ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ

 

20200716 Mekong-ROK1

20200716 Mekong-ROK2

 

ໃນວັນທີ 16 ກໍລະກົດ 2020, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ເຊິ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Nguyen Van Thao,ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ສສ. ຫວຽດນາມ ແລະ ທ່ານ Park Jea-Kyung, ຫົວໜ້າກົມອາຊຽນ ແລະ        ອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ສ. ເກົາຫລີ ແລະ ມີຫົວຫນ້າເຈົ້າຫນ້າທີ່ອາວຸໂສຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ສ.ເກົາຫລີ ຄື: ສປປ ລາວ, ກຳປູເຈຍ, ມຽນມາ,​ ໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.​

ກອງປະຊຸມ ໄດ້ສະຫລຸບຕີລາຄາຄືນຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ ປູຊານ, ສ. ເກົາຫລີ ໃນປີ 2019. ເຊິ່ງບັນດາປະເທດສະມາຊິກເຫັນວ່າ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ໄດ້ມີການຂະຫຍາຍຕົວ ແລະ ກ້າວຂຶ້ນສູ່ລະດັບສູງ ສະແດງອອກຢູ່ບ່ອນວ່າ ໄດ້ມີການຍົກລະດັບກົນໄກການຮ່ວມມືໄປສູ່ຂັ້ນກອງປະຊຸມສຸດຍອດ. ພ້ອມກັນນັ້ນ, ກໍເຫັນວ່າການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ 3 ປີ ຄັ້ງທີ 2 (2017-2020) ພາຍໃຕ້ 3 ເສົ້າຄໍ້າ ແລະ 7 ຂົງເຂດບູລິມະສິດຂອງການຮ່ວມມື ກໍຖືວ່າ ເປັນຮູບປະທຳຫລາຍຂຶ້ນ ໂດຍສະເພາະ ບັນດາໂຄງການຕ່າງໆທີ່ຖືກຈັດຕັ້ງປະຕິບັດຢູ່ປະເທດສະມາຊິກ ເຫັນວ່າ ໄດ້ຮັບໝາກຜົນເປັນຢ່າງດີ ເຊິ່ງໄລຍະຜ່ານມາ ກໍມີໂຄງການທີ່ຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ ຈຳນວນ 3 ໂຄງການ ລວມມູນຄ່າ 1,263,493 ໂດລາສະຫະລັດ. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການພັດທະນາເສດຖະກິດ ແລະ ແຜນການຮັບມືຜົນກະທົບດ້ານເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ພາຍຫລັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ນອກຈາກນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສແມ່ນໍ້າຂອງ-ສ. ເກົາຫລີ ຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10 ແລະ ເວທີປຶກສາຫາລືພາກທຸລະກິດ ຄັ້ງທີ 8 ທີ່ຈະຈັດຂຶ້ນໃນທ້າຍປີ 2020 ນີ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480268
ມື້ນີ້98
ມື້ວານ157
ອາທິດນີ້666
ເດືອນນີ້6499