ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກສະຖານທູດລາວ ທີ່ ນິວເດນລີ

 

20200529 LaoEmToIndia1

20200529 LaoEmToIndia2

 

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກສະຖານທູດລາວ ທີ່ ນິວເດນລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 14:00 ໂມງ ຂອງວັນທີ 29 ພຶດສະພາ 2020, ທີ່ຫ້ອງປະຊຸມໃຫຍ່ ສະຖານທູດລາວ ທີ່ ນິວເດນລີ, ໂດຍມີ ສະມາຊິກພັກສົມບູນ 5 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ສະຫາຍ ບຸນແນມ ຈວງຫອມ, ເລຂາໜ່ວຍພັກສະຖານທູດລາວ, ໄດ້ຜ່ານ​ບົດ​ລາຍ​ງານ​ການ​ເມືອງ ແລະ ບົດສໍາຫຼວດານນໍາພາລວມຂອງຄະນະໜ່ວຍພັກໃນ 5 ປີຜ່ານມາ, ຊຶ່ງໄດ້ສັງເກດຕີລາຄາຢ່າງເລິກເຊິ່ງ ແລະ ຄົບຖ້ວນ ຕໍ່ການນໍາພາຂອງຄະນະໜ່ວຍພັກໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະ ຜົນງານທີ່ຍາດມາໄດ້, ບົດຮຽນທີ່ຖອດຖອນໄດ້, ຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ແລະ ໄດ້ວາງທິດທາງແຜນການ ກໍຄືວຽກງານຈຸດສຸມສໍາລັບປີ 2020-2025.

ໃນກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມໃຫຍ່ 5 ສະຫາຍ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ 2 ສະຫາຍ ຕາມມະຕິຕົກລົງຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຊຶ່ງກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະໜ່ວຍພັກຊຸດໃໝ່ໄດ້ເລືອກເອົາ ສະຫາຍ ບຸນແນມ ຈວງຫອມ, ເອກອັກຄະລັດຖະທູດ, ເປັນເລຂາໜ່ວຍພັກຢ່າງເປັນເອກະສັນ, ເລືອກເອົາ ສະຫາຍ ຄູນມີໄຊ ມະຫາວົງ, ເລຂານຸການໂທ, ເປັນຮອງເລຂາໜ່ວຍພັກ ແລະ ທັງເປັນກໍາມະການກວດກາ.

ກອງປະຊຸມໃຫຍ່ໄດ້ຖືເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບຸນແນມ ຈວງຫອມ, ເລຂາໜ່ວຍພັກຊຸດໃໝ່, ຊຶ່ງຄຳໂອ້ລົມດັ່ງກ່າວໄດ້ເປັນການຊີ້ທິດເຍືອງທາງ ແລະ ໃຫ້ການຊີ້ນຳທີ່ເຕັມໄປດ້ວຍຄວາມຫມາຍຄວາມສຳຄັນ ໃຫ້ແກ່ການເຄື່ອນໄຫວນຳພາຂອງຄະນະໜ່ວຍພັກ, ສາມາດເປັນເສນາທິການໃຫ້ຂັ້ນເທິງໃນ​​ການເຄື່ອນໄຫວວຽກງານການທູດ ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືສອງຝ່າຍ ກໍຄືຫລາຍຝ່າຍ ກັບປະເທດອິນເດຍ ແລະ ບັນດາ 7 ປະເທດທີ່ສະຖານທູດ ສປປ ລາວ ທີ່ນິວເດນລີຮັບຜິດຊອບແລະ ໄດ້ຮຽກຮ້ອງບັນດາສະຫາຍສະມາຊິກພັກ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນແຕ່ລະດ້ານຂອງໜ່ວຍພັກ ເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ການປະຕິບັດໜ້າທີ່ໃນໄລຍະໃໝ່, ພ້ອມກັນສືບຕໍ່ເຄື່ອນໄຫວວຽກງານການທູດຕາມຄໍາຂັວນ: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ປະກົດຜົນເປັນຈິງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480390
ມື້ນີ້48
ມື້ວານ172
ອາທິດນີ້788
ເດືອນນີ້6621