ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ ຄົບຮອບ 25 ປີ

20201016LaoROK1

ໃນວັນທີ 15 ຕຸລາ 2020 ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສ. ເກົາ ຫຼີ ປະຈຳ ສປປ ລາວ ໄດ້ຈັດປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ.ເກົາຫຼີ ຄົບຮອບ 25 ປີ (25 ຕຸລາ 1995-25 ຕຸລາ 2020), ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໃຫ້ກຽດບັນຍາຍໂດຍ ທ່ານ ຊິນ ຊັງຊູນ, ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ກ່າວເປີດພິທີໂດຍ ທ່ານ ໄມ ໄຊຍະວົງສ, ຫົວໜ້າສະຖາບັນການຕ່າງປະເທດ. ຜູ້ເຂົ້າຮ່ວມຮັບຟັງປາຖະກະຖາໃນຄັ້ງນີ້ມິີ ບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ, ນັກສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ນັກສຶກສາຈາກ ຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມລວມທັງໝົດຫຼາຍກວ່າ 150 ທ່ານ.

ໃນຄຳເຫັນກ່າວເປີດຂອງ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ສາຍພົວພັນຮ່ວມມືອັນດີງາມທີ່ມີມາຍາວນານ ຕະຫຼອດໄລຍະ 25 ປີ ຜ່ານມາ ລະຫວ່າງ ສອງລັດຖະບານ ກໍ່ຄືພາກເອກະຊົນ ແລະ ປະຊາຊົນສອງຊາດລາວ-ສ.ເກົາຫລີ. ສປປ ລາວ-ສ.ເກົາຫລີ ໄດ້ມີການແລກປ່ຽນການຢ້ຽມຢາມລະດັບການນຳຂັ້ນສູງ ແລະ ລະດັບຕ່າງໆຂອງທັງສອງປະເທດຢ່າງສະໝໍ່າສະເໝີ, ເຊິ່ງການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງໄດ້ເລີ່ມແຕ່ປີ 1996 ເປັນຕົ້ນມາ. ນອກຈາກນີ້ ສ. ເກົາຫຼີ ກໍ່ຍັງເຫັນເຖິງທ່າແຮງ ແລະ ຄວາມສຳຄັນດ້ານການລົງທຶນໃນ ສປປ ລາວ. ດັ່ງນັ້ນ, ລັດຖະບານ ສ.ເກົາຫລີ ຈຶ່ງໄດ້ຊຸກຍູ້ບັນດາຫົວໜ່ວຍທຸລະກິດໃຫ້ມາລົງທຶນ ຢູ່ ໃນ ສປປ ລາວ, ລວມມູນຄ່າການລົງທຶນປະມານ 751ລ້ານໂດລາສະຫະລັດ ໃນນັ້ນລວມມີ 293ໂຄງການ, ຈຶ່ງເຮັດໃຫ້ ສ.ເກົາຫລີ ຈັດຢູ່ໃນອັນດັບທີ 05 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ນອກຈາກນີ້, ສ.ເກົາ ຫລີ ແລະ ສປປ ລາວ ຍັງມີການຮ່ວມມືທີ່ດີນໍາກັນໃນດ້ານຕ່າງໆ ເຊັ່ນ: ດ້ານການລົງທຶນ, ດ້ານແຮງງານ ແລະ ສະຫວັດດີການ, ດ້ານກະສິກຳ, ດ້ານສາທາລະ​ນະ​ສຸກ, ດ້ານພື້ນຖານໂຄງລ່າງ, ກາ​ນພັດທະນາ​ຊັບພະຍາກອນ​ມະນຸດ, ການພັດທະ​ນາ​ຊົນນະ​ບົດ, ການທ່ອງ ທ່ຽວ ແລະ ອື່ນໆ. ໃນໄລຍະການແຜ່ລະບາດຂອງພະຍາດອັກເສບປອດໂຄວິດ-19 ລັດຖະບານ ສ.ເກົາຫຼີ ຍັງໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ທາງດ້ານອຸປະກອນການແພດ, ການຈັດຊຸດຝຶກອົບຮົມ, ຊ່ວຍເຫຼືອຕາມໂຄງການສຸກເສີນ, ຊ່ວຍເຫຼືອອຸປະກອນປ້ອງກັນ ແລະ ອຸປະກອນໃນການກັກກັນໃຫ້ແກ່ລັດຖະບານລາວ ເພື່ອຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19.

          ໃນພິທີປາຖະກະຖາຄັ້ງນີ້, ທ່ານ ຊິນ ຊ໋ອງ-ຊູນ, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນ ກ່ຽວກັບ ສາຍພົວພັນການທູດ ສປປ ລາວ - ສ. ເກົາຫຼີ ຕະຫຼອດໄລຍະເວລາ 25 ປີ ທີ່ຜ່ານມາ ແລະ ນະໂຍບາຍການຕ່າງປະເທດຂອງ ສ. ເກົາຫຼີ ຕໍ່ ສປປ ລາວ ແລະ ອາຊຽນ, ເຊິ່ງໄດ້ເຮັດໃຫ້ບັນດາຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈເພີ່ມຕື່ມ ຕໍ່ກັບສາຍພົວພັນສອງຝ່າຍ, ບັນຫາພົ້ນເດັ່ນໃນພາກພື້ນແຫຼມເກົາຫຼີ ລວມທັງນະໂຍບາຍການຕ່າງປະເທດ ຂອງ ສ. ເກົາຫຼີ ອີກດ້ວຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484364
ມື້ນີ້68
ມື້ວານ273
ອາທິດນີ້802
ເດືອນນີ້3669