ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະມາຄົມມິດຕະພາບ ຫວຽດນາມ-ລາວ ມອບ ເຄື່ອງຊ່ວຍເຫຼືອປ້ອງກັນ ພະຍາດອັກເສບປອດ ສາຍພັນໃຫມ່ (ໂຄວິດ-19)ໃຫ້ລັດຖະບານແຫ່ງ ສປປ ລາວ

20200423VietLao

ຕອນ​ບ່າຍວັນທີ 21 ເມສາ 2020 ຢູ່ທີ່ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ສະຫາຍ ຫງວຽນ​ແມ້ງ​ຮຸ່ງ,   ຮອງປະທານ​ສະມາຄົມ​ມິດຕະພາບຫວຽດນາມ-​ລາວໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ ສະມາຄົມ​ມິດຕະພາບ​ລາວ-​ຫວຽດນາມ ເຄື່ອງຊ່ວຍເຫຼືອດັ່ງກ່າວ​ປະກອບ​ມີ​ຊຸດ​ເຄື່ອງນຸ່ງ​ແພດໝໍ 500 ຊຸດ ​ແລະ ​ຜ້າ​ອັດ​ປາກ​ 18.500 ອັນ( ​ໃນ​ນັ້ນ​ມີຜ້າ​ອັດ​ປາກ​ການ​ແພດ 17.500 ອັນ ​ແລະ ຜ້າ​ອັດ​ປາກ​ທຳ​ມະ​ດາ 1000 ອັນ ມູນຄ່າ 130 ລ້ານ​ດົງ​ (ຮ້ອຍ​ສາມ​ສີ​ບລ້ານ​ດົງ) ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19 ຢູ່ ສປປ ລາວ, ໂດຍເຂົ້າຮ່ວມເປັນພິຍານ ຂອງຄະນະ​ນຳສະຖານ​ເອກ​ອັກຄະ​ລັດຖະທູດ ​ແລະ ພະນັກງານທັງສອງຝ່າຍ.

 

ເຖີງວ່າ ສສ ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການໂດຍສະເພາະກຳລັງປະເຊີນໜ້າກັບພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໜັກພໍສົມຄວນ, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍ່ຄືນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນ, ສະມາຊິກ​ພັກ ​ແລະ ພະນັກງານ​ທົ່ວ​ສະມາຄົມ​ມິດຕະພາບຫວຽດນາມ-​ລາວຍັງໄດ້ບິແບ່ງນ້ຳ​ໃຈມາຊ່ວຍ​ເພື່ອນ ລາວໃນການຕ້ານພະຍາດໂຄວິດ-19

​​ໃນ​ການກ່າວ​ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍ​ ຫງວຽນ​ແມ້ງ​ຮຸ່​ງ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ລາວ ແລະ ຍັງໄດ້ຢືນຢັນວ່າຈະ​ນຳ​ເຄື່ອງຊ່ວຍເຫຼືອນີ້​ໄປ​ຍັງ​​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເພຶ່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19 ຢູ່​ລາວຢ່າງມີປະສິດທິຜົນສູງ.

​​ໃນໂອກາດນີ້ສະຫາຍຫງວຽນ​ແມ້ງ​ຮຸ່ງ ອວຍພອນ​ຜູ້​ນຳ​ພັກ-​ລັດ ​ແລະ ປະຊາຊົນ​ລາວຈົ່ງ​ຜ່ານ​ພົ້ນ​ວິ​ກິດ​ໂຄ​ວິດ-19 ​ຢ່າງ​ໂດຍ​ໄວ ​ແລະ ພ້ອມ​ກັນ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ໃຫ້​ນັບ​ມື້​ຂະຫຍາຍຕົວ, ​ເນື່ອງ​ໃນ​ໂອກາດ​​ປີ​ໃໝ່​ລາວ ພສ 2563 ​ຂໍ​ອວຍພອນ​ໃຫ້​ການນຳ​ພັກ-​ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ຈົ່ງ​ມີ​ແຕ່​ຄວາມ​ຜາ​ສຸກ ​ ​ພ້ອມ​ກັນຜ່ານ​ຜາ​ຄວາມ​ຍຸ້ງ​ຍາກ​ຈາກ​ພະຍາດ​ໂຄ​ວິດ-19 ​ແລະ ​ກັບ​ຄືນ​ສູ່​ສະພາບ​​ປົກກະຕິ​​​ໂດຍ​ໄວ.  

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484460
ມື້ນີ້164
ມື້ວານ273
ອາທິດນີ້898
ເດືອນນີ້3765