ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກໜ່ວຍງານຄົ້ນຄວ້າເຄືອຂ່າຍຄັງປັນຍາອາຊຽນ-ຈີນ ຫຼື Network of ASEAN-China Think Tanks (NACT) Working Group

 

IFA1

 

IFA2

 

ໃນຕອນເຊົ້າຂອງວັນທີ 09 ກໍລະກົດ 2020, ສະຖາບັນການຕ່າງປະເທດ ຮ່ວມກັບ ມະຫາວິທະຍາໄລການຕ່າງປະເທດ ສປ ຈີນ ຫຼື China Foreign Affairs University (CFAU) ໄດ້ຮ່ວມກັນຈັດກອງປະຊຸມທາງໄກໃນຂອບໜ່ວຍງານຄົ້ນຄວ້າເຄືອຂ່າຍຄັງປັນຍາອາຊຽນ-ຈີນ ຫຼື NACT Working Group ພາຍໃຕ້ຫົວຂໍ້ "ການຮ່ວມມືອາຊຽນ-ຈີນ ໃນການຫຼຸດຜ່ອນຄວາມທຸກຍາກ ທ່າມກາງຄວາມພະຍາຍາມໃນການຕໍ່ສູ້ຕ້ານການແຜ່ລະບາດຂອງພະຍາດຈຸລະໂລກອັກເສບປອດ ຫຼື COVID-19 (ASEAN-China Cooperation on Poverty Alleviation Against the Backdrop of COVID-19 Pandemic)".

ໃຫ້ກຽດກ່າວເປີດ ແລະ ເປັນປະທານຮ່ວມກອງປະຊຸມໃນຄັ້ງນີ້ ໂດຍ ທ່ານ ທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ Xu Jian, ອະທິການບໍດີ, ມະຫາວິທະຍາໄລການຕ່າງປະເທດ ສປ ຈີນ, ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຈີນ ລວມທັງໝົດ 26 ທ່ານ.

                                                                                                                

ໃນໂອກາດດັ່ງກ່າວ ທ່ານ ທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ເນັ້ນໜັກເຖິງການພົວພັນຮ່ວມມືຂອງເຄືອຂ່າຍຄັງປັນຍາອາຊຽນ-ຈີນ ທີ່ມີສາຍພົວພັນອັນດີຮ່ວມກັນມາແຕ່ຍາວນານ, ເຊິ່ງທັງສອງຝ່າຍຕ່າງກໍ່ສະແດງບົດບາດການຊຸກຍູ້ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຕະຫຼອດມາ. ນອກຈາກນີ້, ອາຊຽນຍັງໄດ້ກາຍເປັນຄູ່ຮ່ວມມືການຄ້າອັນດັບສອງຂອງ ສປ ຈີນ ຮອງຈາກສະຫະພາບເອີຣົບ (EU), ເຊິ່ງໃນປີ 2019 ຜ່ານມາ ມູນຄ່າການຄ້າ ອາຊຽນ-ຈີນ ແມ່ນມີມູນຄ່າສູງເຖິງ 644 ຕື້ໂດລາສະຫະລັດ. ນີ້ເປັນການສະແດງເຖິງໝາກຜົນໃນການພົວພັນຮ່ວມມືກັນໃນຫຼາຍໆດ້ານທັງໃນເວທີພາກພື້ນ ແລະ ສາກົນ, ຕະຫຼອດເຖິງການຮ່ວມມືກັນແກ້ໄຂບັນຫາ ແລະ ສະພາບການຕ່າງໆທີ່ເກີດຂຶ້ນຢ່າງສັນຕິວິທີ.

ກອງປະຊຸມຄັ້ງນີ້ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຈາກ ສູນຄົ້ນຄວ້າອາຊຽນ-ຈີນ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ກ່ຽວກັບ ບັນຫາການພັດທະນາເສດຖະກິດ-ສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກໃນບັນດາປະເທດສະມະຊິກອາຊຽນ ແລະ ສປ ຈີນ, ເປັນຕົ້ນແມ່ນການສ້າງລາຍຮັບຈາກການຄ້າ, ການລົງທຶນ ເພື່ອຫຼຸດຜ່ອນຄວາມທຸກຍາກໃນບັນດາປະເທດອາຊຽນ ໃນທ່າມກາງການແຜ່ລະບາດຂອງພະຍາດຈຸລະໂລກອັກເສບປອດ ຫຼື COVID-19 ທີ່ໄດ້ແຜ່ລາມໄປທົ່ວໂລກ ແລະ ສົ່ງຜົນກະທົບໂດຍກົງຕໍ່ລະບົບເສດຖະກິດຂອງ ສປ ຈີນ, ອາຊຽນ ແລະ ທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ໃນສະພາບຄວາມຫຍຸ້ງຍາກນີ້, ການຮ່ວມມືລະຫວ່າງ ອາຊຽນ-ຈີນ ຍິ່ງມີຄວາມຈໍາເປັນ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຮ່ວມກັນ ໃນການຕໍ່ສູ້ຕ້ານການແຜ່ລະບາດຂອງພະຍາດ COVID-19 ແລະ ແກ້ໄຂສະພາບເສດຖະກິດທີ່ກໍາລັງຖົດຖ່ອຍ ໃຫ້ສາມາດກັບຄືນສູ່ສະພາບປົກກະຕິ ແລະ ຂະຫຍາຍ ຕົວຍິ່ງຂຶ້ນໃນຕໍ່ໜ້າ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485588
ມື້ນີ້93
ມື້ວານ196
ອາທິດນີ້624
ເດືອນນີ້4893