ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ສະຖາບັນການຕ່າງປະເທດ

2020619-in1

2020619-in2

    ໃນຕອນເຊົ້າຂອງ​ວັນ​ທີ 19 ມິຖຸນາ 2020 ຜ່ານມາ, ​ທີ່ ​ຫ້ອງ​ປະ​ຊຸມພັກ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IIIຂອງໜ່ວຍ​ພັກ​ ສະຖາບັນການຕ່າງປະເທດໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກໍາມະການສູນກາງພັກ, ເລ​ຂາຄະນະບໍລິຫານງານພັກກະ​ຊວງ​ການ​ຕ່າງ​ປະ​ເທດ, ມີຄະນະໜ່ວຍພັກສະຖາບັນການຕ່າງປະເທດ, ບັນດາສະຫາຍເລຂາ, ຮອງເລຂາ ບັນດາກົມພາຍໃນກະຊວງ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ ສະຖາບັນການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

       ກອງປະຊຸມໄດ້ເຫັນດີຮັບຮອງເອົາ ບົດລາຍງານການເມືອງ ແລະ ບົດສະຫຼຸບສຳຫຼວດການຊີ້ນຳ-ນຳພາລວມຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ສັງເກດຕີລາຄາຮອບດ້ານ ຕໍ່ຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ. ພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ແລະ ໜ້າທີ່ຈຸດສຸມ ສຳລັບປີ 2020-2025 ໂດຍອີງຕາມເນື້ອໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ວິໄສທັດ ຮອດປີ 2030, ພ້ອມທັງກໍານົດວິທີການຈັດຕັ້ງປະຕິບັດ ທິດທາງແຜນການທີ່ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.

      ໜ່ວຍ​ພັກ​ ໄດ້ຕິດຕາມກໍ່ສ້າງ, ໄດ້ເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ, ເປັນຕົ້ນດ້ານວຽກພັດທະນາບຸກຄະລາກອນ, ວຽກຄົ້ນຄວ້າສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກຮ່ວມມືສາກົນ ແລະ ວຽກບໍລິຫານ ແລະ ຄຸ້ມຄອງສູນ ICTC. ເຊິ່ງໄດ້ຮັບ​ນາມ​ມະ​ຍົດ​ເປັນໜ່ວຍ​ພັກແຂງ ຮູ້ນຳພາຮອບດ້ານ 1 ຄັ້ງ ໃນປີ 2016-2017 ແລະ ກໍາລັງຕິດຕາມການຕົກລົງເຫັນດີຈາກຄະນະພັກຂັ້ນເທິງ ໃຫ້ດໍາເນີນການກໍ່ສ້າງແຜນສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສໍາຄັນ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະສັນກັນຮັບຮອງແຜນການຈຸດສຸມຂອງໜ່ວຍພັກສະຖາບັນການຕ່າງປະເທດ ເພື່ອຊີ້ນໍາ-ນໍາພາການເຄື່ອນໄຫວວຽກພັກ ແລະ ພະນັກງານ ໃນຕໍ່ໄປໃນນີ້, ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 03 ສະຫາຍ, ໃນນັ້ນ ສະຫາຍ ໄມ ໄຊຍະວົງສ໌ ເປັນເລຂາໜ່ວຍພັກ, ສະຫາຍ ນ ໄກມະນີ ອໍລະບູນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ອິນທະສອນ ທິຣະກຸນ ເປັນກໍາມະການ ທັງເປັນປະທານກວດກາ ໜ່ວຍພັກສະຖາບັນການຕ່າງປະເທດ.

          ກອງ​ປະ​ຊຸມ ຍັງ​​ໄດ້​ຮັບ​ຟັງການ​ໂອ້ລົມ​ຂອງ ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກຳ​ມະ​ການສູນ​ກາງ​ພັກ, ເລ​ຂາຄະນະບໍລິຫານງານພັກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ເຊິ່ງ​​ໄດ້​ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກ ສະຖາບັນການຕ່າງປະເທດ ຕະຫລອດໄລຍະທີ່ຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳ ໃຫ້ໜ່ວຍພັກ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຕົນ, ໃຫ້ຖືວຽກງານກໍ່ສ້າງພັກ-ພະນັກງານ ເປັນບຸລິມະສິດຕົ້ນຕໍ, ເພີ່ມທະວີການນຳພາ​ດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ ສະຖາບັນການຕ່າງປະເທດ, ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກ, ຍົກສູງຫຼັກການລວມສູນປະຊາທິປະໄຕ, ກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງພະນັກງານດ້ານການຄົ້ນຄວ້າ, ຂີດຂຽນ, ພາສາຕ່າງປະເທດ ຄຽງຄູ່ກັບຄວາມຮູ້ດ້ານວິຊາສະເພາະໃນດ້ານຕ່າງໆ ​ແລະ ​ເຊີດ​ຊູຄວາມເປັນເຈົ້າການ ແລະ ​ຄວາມຮັບຜິດຊອບຕໍ່​ໜ້າທີ່ການເມືອງຂອງຕົນ. ຍາດໄດ້ຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ກໍ່ສ້າງໜ່ວຍພັກສະຖາບັນການຕ່າງປະເທດໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484558
ມື້ນີ້74
ມື້ວານ188
ອາທິດນີ້996
ເດືອນນີ້3863