ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກກົມກວດກາ

2020618-kk1

2020618-kk2

2020618-kk3

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2020, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ I ຂອງໜ່ວຍ​ພັກ​ກົມກວດກາ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກໍາມະການສູນກາງພັກ, ເລ​ຂາຄະນະບໍລິຫານງານພັກ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ສະຫາຍເລຂາໜ່ວຍພັກກົມກວດກາ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີບັນດາສະຫາຍເລຂາ, ຮອງເລຂາ ແລະ ຜູ້ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ, ສະມາຊິກພັກສົມບູນ ແລະ ສຳຮອງ ລວມທັງໝົດ ຈຳນວນ 24 ສະຫາຍ.

ກອງປະຊຸມ ໄດ້ເຫັນດີຮັບຮອງເອົາ ບົດລາຍງານການເມືອງ ໃນໄລຍະ 05 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າຂອງໜ່ວຍພັກກົມກວດກາ, ຊຶ່ງໄດ້ຕີລາຄາຮອບດ້ານຕໍ່ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກ ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບັນດາສາເຫດ ແລະ ບົດຮຽນຕ່າງໆທີ່ຖອດຖອນໄດ້ ໂດຍສະເພາະ ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ວຽກກໍ່ສ້າງພັກ-ພະນັກງານ, ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ວຽກນະໂຍບາຍ ແລະ ການນໍາພາອົງການຈັດຕັ້ງມະຫາຊົນຂອງໜ່ວຍຢ່າງເປັນຂະບວນຟົດຟື້ນ. ໜ່ວຍພັກກົມກວດກາ ໄດ້ນໍາພາ-ຊີ້ນໍາວຽກງານວິຊາສະເພາະໄດ້ເປັນຢ່າງດີ, ສາມາດດໍາເນີນວຽກງານກວດກາປົກກະຕິໄລຍະ 05 ປີໄດ້ທັງໝົດ 100 ເປົ້າໝາຍ ທັງພາຍໃນ ແລະ ຕ່າງປະເທດ, ສະເພາະກິດ 01 ເປົ້າໝາຍ, ເຮັດໃຫ້ມີຄວາມສະຫງົບ ແລະ ປະກົດການຫຍໍ້ທໍ້ທີ່ອາດເກີດຂື້ນໃນຂະແໜງການຕ່າງປະເທດຫຼຸດໜ້ອຍຖອຍລົງ. ພ້ອມນີ້ກໍໄດ້ກໍານົດບັນດາຄາດໝາຍສູ້ຊົນໃນແຕ່ລະດ້ານ ໃນອີກ 05 ປີຕໍ່ໜ້າເພື່ອເປັນທິດທາງໃຫ້ໜ່ວຍພັກກົມກວດກາ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ໄດ້ຮັບໝາກຜົນສູງເດັ່ນຂຶ້ນກວ່າເກົ່າ. ໂດຍໄດ້ວາງຄາດໝາຍສູ້ຊົນສ້າງໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເປັນໜ່ວຍພັກແດງໃນຕໍ່ໜ້າ ແລະ ເນັ້ນເຖິງຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ-ພະນັກງານຂອງກົມກວດກາ. ພ້ອມນີ້, ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ, ຊຶ່ງໄດ້ຕີລາຄາດ້ານດີ-ດ້ານອ່ອນ ທາງດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະໜ່ວຍພັກ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດແລະ ແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກ ລວມທັງ ໄດ້ກໍານົດມາດຕະການ ແລະ ວິທີແກ້ໄຂ ຈຸດອ່ອນ, ຂໍ້ຄົງຄ້າງ ໃຫ້ດີຂຶ້ນໃນຕໍ່ໜ້າ. ສໍາຄັນກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະສັນກັນຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກກົມກວດກາ, ຊຶ່ງເປັນຕົວກຳນົດພື້ນຖານ ໃຫ້ແກ່ໜ່ວຍພັກໃນການຫັນເປັນແຜນງານ ແລະ ໂຄງການລະອຽດ ເພື່ອຊີ້ນໍາ-ນໍາພາການເຄື່ອນໄຫວວຽກພັກ ແລະ ພະນັກງານ ໃນຂັ້ນຕໍ່ໄປ. ໃນນີ້, ກອງປະຊຸມ ໄດ້ຮັບຮອງເອົາຜົນການເລືອກຕັ້ງຄະນະໜ່ວຍພັກກົມກວດກາຊຸດໃໝ່, ຊຶ່ງປະກອບມີ:

1. ສະ​ຫາຍ ນາງ ຟອງສະຫມຸດ ອັ່ນລາວັນ, ເປັນເລ​ຂາໜ່ວຍ​ພັກ​;

2.​ ສະ​ຫາຍ ທົງສະຫວັນ ເພຍເທບ, ​ເປັນຮອງ​ເລ​ຂາໜ່ວຍ​ພັກ​;

3. ສະ​ຫາຍ ບຸນຍັງ ພົງສະໄຫມ, ເປັນກຳ​ມະ​ການໜ່ວຍ​ພັກ, ຜູ້ກວດ​ກາຂອງໜ່ວຍພັກ.

ພ້ອມດຽວກັນນັ້ນ, ກອງປະຊຸມ ໄດ້ເປັນກຽດຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກໍາມະການສູນກາງພັກ, ເລ​ຂາຄະນະບໍລິຫານງານພັກກະ​ຊວງ​ການ​ຕ່າງ​ປະ​ເທດ, ເຊິ່ງໄດ້​ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກກົມກວດກາໃນໄລຍະຜ່ານມາ ແລະ ຍັງໄດ້ໃຫ້ທິດຊີ້ນໍາ ກ່ຽວກັບການເພີ່ມທະວີວຽກງານພັກໃຫ້ຫຼາຍຂຶ້ນ ແລະ ເລິກເຊິ່ງກວ່າເກົ່າ ໂດຍຫັນປ່ຽນຕົວຈິງໄປສູ່ອັນຕັ້ງໜ້າ ແລະ ສຸມໃສ່ກຳຈັດການເສື່ອມຖອຍດ້ານຄຸນທາດການເມືອງ. ຄະນະໜ່ວຍພັກຊຸດໃໝ່ ຕ້ອງສືບຕໍ່ຍົກສູງຫຼັກການລວມສູນປະຊາທິປະໄຕ, ເພີ່ມທະວີຄວາມເປັນແບບຢ່າງໃນການນຳພາ, ພ້ອມທັງ ເພີ່ມທະວີປະສິດທິພາບ ແລະ ຄວາມເຂັ້ມແຂງໃນການຕິດຕາມ-ກວດກາຄະນະພັກ, ລວມທັງເອົາໃຈໃສ່ຝຶກອົບຮົມຮໍ່າຮຽນວິຊາສະເພາະດ້ານວຽກງານກວດກາໃຫ້ໜັກແໜ້ນ, ສ້າງໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ມີຄວາມເຂົ້າໃຈເລິກເຊິ່ງຕໍ່ພາລະບົດບາດຄວາມສຳຄັນຂອງວຽກງານກວດກາ, ຕີຖອຍທັດສະນະແນວຄິດຖືເບົາຕໍ່ວຽກງານກວດກາ, ຖືເອົາວຽກງານກວດກາເປັນວຽກທີ່ສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ, ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ ສຳລັບການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ.

ກອງປະຊຸມໄດ້ສໍາເລັດລົງດ້ວຍຜົນສຳເລັດຈົບງາມ ແລະ ປິດລົງໃນວັນດຽວກັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480269
ມື້ນີ້99
ມື້ວານ157
ອາທິດນີ້667
ເດືອນນີ້6500