ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໜ່ວຍພັກ ກົມເອີຣົບ-ອາເມລິກາ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV

 

20200604 AAD1

20200604 AAD2

20200604 AAD3

 

ກອງປະຊຸມໃຫຍ່ ຄັ້ງທີ IVຂອງໜ່ວຍພັກ ກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 4 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ມີສະຫາຍເລຂາໜ່ວຍພັກ, ຮອງເລຂາ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ, ສາມອົງການຈັດຕັ້ງມະຫາຊົນ ຂອງ ກົມເອີຣົບ-ອາເມລິກາ ແລະ ແຂກຖືກເຊີນ ຈາກບັນດາໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 36 ສະຫາຍ.

ໃນກອງປະຊຸມ, ສະຫາຍ ພົມມາ ຄຳມະນີຈັນ, ເລຂາຄະນະໜ່ວຍພັກ ກົມເອີຣົບ-ອາເມລິກາ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ສັງເກດຕີລາຄາຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນຳນຳພາຂອງຄະນະໜ່ວຍພັກ ແລະ ຜົນສຳເລັດທີ່ໜ່ວຍພັກກົມທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ລວມ ແລະ ໜ້າທີ່ຈຸດສຸມ ສຳລັບປີ 2020-2025 ເພື່ອສືບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດຜົນກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ແລະ 14 ທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງຍິ່ງໆຂຶ້ນ.

ໜ່ວຍພັກ ກົມເອີຣົບ-ອາເມລິກາ ມີສະມາຊິກພັກທັງໝົດ 32 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກສົມບູນ 27 ສະຫາຍ, ຍິງ 08 ສະຫາຍ; ສໍາຮອງ 05 ສະຫາຍ, ຍິງ 02 ສະຫາຍ ກວມເອົາ 68,08% ຂອງຈໍານວນພະນັກງານທັງໝົດຂອງກົມ   ຈໍານວນ 47 ຄົນ ແລະ ມີສະມາຊິກພັກພະນັກງານບໍານານ 01 ສະຫາຍ. ອາຍຸກະສຽນຂອງບັນດາສະມາຊິກພັກສູງສຸດແມ່ນ 63 ປີ, ຕໍ່າສຸດ 28 ປີ. ໃນໄລຍະ 5 ປີ ຜ່ານມາ, ໜ່ວຍພັກ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ, ເປັນຕົ້ນແມ່ນການກໍ່ສ້າງ ແລະ ຂະຫຍາຍພັກໄດ້ດຳເນີນຢ່າງຕໍ່ເນື່ອງ ໂດຍຍຶດຖືເອົາຄຸນະພາບເປັນຫລັກ ແລະ ຕິດພັນກັບຂະບວນການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ,. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີIIIຂອງໜ່ວຍພັກກົມເອີຣົບແລະອາເມຣິກາ, ໜ່ວຍພັກຂອງກົມສາມາດກໍ່ສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສົມບູນໄດ້12ສະຫາຍ, ຍິງ 03ສະຫາຍ; ສໍາຮອງໄດ້ 18ສະຫາຍ, ເປັນຍິງ 05ສະຫາຍ ແລະ ປະຈຸບັນກໍາລັງຕິດຕາມກໍ່ສ້າງມະຫາຊົນກ້າວໜ້າອີກຈໍານວນ 07 ສະຫາຍ, ເປັນຍິງ 05ສະຫາຍ.

ສໍາລັບທິດທາງແຜນການຈຸດສູມຂອງໜ່ວຍພັກ ກົມເອີຣົບ-ອາເມລິກາ ໃນຕໍ່ໜ້າ ແມ່ນຈະໄດ້ສຸມໃສ່ວຽກງານກໍ່ສ້າງພັກ-ພະນັກງານ, ຂະຫຍາຍພັກຢ່າງມີຈຸດສຸມ ແລະ ມີຄຸນນະພາບ, ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ແກ່ສະມາຊິພັກ-ພະນັກງານ ປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີຄວາມອຸ່ນອຽນທຸ່ນທ່ຽງສູງ, ອົດທົນບຸກບືນແລະເສຍສະຫຼະຫຼາຍຂຶ້ນຕື່ມ, ຍົກສູງຄຸນນະພາບໃນການເປັນເສນາທິການ ໃຫ້ຄະນະພັກ, ຄະນະນໍາກະຊວງ, ເພີ່ມທະວີຄວາມເອົາໃຈໃສ່ຍົກສູງບົດບາດຂອງ 3 ອົງການຈັດຕັ້ງມະຫາຊົນ ເພື່ອກໍ່ສ້າງ ແລະ ນໍາພາມະຫາຊົນ ໂດຍສະເພາະການສ້າງພະນັກງານຮຸ່ນໜຸ່ມ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດແລະເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຂົນຂວາຍຜູ້ທີ່ກ້າວໜ້າເຂົ້າເປັນສະມາຊິກພັກ​​ໂດຍຖືເອົາຄຸນນະພາເປັນຫຼັກ ແນ່ໃສ່ສ້າງໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໃນໂອກາດດັ່ງກ່າວ, ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 3 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະໜ່ວຍພັກຊຸດໃໝ່ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ບຸນທະວີ ວິລະວົງ ເປັນເລຂາໜ່ວຍພັກ; ສະຫາຍ ໄມບົວ ໄຊຍະວົງ ເປັນຮອງເລຂາ; ສະຫາຍ ນາງ ບຸນພາດີ ອິນສີຊຽງໃໝ່ ເປັນກໍາມະການ, ທັງເປັນປະທານກວດກາ ໜ່ວຍພັກ ກົມເອີຣົບ-ອາເມລິກາ.

ກອງປະຊຸມຄັ້ງນີ້ ຍັງ​​ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ເຊິ່ງ​​ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກ​​ກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳ ໃຫ້ໜ່ວຍພັກສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ, ສືບຕໍ່ເຊີດຊູບົດບາດການນຳພາໃຫ້ສູງຂຶ້ນຕື່ມ, ໃຫ້ຖືວຽກງານກໍ່ສ້າງພັກ-ພະນັກງານ ເປັນບຸລິມະສິດຕົ້ນຕໍ, ເພີ່ມທະວີສຶກສາອົບຮົມດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ ກົມເອີຣົບ-ອາເມລິກາ, ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກ ກໍ່ຄື ພາຍໃນກົມຂອງຕົນ, ຍົກສູງແບບວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງພະນັກງານດ້ານພາສາຕ່າງປະເທດ ຄຽງຄູ່ກັບຄວາມຮູ້ດ້ານວິຊາສະເພາະ, ສືບຕໍ່ຊີ້້ນຳ-ນຳພາຢ່າງໃກ້ຊິດຕໍ່ 3 ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີວຽກງານກວດກາໃຫ້ເຂັ້ມແຂງ ແລະ ຍົກສູງປະສິດທິພາບ ປະສິດທິຜົນ ໃນການປະຕິບັດໜ້າທີ່ວິຊາສະເພາະໃນດ້ານຕ່າງໆ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກແລະຢ່າງຕັ້ງໜ້າ. ຄຽງຄູ່ກັນນັ້ນ,​ ກໍ່ໃຫ້ສືບຕໍ່ແກ້ໄຂຈຸດອອ່ອນ ແລະ ເສີມຂະຫຍາຍຈຸດດີ ໂດຍຊອກຫາມາດຕະການ ແລະ ວິທີແກ້ໄຂສິ່ງດັ່ງກ່າວ ໃຫ້ທັນກັບສະພາບການຕົວຈິງ ເພື່ອສາມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ແລະ ສ້າງໜ່ວຍພັກຂອງຕົນ ໃຫ້ກາຍເປັນໜ່ວຍພັກແຂງ ປອດໄສ ເຂັ້ມແຂງ ໜັກແໜ້ນ ໃນຕໍ່ໜ້າ.

ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485409
ມື້ນີ້110
ມື້ວານ227
ອາທິດນີ້445
ເດືອນນີ້4714