ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການເຂົ້າຮ່ວມກອງປະຊຸມປະຈຳປີປະເທດປະສານງານ ຂອບການຮ່ວມມື FEALAC ຜ່ານລະບົບວີດີໂອທາງໄກ

 

DGfealac11

DGfealac2

 

ໃນວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືລະຫວ່າງ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີປະເທດປະສານງານ ຂອບການຮ່ວມມື FEALAC ຜ່ານລະບົບວີດີໂອທາງໄກ.

ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ສ.ໂດມິນິກັນ ໃນນາມເປັນປະເທດປະສານງານ ຂອບການຮ່ວມມື FEALAC, ເຊິ່ງມີບັນດາປະເທດປະທານຮ່ວມຂອງ 4 ໜ່ວຍງານວິຊາການຄື: 1.) ໜ່ວຍງານການຮ່ວມມືທາງດ້ານສັງຄົມ-ການເມືອງແລະການພັດທະນາແບບຍືນຍົງ; 2.) ໜ່ວຍງານດ້ານວັດທະນະທໍາ, ຊາວໜຸ່ມ, ເພດຍິງ-ຊາຍແລະກິລາ; 3.) ໜ່ວຍງານດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວແລະຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍແລະ ຂະໜາດກາງ; ​ແລະ 4.) ໜ່ວຍງານດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາແລະການສຶກສາ, ປະເທດປະທານຮ່ວມຄະນະກຳມະການກອງທຶນ FEALAC (FEALAC Trust Fund)ແລະກອງເລຂາອິນເຕີເນັດFEALACໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ວາລະສຳຄັນ ຂອງ ກອງປະຊຸມຄັ້ງນີ້ແມ່ນແນໃສ່ປຶກສາຫາລື ກ່ຽວກັບ ຮູບແບບ ແລະ ລາຍລະອຽດຕ່າງໆ ໃນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ສາມຝ່າຍ (FEALAC Troika) ເຊິ່ງເປັນກອງປະຊຸມປະຈຳປີ ແລະ ໄລຍະຜ່ານມາແມ່ນຈັດຄຽງຄູ່ກັບ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຫຼື UNGA ແລະ ທາບທາມຄວາມເປັນໄປໄດ້ໃນການຈັດກອງປະຊຸມພິເສດ ກ່ຽວກັບ ການຮ່ວມມືຂອງບັນດາປະເທດ FEALAC ໃນໄລຍະການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໃນລະດັບເຈົ້າໜ້າທີ່ອາວຸໂສ. ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ລະບຽບການ ແລະ ຂັ້ນຕອນໃນການຊຸກຍູ້ ການສະໝັກເປັນປະເທດປະສານງານຜູ້ໃໝ່ ສຳລັບທັງສອງພາກພື້ນ ລວມທັງການທົບທວນຄືນບັນດາໂຄງການຕ່າງໆ ພາຍໃຕ້ການນຳໃຊ້ກອງທຶນ FEALAC.

ຂອບການຮ່ວມມື FEALAC ໄດ້ຖຶກສ້າງຕັ້ງຂຶ້ນໃນປີ 1999, ມາເຖິງປະຈຸບັນມີສະມາຊິກທັງໝົດ 36 ປະເທດ, ໃນນັ້ນເບື້ອງອາຊີຕາເວັນອອກປະກອບມີ 16 ປະເທດແລະອາເມລິກາລາຕີນມີ 20 ປະເທດ, ເຊິ່ງ ສປປລາວກໍເປັນໜຶ່ງໃນບັນດາປະເທດສະມາຊິກທີ່ໄດ້ຮ່ວມສ້າງຕັ້ງຂອບການຮ່ວມມືດັ່ງກ່າວ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485413
ມື້ນີ້114
ມື້ວານ227
ອາທິດນີ້449
ເດືອນນີ້4718