ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເຊັນບົດບັນທຶກຂໍ້ຕົກລົງ ຮ່ວມກັນ ລະຫວ່າງ ສະຖາບັນການຕ່າງປະເທດ ແລະ ມູນນິທິອາຊີ ປະຈໍາ ສປປ ລາວ

20200618IFA1

20200618IFA2

ໃນວັນທີ 17 ມິຖຸນາ 2020, ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC ໄດ້ມີພິທີເຊັນບົດບັນທຶກຂໍ້ຕົກລົງ Memorandum of Agreement (MoA) ຮ່ວມກັນ ລະຫວ່າງ ສະຖາບັນການຕ່າງປະເທດ ແລະ ມູນນິທິອາຊີ ປະຈໍາ ສປປ ລາວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍ ຄະນະກົມ, ຄະນະພະແນກ ຈາກສະຖາບັນການຕ່າງປະເທດ ຜູ້ຕ່າງໜ້າຈາກກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຕະຫລອດຮອດພະນັກງານຈາກ ມູນນິທິ ອາຊີ ປະຈຳ ສປປ ລາວ ກໍ່ເຂົ້າຮ່ວມຢ່າງພ້ອມພຽງ. ພິທີລົງນາມຕາງໜ້າ ຝ່າຍລາວ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ແລະ ຝ່າຍ ມູນນິທິອາຊີ ທ່ານ Todd Wassel, ຜູ້ຕາງໜ້າມູນນິທິອາຊີ ປະຈໍາ ສປປ ລາວ.

      ການເຊັນບົດບັນທຶກຂໍ້ຕົກລົງຄັ້ງນີ້ ຈະເປັນເອກະສານສຳຄັນ ແລະ ເປັນສິ່ງຢັ້ງຢືນການສົ່ງເສີມການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ມູນນິທິອາຊີ ປະຈໍາ ສປປ ລາວ ໂດຍສະພາະ ມູນນິທິອາຊີ ຈະໃຫ້ການສະໜັບສະໜູນທຶນ ຈຳນວນ 68,315 ໂດລາສະຫະລັດ ໃຫ້ກັບ ສະຖາບັນການຕ່າງປະເທດ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆຕາມພາລະບົດບາດ ເປັນຕົ້ນ: ສະໜັບສະໜູນການຈັດ ຊຸດຝຶກອົບຮົມວຽກງານການທູດ ແລະ ການຕ່າງປະເທດ, ສະໜອງປື້ມ ແລະ ອຸປະກອນຕ່າງໆ, ສະໜັບສະໜູນການເດີນທາງໄປເຂົ້າຮ່ວມກອງປະຊຸມທັງພາຍໃນ ແລະ ພາກພື້ນ ໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບຍຸດທະສາດ, ຊຶ່ງບົດບັນທຶກຂໍ້ຕົກລົງດັ່ງກ່າວ ແມ່ນມີກຳນົດໄລຍະໃນການຈັດຕັ້ງປະຕິບັດ 3 ປີ, ແຕ່ປີ 2020-2022.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484691
ມື້ນີ້2
ມື້ວານ205
ອາທິດນີ້1129
ເດືອນນີ້3996