂ້າງໃຫ້ແກ່ຂັ້ນເທິງ ໂດຍເປັນເຈົ້າການນຳພາ ປັບປຸງແບບແຜນວິທີເຮັດວຽກ ເພື່ອເພີ່ມທະວີປະສິດທິພາບຂອງວຽກງານ ໄປພ້ອມກັບການຈັດຕັ້ງຜັນຂະຫຍາຍ 5 ແຜນງານ ແລະ 41 ໂຄງການທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV.
ໃນກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະໜ່ວຍພັກຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ຊຸດໃໝ່ ຈຳນວນ 5 ສະຫາຍ, ຊຶ່ງໃນກອງປະຊຸມຄັ້ງປະຖົມມະລືກຂອງຄະນະໜ່ວຍພັກຊຸດໃໝ່ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ອານຸສິນ ຂັດຕິຍະລາດ ເປັນເລຂາໜ່ວຍພັກ; ສະຫາຍ ສຸພັນ ຫາດາວເຮືອງ ເປັນຮອງເລຂາໜ່ວຍພັກ; ສະຫາຍ ນາງ ສອນນາລີ ນໍລິນທາ ເປັນປະທານກວດກາໜ່ວຍພັກ; ສະຫາຍ ບຸນຜາ ພິມມະແສງ ແລະ ສະຫາຍ ບຸນພຽງ ຈັນທະວົງ ເປັນກໍາມະການໜ່ວຍພັກ.
ກອງປະຊຸມໃຫຍ່ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງການຕ່າງປະເທດ, ເຊີ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນໍາແກ່ຄະນະໜ່ວຍພັກຊຸດໃໝ່ ໃຫ້ເອົາໃຈໃສ່ ຄື: ເພີ້ມທະວີວຽກງານກໍ່ສ້າງພັກ-ພະນັກງານ ໂດຍເອົາວຽກງານການເມືອງ-ແນວຄິດ ເປັນບູລິມະສິດຂອງໜ່ວຍພັກ, ຍົກສູງຫລັກການເຮັດວຽກຂອງພັກແບບລວມສູນປະຊາທິປະໄຕ, ສ້າງໜ່ວຍພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງປະສິດທິພາບຂອງການຂະຫຍາຍພັກ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບພາຍໃນໜ່ວຍພັກ; ຍົກສູງຄຸນນະພາບໃນການປະຕິບັດວຽກງານວິຊາສະເພາະ ແລະ ເອົາໃຈໃສ່ສ້າງພະນັກງານ ໃຫ້ມີຄວາມຮູ້ໃນລະດັບອັນແນ່ນອນ ເພື່ອພ້ອມກັນປະຕິບັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ໃຫ້ມີຜົນສຳເລັດອັນໃໝ່.