ໃນວັນທີ 4 ກັນຍາ 2020, ທ່ານ ເຮືອງແສງ ຄໍາດາລາວົງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ມຽນມາ ໄດ້ເຂົ້າຮ່ວມກອງປະຊຸມພົບປະແບບທາງໄກ ລະຫວ່າງ ທ່ານ ນາງ ອອງຊານ ຊູຈີ, ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ ມຽນມາ ແລະ ບັນດາເອກອັກຄະລັດຖະທູດປະເທດອາຊຽນ ປະຈໍາ ສສ ມຽນມາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 53 ປີ.
ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ອອງຊານ ຊູຈີ ແລະ ບັນດາທູດອາຊຽນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ປະສົບການ ແລະ ວິທີການປະຕິບັດຂອງແຕ່ລະປະເທດອາຊຽນ ໃນການຮັບມືກັບການແພ່ລະບາດຂອງພະຍາດ COVID-19 ໃນໄລຍະຜ່ານມາ ແລະ ແຜນການຟື້ນຟູຈາກຜົນກະທົບຈາກພະຍາດດັ່ງກ່າວໃນຕໍ່ໜ້າ. ໃນໂອກາດນີ້, ທ່ານ ນາງ ອອງຊານ ຊູຈີ ໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມ ແລະ ການຮ່ວມມື ລະຫວ່າງ ບັນດາປະເທດອາຊຽນ ໃນການຮັບມືກັບພະຍາດ COVID-19 ພ້ອມທັງໄດ້ແຈ້ງ ກ່ຽວກັບ ສະພາບການແພ່ລະບາດຂອງພະຍາດດັ່ງກ່າວ ຢູ່ພາຍໃນມຽນມາ ທີ່ກັບຄືນມາລະບາດອີກຮອບໃໝ່ ແລະ ຮຸນແຮງກວ່າເກົ່າ ໃນຕະຫຼອດໄລຍະ 2 ອາທິດກວ່າຜ່ານມາ, ຊຶ່ງລັດຖະບານໄດ້ອອກມາດຕະການຮັບມືດ້ານຕ່າງໆ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນຕື່ມອີກວ່າ ຖ້າປະຊາຊົນທຸກຄົນພ້ອມກັນປະຕິບັດບັນດາມາດຕະການປ້ອງກັນພະຍາດ COVID-19 ທີ່ວາງອອກ ກໍ່ຈະເຮັດໃຫ້ສາມາດເອົາຊະນະ ແລະ ຜ່ານພົ້ນວິກິດການຄັ້ງນີ້ໄດ້.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຮ່ວມມືທາງດ້ານວຽກງານອາຊຽນ ທີ່ຍາດມາໄດ້ຕະຫຼອດໄລຍະ 53 ປີຜ່ານມາ ພ້ອມທັງໄດ້ແລກປ່ຽນ ກ່ຽວກັບ ການຮັບມືກັບການລະບາດຂອງພະຍາດ COVID-19 ຂອງລັດຖະບານ ສປປ ລາວ ໂດຍສະເພາະແມ່ນການກໍານົດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ຮັບມືກັບພະຍາດດັ່ງກ່າວ ນັບແຕ່ເລີ່ມມີການລະບາດເປັນຕົ້ນມາ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດລາວ ຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ບັນດາປະເທດອາຊຽນ ເພື່ອສະກັດກັ້ນການລະບາດຂອງພະຍາດ COVID-19 ເປັນຕົ້ນແມ່ນການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານອຸປະກອນການແພດ, ການສະໜອງຂໍ້ມູນຂ່າວສານ, ການຮັບປະກັນທາງດ້ານສະບຽງອາຫານ ແລະ ສິນຄ້າຈໍາເປັນ, ການຄວບຄຸມແຮງງານເຄື່ອນຍ້າຍ ແລະ ອື່ນໆ.