ໃນຕອນເຊົ້າຂອງ ວັນທີ 30 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມການເງິນໄດ້ໄຂຂຶ້ນຢ່າງເປັນທາງການ ໃນບັນຍາກາດທີ່ທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ ພວມ ດໍາເນີນແຂ່ງຂັນກັນສ້າງຜົນງານເພື່ອສະເຫຼີມສະຫຼຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ແລະ ຂໍ່ານັບຮັບຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ວັນສໍາຄັນອື່ນໆ ຂອງຊາດຢ່າງເປັນຂະບວນຟົດຟື້ນ, ໄດ້ໃຫ້ກຽດເຂົົ້າຮ່ວມເປັນປະທານກອງປະຊຸມ ແລະ ໃຫ້ການໂອ້ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດແລະ ໃຫ້ກຽດເປັນປະທານຮ່ວມ ຂອງ ສະຫາຍ ຄຳພໍ ໄຂຄຳພິທູນ, ເລຂາໜ່ວຍພັກ ກົມການເງິນ, ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກອ້ອມຂ້າງກະຊວງ 4 ສະຫາຍ ແລະ ມີຜູ້ແທນເຂົ້າຮ່ວມທັງໝົດ 29 ສະຫາຍ, ໃນນັ້ນ ມີຜູ້ແທນສົມບູນ 27 ສະຫາຍ, ຍິງ 18 ສະຫາຍ ແລະ ສະມາຊິກພັກສໍາຮອງ 2 ສະຫາຍ.
ກອງປະຊຸມໄດ້ເຫັນດີຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ ລວມທັງທິດທາງແຜນການນຳພາ ໃນຊຸມປີຕໍ່ໜ້າ ( 2020-2025 ).
ກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງບັນດາຜູ້ແທນກອງປະຊຸມປ່ອນບັດເລືອກເອົາຄະນະຫນ່ວຍພັກກົມການເງິນ ຊຸດໃຫມ່ ໄດ້ຈຳນວນ 3 ສະຫາຍ ແລະໄດ້ສືບຕໍ່ດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກຊຸດໃໝ່ ໂດຍການເປັນປະທານ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ໄດ້ຕົກລົງເປັນເອກະພາບກັນ ດັ່ງນີ້:
ໂດຍປະຕິບັດຕາມການຊີ້ນຳຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກຊຸດໃໝ່ ໄດ້ຕົກລົງເປັນເອກະພາບກັນ ແຕ່ງຕັ້ງ ສະຫາຍ ບຸນຕີ ແສນວົງສີນວນ, ເປັນຮອງປະທານກວດກາໜ່ວຍພັກ.
ກອງປະຊຸມໄດ້ເປັນກຽດຢ່າງສູງ ທີ່ໄດ້ຮັບຟັງ ການໂອ້ລົມ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກກົມການເງິນ ໃນການເຄື່ອນໄຫວປະຕິບັດໜ້າທີ່ໃນຊຸມປີຜ່ານມາ, ໄດ້ສະແດງໃຫ້ເຫັນການມີຫົວຄິດປະດິດສ້າງຮູ້ໝູນໃຊ້ທິດສະດີລັດທິ ມາກ-ເລນິນ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ກໍຄື ການປະກອບສ່ວນສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ, ພ້ອມທັງການຝຶກຝົນຫຼໍຫຼອມຕົນເອງ ຂອງສະມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສືບຕໍ່ໃນການປະຕິບັດໜ້າທີ່ ໂດຍມີແບບແຜນວິທີເຮັດວຽກລະອຽດ ຕາມຫລັກການລວມສູນປະຊາທິໄປໄຕ ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ,ຕັ້ງໜ້າຕັດສິນໃຈສູ້ຊົນແກ້ໄຂ,ປັບປຸງຈຸດອ່ອນ, ຂໍ້ຄົງຄ້າງ ດ້ານການນໍາພາຂອງຄະນະໜ່ວຍພັກ ແລະ ຂອງບັນດາສະຫາຍສະມາຊິກພັກທຸກສະຫາຍ ຕາມທີ່ໄດ້ລະບຸໃນບົດລາຍງານການເມືອງ ຂອງໜ່ວຍພັກ ພ້ອມນີ້, ສະຫາຍກໍ່ໄດ້ໃຫ້ທິດຊີ້ນຳ ໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່ ນຳໄປຄົ້ນຄວ້າເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ຂອງໜ່ວຍພັກກົມການເງິນ ໃຫ້ມີປະສິດທິຜົນດີຂຶ້ນໃນຊຸມປີຕໍ່ໜ້າ ຊຶ່ງໃຫ້ເອົາໃຈໃສ່ສືບຕໍ່ໃນ 3 ວຽກງານຕົ້ນຕໍ ຄື: ວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ແບບແຜນວິທີເຮັດວຽກ ແລະ ວຽກງານວິຊາສະເພາະ ເພື່ອຈັດຕັ້ງປະຕິບັດວຽກງານທີ່ ພັກ-ລັດ ມອບໝາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນເລື້ອຍໆ;
ຈາກນັ້ນ, ສະຫາຍເລຂາໜ່ວຍພັກຊຸດໃໝ່ ກໍ່ໄດ້ຕາງໜ້າ ຂຶ້ນກ່າວຮັບຄໍາໂອວາດຕັກເຕືອນ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ການໂອ້ລົມຕັກເຕືອນ ແລະ ໃຫ້ທິດຊີ້ນໍາ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ໜ່ວຍພັກກົມການເງິນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນຊຸມປີຕໍ່ໜ້າ.
ກອງປະຊຸມໄດ້ດຳເນີນດ້ວຍບັນຍາກາດທີ່ຟົດຟື້ນໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ປິດລົງໃນພາກເຊົ້າຂອງວັນດຽວກັນ.