ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກ ເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ

20200611MekongJapanA

20200611MekongJapanB

 

ໃນວັນທີ 10 ມິຖຸນາ 2020, ເວລາ 11:30-13:30 ໂມງ, ທີ່ ກະຊວງການຕ່າງປະເທດ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ຂອງ ສປປ ລາວ, ໄດ້ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສ ແມ່ນໍ້າຂອງ-ຍີ່ປຸ່ນ, ໂດຍການເປັນປະທານຮ່ວມຂອງ ທ່ານ Kenichi KOBAYASHI, ຮອງຫົວໜ້າກົມວຽກງານອາຊີ ແລະ ໂອເຊອານີ, ກະຊວງການຕ່າງປະເທດຍີ່ປຸ່ນ ແລະ ທ່ານ Nguyen Van Thao, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດຫວຽດນາມ ແລະ ມີບັນດາເຈົ້າໜ້າທີ່ອາວຸໂສ ຈາກປະເທດສະມາຊິກອື່ນ ເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງປະຊຸມ ໄດ້ທົບທວນຄວາມຄືບໜ້າໃນການຮ່ວມມືໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລືກັນ   ກ່ຽວກັບ ການກະກຽມທາງດ້ານພາລາທິການ ແລະ ດ້ານເນື້ອໃນ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13, ເຊິ່ງ ຍີ່ປຸ່ນ ໄດ້ສະເໜີຈັດກອງປະຊຸມດັ່ງກ່າວຂຶ້ນ   ໃນຕົ້ນເດືອນກໍລະກົດ 2020 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ.

 

ພ້ອມດຽວກັນນັ້ນ, ກອງປະຊຸມ ກໍປຶກສາຫາລືກັນ ກ່ຽວກັບ ຮ່າງເອກະສານທີ່ຄາດວ່າ ຈະຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ຈໍານວນ 2 ສະບັບຄື: (1) ຮ່າງຖະແຫລງການຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 (Joint Statement of the 13th Mekong-Japan Foreign Ministers’ Meeting)ແລະ (2) ຮ່າງເອກະສານການຮ່ວມມື ແມ່ຂອງ-ຍີ່ປຸ່ນ ເພື່ອບັນລຸການປະກັນສຸຂະພາບທຸກຖ້ວນໜ້າ ແລະ ເສີມສ້າງຄວາມສຳພັນດ້ານເສດຖະກິດ (Mekong-Japan Cooperation for achieving UHC and integral strengthening of Economic relations) ອີກດ້ວຍ. ກອງປະຊຸມທາງໄກ ເຈົ້າໜ້າທີ່ອາວຸໂສ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງນີ້ ໄດ້ດຳເນີນ ແລະ ຈົບລົງດ້ວຍບັນຍາກາດອັນດີ ແລະ ແຕ່ລະປະເທດ ກໍ່ໄດ້ປະກອບຄຳເຫັນຮ່ວມກັນ ຢ່າງກົງໄປກົງມາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484706
ມື້ນີ້17
ມື້ວານ205
ອາທິດນີ້1144
ເດືອນນີ້4011