ຕອນແລງວັນທີ 13 ພຶດສະພາ 2020 ຢູ່ທີ່ສະພາແຫ່ງຊາດຫວຽດນາມ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອການແພດຈາກສະພາແຫ່ງຊາດຫວຽດນາມໃຫ້ແກ່ ສປປ ລາວ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ຍີ່ປຸ່ນ ເຄື່ອງຊ່ວຍເຫຼືອດັ່ງກ່າວເປັນຜ້າອັດປາກການແພດ. ເພື່ອປ້ອງກັນ ພະຍາດອັກເສບປອດ ສາຍພັນໃຫມ່ (COVID-19).
ກ່າວມອບໂດຍແມ່ນ ສະຫາຍ ຫງວຽນແຫ້ງຟຸກ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ ໄດ້ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດຂອງປະເທດທີ່ໄດ້ຮັບເຄື່ອງຊ່ວຍເຫຼືອມີຄຳເຫັນກ່າວຮັບໂດຍໄດ້ຍົກໃຫ້ເຫັນຜົນກະທົບອັນຮ້າຍແຮງຂອງພະຍາດອັກເສບປອດສາຍພັນໃຫມ່ (COVID-19) ທີ່ກຳລັງແຜ່ລະບາດເປັນວົງກວ້າງໃນທົ່ວໂລກ, ພ້ອມດຽວກັນນັ້ນຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມຍາດມາໄດ້ໃນການສະກັດກັ້ນ, ຢັບຢັ້ງ, ຈຳກັດພະຍາດທີ່ຮ້າຍແຮງດັ່ງກ່າວ, ຊຶ່ງຫວຽດນາມໄດ້ກາຍເປັນແວ່ນແຍງ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກບັນດາປະເທດໃນໂລກ.
ເຖິງແມ່ນວ່າຫວຽດນາມຍັງປະສົບກັບຄວາມຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບຈາກການລະບາດພະຍາດອັກເສບປອດ ສາຍພັນໃຫມ່ (COVID-19) ກໍ່ຕາມ ແຕ່ຫວຽດນາມຍັງໄດ້ບິແບ່ງຊ່ວຍເຫຼືອ ທັງວັດຖຸອຸປະກອນການແພດ ແລະ ບົດຮຽນ, ໃນການຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດ ສາຍພັນໃຫມ່ (COVID-19)ໃຫ້ບັນດາປະເທດ ຊຶ່ງໃນນັ້ນມີ ສປປ ລາວ ຂອງພວກເຮົາ.
ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈ ມາຍັງສະພາແຫ່ງຊາດຫວຽດນາມ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມໃນການຊ່ວຍເຫຼຶອອຸປະກອນການແພດໃນຄັ້ງນີ້ ແລະ ໄດ້ຢືນຢັນວ່າອຸປະກອນການແພດທີ່ໄດ້ຮັບການຊ່ວຍ ເຫຼືອຄັ້ງນີ້ຈະຖຶກນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະປະເທດທີ່ໄດ້ຮັບການຊ່ວຍເຫຼືອໃຫ້ມີປະສິດທິຜົນສູງ, ພ້ອມດຽວກັນນີ້ເຊື່ອໝັ້ນວ່າພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຟື້ນຟູເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາແລະສ້າງສາປະເທດຊາດ.